ຊາເນ ຍິງ2 ນຳບາເຍິນ ມິວນິກ ບຸກອັດ ເບນຟິກາ 4-0 ບານເຕະຍູຟາແຊັມປ້ຽນລີກ

726
Bayern's Leroy Sane celebrates after scoring the opening goal during the Champions League group E soccer match between Benfica and Bayern Munich at the Luz stadium in Lisbon, Wednesday, Oct. 20, 2021. (AP Photo/Armando Franca)

ການແຂ່ງຂັນບານເຕະຍູຟາ ແຊັມປ້ຽນລີກ 20212022 ຮອບແບ່ງກຸ່ມ ກຸ່ມອີ ນັດທີສາມ ເບນຟິກາ ທີມດັງແຫ່ງປ໊ອກຕຸຍການ ເປີດບ້ານຮັບການມາຢາມຂອງ ບາເຍິນ ມິວນິກ ເຊິ່ງເປັນທີ່ຮູ້ກັນດີວ່ານີ້ແມ່ນ ຍັກໃຫຍ່ແຫ່ງເຢຍລະມັນ.

 

ວັນນີ້ເຈົ້າຖິ່ນໄດ້ໃຊ້ແຜນ 3-4-3 ຍູລຽນ ໄວເກິລ ເປັນຜູ້ຄຸມແດນກາງ ຣາຟາ ຊິລວາ, ດາວິນ ນູເນຊ ແລະ ໂຣມັນ ຍາເຣມ ຊຸກ ເປັນສາມປະສານລ່າຕາຂ່າຍ; ດ້ານທີມມາຢາມໄດ້ໃຊ້ລະບົບ 4-2-3-1 ໂຣເບິດ ເລວານດອຟສກີ ເປັນຜູ້ຄ້ຳດ້ານໜ້າເປົ້າ ຄິງເລ ໂກມອງ, ໂທມັດ ມຸນເລີ ແລະ ເລລອຍ ຊາເນ ເປັນຝ່າຍຖ້າສະໜັບສະໜູນ.

 

ຜົນຂອງການແຂ່ງຂັນແມ່ນ ທັບເສືອໃຕ້ເປັນຝ່າຍຄອງເກມໄດ້ທັງໝົດ ກ່ອນທີ່ຈະມີການຍິງລວດ 4 ປະຕູໃນຊ່ວງໄລຍະເວລາ 20 ນາທີສຸດທ້າຍ ໄດ້ປະຕູຈາກ: ເລລອຍ ຊາເນ ເໝົາຄົນດຽວ ສອງລູກ ໃນນາທີທີ 70 ແລະ 84.ນອກນີ້ ເອແວຕອນ ແນວບຸກຕົວສຳຮອງຂອງເຈົ້າບ້ານ ເຮັດບານເຂົ້າປະຕູຕົວເອງໃນນາທີ 80 ແລະ ແຖມທ້າຍຈາກໂຣເບິດ ເລວານດອຟສກີອີກ ໃນນາທີ 82.

ຈາກການເກັບໄຊຊະນະໃນຄັ້ງນີ້ເຮັດໃຫ້ບາເຍິນ ມິວນິກຊະນະລວດ 3 ນັດ ມີ9 ຄະແນນເຕັມ ສ່ວນຝ່າຍຂອງ ເບນຟິກາ ຍັງມີ 4 ຄະແນນເທົ່າເດີມ ແລະ ຍັງເປັນຮອງຈ່າຝູງຂອງກຸ່ມ.