ຣັດເຊຍ ບໍ່ເພີ່ມປະລິມານການສົ່ງແກັສໄປຍັງເອີຣົບ

623

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ຣັດ​ເຊຍ​ຕັດ​ສິນ​ໃຈ​ບໍ່​ເພີ່ມ​ປະ​ລິ​ມານ​ການ​ສົ່ງ​ແກັ​ສ​ທຳ​ມະ​ຊາດ​ໄປ​ຍັງ​ເອີ​ຣົບ ເຊິ່ງ​ເປັນ​ການ​ສະ​ກັດ​ຄວາມ​ຫວັງ​ວ່າ​ຣັດ​ເຊຍ​ອາດ​ຜ່ອນ​ຄາຍ​ພາ​ວະ​ເຄັ່ງ​ຕຶງ​ຂອງ​ລາ​ຄາ​ແກັ​ສ ເຖິງ​ແມ່ນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ວະ​ລາ​ດີ​ເມຍ ປູ​ຕີນ ປະ​ກາດ​ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ ຈະ​ຫາ​ທາງ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ​ນີ້.

ທັງ​ນີ້ ການ​ປະ​ມູນ​ເມື່ອ​ວັນ​ທີ 18 ຕຸ​ລາ​ຜ່ານ​ມາ ບໍ​ລິ​ສັດ​ແກັ​ສ​ໂປ​ຣມ (Gazprom) ເຊິ່ງ​ເປັນ​ບໍ​ລິ​ສັດ​ດ້ານ​ພະ​ລັງ​ງານ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍ​ບໍ່​ໄດ້​ເພີ່ມ​ປະ​ລິ​ມານ​ໃນ​ການ​ສົ່ງ​ແກັ​ສ​ໃນ​ເດືອນ​ພະ​ຈິກ 2021 ທັງ​ໃນ​ເສັ້ນ​ທາງ​ຜ່ານ​ທໍ່​ສົ່ງ​ແກັ​ສ​ຜ່ານ​ປະ​ເທດ​ອູ​ແກ​ຣນ ແລະ ເສັ້ນ​ທາງ​ທໍ່​ສົ່ງ​ແກັ​ສ​ໄປ​ຍັງ​ເອີ​ຣົບ​ຕາ​ເວັນ​ອອກ​ຜ່ານ​ປະ​ເທດ​ໂປ​ໂລຍ.

ນັກ​ວິ​ເຄາະ​ລະ​ບຸ​ວ່າ: ຜົນ​ການ​ປະ​ມູ​ນ​ຊີ້​ໃຫ້​ເຫັນ​ວ່າ ຣັດ​ເຊຍ​ຍັງ​ບໍ່​ຮີບ​ຮ້ອນ​ເພີ່ມ​ປະ​ລິ​ມານ​ການສົ່ງ​ແກັ​ສ​ໄປ​ຍັງ​ເອີ​ຣົບ ແລະ ເປັນ​ການ​ບົ່ງ​ບອກວ່າ ຣັດ​ເຊຍ​ກຳ​ລັງ​ຫາ​ຊ່ອງ​ທາງ​ເພື່ອ​​ໃຫ້​ການສົ່ງ​ແກັ​ສ​ຜ່ານ​ທໍ່​ສົ່ງ​ນອ​ດ ສ​ະຕ​ຣີມ 2 ເຊິ່ງ​ເປັນ​ທໍ່​ສົ່ງ​ແກັ​ສ​ທຳ​ມະ​ຊາດ​ຂອງ​ຣັດ​ເຊຍ ໄປ​ຍັງ​ເຢຍ​ລະ​ມັນ​ຜ່ານ​ທະ​ເລມອ​ລ​ຕິກ​ນັ້ນ​ເປັນ​ໄປ​ຢ່າງ​ສະ​ດວກ.

ກ່ອນ​ໜ້າ​ນີ້ ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ຂອງ​ຣັດ​ເຊຍ ອອກ​ມາ​ປະ​ກາດ​ວ່າ ຈະ​ຫາ​ຊ່ອງ​ທາງ ເພື່ອ​ສົ່ງ​ແກັ​ສ​ໄປ​ຍັງ​ເອີ​ຣົບ ເຊິ່ງ​ກຳ​ລັງ​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ແກັ​ສ ເນື່ອງ​ຈາກ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນ​ສູງ, ໃນ​ຂະ​ນະ​ທີ່​ການ​ສະ​ໜອງ​ມີ​ຂໍ້​ຈຳ​ກັດ ໄດ້​ກາຍ​ເປັນ​ແຮງ​ຍູ້​ໃຫ້​ລາ​ຄາ​ແກັ​ສ​ໃນ​ເອີ​ຣົບ​ສູງ​ຂຶ້ນ.