ຍີ່ປຸ່ນ ຍົກລະດັບເຕືອນໄພ ຫຼັງພູໄຟລະເບີດຢ່າງຮຸນແຮງ

450

ສຳ​ນັກ​ງານອຸຕຸນິຍົມ​ ວິທະຍາ​ ຍີ່ປຸ່ນລາຍ​ງານວ່າ: ຍີ່ປຸ່ນ ໄດ້ຍົກ​ລະດັບ​ເຕືອນ​ໄພ ​ຫຼັງຈາກ​ທີ່ພູ​ໄຟ​ອາ​ໂສ (Sao) ລະ​ເບີດ​ ຢ່າງ​ຮຸນ​ແຮງ ໃນວັນ​ທີ 20 ​ຕຸລາ 2021 ​ເປັນ​ລະດັບ 3 ຈາກ​ລະດັບ​ເຕືອນ​ໄພ ​ທີ່​ມີ​ຢູ່​ 5 ລະດັບ ​ໂດຍ​ແຈ້ງ​ໃຫ້​ປະຊາຊົນບໍ່​ໃຫ້​ເຂົ້າ​ໃກ້​ບໍລິ​ເວນ​ພູ​ໄຟ ​ເຊິ່ງ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ ທີ່​ມີ​ຊື່​ສຽງ​ ຂອງ​ຍີ່ປຸ່ນ​ ອີກ​ແຫ່ງ​ໜຶ່ງ.

ນອກ​ຈາກ​ນັ້ນ ຍັງ​ເຕືອນເຖິງ​ອັນຕະລາຍ ​ຈາກ​​ໂງ່ນຫີນ​ຂະໜາດ​ໃຫຍ່ ​ແລະ ກ້ອນ​ຫີນນ້ອຍ​ ຈາກ​ພູ​​ໄຟ ທີ່​ກະຈາຍ​ໃນ​ລັດສະໝີ ​ປະມານ ກິ​ໂລ​ແມັດ ຈາກ​ປ່ອງ​ພູ​ໄຟ ​ແລະ ມີ​ຂີ້​ເຖົ່າ​ໄຟ​ລອຍ​ຂຶ້ນ​ເທິງຟ້າ​ສູງ​ເຖິງ 1,5 ກິ​ໂລ​ແມັດ ​ໃນ​ແຂວງ​ຄຸ​ມາ​ໂມ​ໂຕະ ອາດ​ເປັນ​ອັນຕະລາຍ​ ຕໍ່​ສຸຂະພາບ ​ຂອງ​ປະຊາຊົນ​ ໃນ​ເຂດ​ໃກ້​ຄຽງ.