ຜົນທົດລອງຊີ້ ວັກແຊັງ ວັລເນວາ ເກີດພູມຄຸ້ມກັນສູງເຖິງ 95%

1274

ສຳ​ນັກ​ຂ່າວ BBC News ລາຍ​ງານ​ໃນ​ວັນ​ທີ 19 ຕຸ​ລາ 2021 ວ່າ ບໍ​ລິ​ສັດ​ວັ​ລ​ເນ​ວາ ເຊິ່ງ​ເປັນ​ຜູ້​ຜະ​ລິດ​ຢາ​ລາຍ​ໃຫຍ່​ຈ​ຂອງ​ຝ​ຣັ່ງ ໄດ້​ເປີດ​ເຜີຍ​ຜົນ​ການ​ທົດ​ລອງໄລ​ຍະ​ທີ 3 ເຊິ່ງ​ເປັນ​ໄລ​ຍະ​ສຸດ​ທ້າຍ​ຂອງການ​ທົດ​ລອງວັກ​ແຊັງ​ປ້ອງ​ກັນ​ໂຄວິດ​ຍີ່​ຫໍ້ “ວັ​ລ​ເນ​ວາ” ​ໂດຍ​ພົບ​ວ່າ ສາ​ມາດ​ກໍ່​ໃຫ້​ເກີດ​ພູມ​ຄຸ້ມ​ກັນ​ສູງ ແລະ ເມື່ອ​ທົດ​ລອງ​ປຽບ​ທຽບ​ກັບ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ-19 ຂອງ ​ບໍ​ລິ​ສັດແອັ​ສ​ຕ​ຣາ​ເຊ​ເນ​ກ້າ ພົບ​ວ່າ ສັດ​ສ່ວນ​ການ​ເກີດ​ສານ​ແອນ​ຕີ​ບໍ​ດີ​ມີ​ປະ​ສິດ​ທິ​ພາບ​ສູງ ແລະ ການ​ຢັບ​ຢັ້ງ​ເຊື້ອ​ໂຄວິດ-19 ຂອງວັ​ລ​ເນ​ວາ ສູງກວ່າ ແອັ​ສ​ຕ​ຣາ​ເຊ​ເນ​ກ້າ.

ວັກ​ແຊັງ ວັ​ລ​ເນ​ວາ ເປັນ​ປະ​ເພດ​ວັກ​ແຊັງ​​ເຊື້ອ​ຕາຍ ເຊິ່ງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ດຽວ​ກັນ​ກັບ​ການ​ພັດ​ທະ​ນາ​ວັກ​ແຊັງ​ປ້ອງ​ກັນ​ໄຂ້​ຫວັດ​ໃຫຍ່ ແລະ ໂປລີ​ໂອ.

ບໍ​ລິ​ສັດ​ວັ​ລ​ເນ​ວາ ຖະ​ແຫຼງວ່າ: ວັກ​ແຊັງ​ຂອງ​ບໍ​ລິ​ສັດ​ກໍ່​ໃຫ້​ເກີດ​ພູມ​ຄຸ້ມ​ກັນ​ສູງ​ເຖິງ 95% ພ້ອມ​ລະ​ບຸ​ວ່າ ກຸ່ມ​ຕົວ​ຢ່າງ​ທີ່​ໄດ້​ຮັບ​ວັກ​ແຊັງ​ໃນ​ໄລ​ຍະ​ການ​ທົດ​ລອງ​ໄລ​ຍະ​ສຸດ​ທ້າຍ​ບໍ່​ມີ​ໃຜ​ທີ່​ເກີດ​ຜົນ​ຂ້າງ​ຄຽງ​ທີ່​ຮຸນ​ແຮງ ເຖິງວ່າ ເຊື້ອ​ເດວ​ຕ້າ​ກຳ​ລັງ​ແຜ່​ລະ​ບາດ​ຢູ່​ໃນ​ຂະ​ນະ​ນີ້​ກໍ​ຕາມ.

ສາດ​ສະ​ດາ​ຈານ ອະ​ດັມ ຟີນ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ບ​ຣິ​ສ​ຕອ​ລ ເຊິ່ງ​ເຮັດ​ໜ້າ​ທີ່ເປັນ​ຜູ້​ວິ​ໄຈຫຼັກ​ໃນ​ການ​ທົດ​ລອງ​ຄັ້ງ​ນີ້ ກ່າວ​ວ່າ: ຜົນ​ການ​ທົດ​ລອງ ປາ​ກົດ​ວ່າ ໄດ້​ຮັບ​ຜົນ​ດີ​ເປັນ​ຢ່າງ​ຍິ່ງ ເພາະ​ວັກ​ແຊັງ​ດັ່ງ​ກ່າວ​ນີ້ ໜ້າ​ຈະ​ເອົາ​ຊະ​ນະ​ການ​ລະ​ບາດ​ໃຫຍ່​ຄັ້ງ​ນີ້​ໄດ້. ທັງ​ນີ້ ບໍ​ລິ​ສັດ​ວັ​ລ​ເນ​ວາ ໄດ້​ຍື່ນ​ເລື່ອງ​ທັງ​ໝົດ​ເພື່ອ​ຂໍ​ອະ​ນຸ​ມັດ​ນຳ​ໃຊ້​ສຸກ​ເສີນ​ກັບ​ສຳ​ນັກ​ງານ​ຢາ ແຫ່ງ​ເອີ​ຣົບ​ແລ້ວ.