ຂ່າວເສົ້າອີກແລ້ວ ມື້ນີ້ເສຍຊີວິດເພີ່ມ 2 ກໍລະນີ, ຕິດເຊື້ອທັງໝົດ 392 ຄົນ

601

ສະຖານະການໂຄວິດ 19 ຢູ່ ສ ປປລາວ ປະຈໍາວັນທີ 21 ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ 392 ຄົນ, ນໍາເຂົ້າ 3 ຄົນ, ພາຍໃນ 389 ຄົນ ໃນນັ້ນນະຄອນຫຼວງວຽງຈັນຫຼາຍກ່ອນໝູ່ 158 ຄົນ, ຮອງລົງມາແມ່ນແຂວງວຽງຈັນ 99 ຄົນ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວວ່າ ມາຮອດວັນທີ 20 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.579 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 392 ຄົນ (ຕິດເຊື້ອພາຍໃນ ມີ 389 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ), ເສຍຊີວິດເພີ່ມ 2 ຄົນ

ຕິດເຊື້ອພາຍໃນ ມີ 389 ຄົນ ມີດັ່ງນີ້ ະຄອນຫຼວງວຽງຈັນ 8 ຄົນ, ແຂວງວຽງຈັນ 99 ຄົນ, ຫຼວງພະບາງ 44 ຄົນ, ຄໍາມ່ວນ 28 ຄົນ, ສະຫວັນນະເຂດ 25 ຄົນ, ບໍລິຄໍາໄຊ 12 ຄົນ, ຫຼວງນໍ້າທາ 8 ຄົນ, ຈໍາປາສັກ 7 ຄົນ, ສາລະວັນ 4 ຄົນ, ໄຊສົມບູນ 3 ຄົນ ແລະ ບໍ່ແກ້ວ 1 ຄົນ,

ນໍາເຂົ້າ 3 ຄົນ ຈາກ ສະຫວັນນະເຂດ 2 ແລະ ອຸດົມໄຊ 1 ຄົນ
ມາຮອດວັນທີ 20 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 33.998 ຄົນ, ເສຍຊີວິດສະສົມ 49 ຄົນ (ໃໝ່ 2), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 725 ຄົນ, ກໍາລັງປິ່ນປົວ 6985 ຄົນ.