ແຂວງເຊກອງ ປະກາດແຕ່ງຕັ້ງທ່ານ ຄໍາເກັ່ງ ແກ້ວສຸວັນ ເປັນຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ

551

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ( ຍທຂ ) ແຂວງເຊກອງ ໄດ້ຈັດຂຶ້ນວັນທີ 19 ຕຸລາ 2021 ຜ່ານມາ ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີທ່ານ ບຸນທະວີ ນະຄອນສິດ ຫົວໜ້າພະແນກ ຍທຂ ພ້ອມຂະແໜງການທີ່ກ່ຽວຂ້ອງ ແລະພະນັກງານລັດຖະກອນພາຍໃນພະແນກ ຍທຂ ເຂົ້າຮ່ວມ.


ທ່ານ ດາຊີ ສຸວັນນະສາຍ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍແຕ່ງຕັ້ງຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງເຊກອງ ເຊິ່ງເຈົ້າແຂວງໄດ້ຕົກລົງແຕ່ງຕັ້ງ ທ່ານ ບົວລີ ສຸຂະວົງ ແລະທ່ານ ຄໍາເກັ່ງ ແກ້ວສຸວັນ ເປັນຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງເຊກອງ.


ຜ່ານຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ ຮອງຫົວໜ້າຂະແໜງ ສັງກັດພະແນກໂຍທາທິການ ແລະຂົນສົ່ງ, ໂດຍເຈົ້າແຂວງຕົກລົງແຕ່ງຕັ້ງ ທ່ານ ກິໂຕ້ຍ ພົມມະນີວົງ ເປັນຮອງຫົວໜ້າຂະແໜງແຜນການ-ສະຖິຕິ, ແຕ່ງຕັ້ງ ທ່ານ ນາງ ນິດດາ ຈັນທະວິໄລ ເປັນຮອງຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ແລະການເງິນ ສັງກັດພະແນກໂຍທາທິການ ແລະຂົນສົ່ງ.


ໂອກາດນີ້ ທ່ານ ນາງ ຈັນຫອມ ມະຫາໄຊ ຮອງເລຂາພັກແຂວງ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ ຕ້ອງໄດ້ກວດກາຕົນເອງຄືນ ວ່າເຮົາດໍາລົງຕໍາແໜ່ງນີ້ ສາມາດຂັບເຄື່ອນໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍບັນລຸແລ້ວບໍ່? ຍັງຈຸດໃດທີ່ຈະຕ້ອງໄດ້ເພີ່ມຕື່ມ ແລະຈຸດໃດທີ່ບໍ່ທັນບັນລຸຕາມຄວາມຮຽກຮ້ອງຕ້ອງການຂອງພັກ-ລັດ; ໃຫ້ກວດຄືນແບບແຜນນໍາພາ, ວິທີເຮັດວຽກຂອງຫມູ່ຄະນະ ທັນກັບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ແລ້ວບໍ? ພ້ອມນີ້ ຕ້ອງໄດ້ຝຶກຝົນຫຼໍ່ຫຼອມຕົນເອງຊອກຮູ້ຮໍ່າຮຽນໃນພາກປະຕິບັດຕົວຈິງ ນໍາເພື່ອນຮ່ວມງານ, ພະນັກງານ-ລັດຖະກອນຜູ້ທີ່ມີປະສົບການຕົວຈິງ;