WHO ເຈລະຈາກັບເມີກ ຊື້ຢາໂມລນູພີຣາເວຍໃນລາຄາຖືກລົງ

469

ສຳ​ນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ໃນ​ວັນ​ທີ 20 ຕຸ​ລາ 2021 ວ່າ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ກຳ​ລັງ​ເຈ​ລະ​ຈາ​ກັບ​ບໍ​ລິ​ສັດ​ເມີກ ຜູ້​ຜະ​ລິດ​ຢາ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ຍີ່​ຫໍ້ ໂມ​ລ​ນູ​ພີ​ຣາ​ເວຍ ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ທຸກ​ຍາກ​ໃນ​ລາ​ຄາ​ຄອ​ສ ຫຼື ຊຸດ​ລະ 10 ໂດ​ລາ​ເທົ່າ​ນັ້ນ.

ລາຍ​ງານ​ລະ​ບຸ​ວ່າ: ໂຄງ​ການ Access to COVID-19 Tools Accelerator (ACT-A) ມີ​ແຜນ​ຈະ​ຈັດ​ຊື້​ຢາ ​ໂມ​ລ​ນູ​ພີ​ຣາ​ເວຍ ເຊິ່ງ​ເປັນ​ຢາ​ເມັດ​ຊະ​ນິດ​ແຄັບ​ຊູນປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ມີ​ອາ​ການ​ບໍ່​ຮຸນ​ແຮງ ເຖິງ​ປານ​ກາງ​ຈຳ​ນວນ 28 ລ້ານ​ຊຸດ (ຊຸດ​ໜຶ່ງ​ມີ 40 ແຄັບ​ຊູນ) ​ໃນ​ລາ​ຄາ​ຊດ​ລະ 10 ໂດ​ລາ​ສະ​ຫະ​ລັດ.

ໂຄງ​ການ ACT-A ກຳ​ລັງ​ເຈ​ລະ​ຈາ​ກັບ​ບໍ​ລິ​ສັດ​ເມີກ ເຊິ່ງ​ເປັນ​ບໍ​ລິ​ສັດ​ຜູ້​ຜະ​ລິດ​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ ໃນ​ລາ​ຄາ 10 ໂດ​ລາ​ຕໍ່​ຊຸດ ເຊິ່ງ​ຫາກ​ເຈ​ລະ​ຈາ​ສຳ​ເລັດ ຈະ​ເຮັດ​ໃຫ້ ອົງ​ການ​ອະ​ນາ​ໄມ​ໂລກ​ຊື້​ຢາ​ດັ່ງ​ກ່າວ​ຖືກ​ລົງ ເມື່ອ​ທຽບ​ກັບ​ການ​ສັ່ງ​ຊື້​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ທີ່​ໄດ້​ສັ່ງ​ຊື້​ກ່ອນ​ໜ້າ​ນີ້​ແລ້ວ​ຈຳ​ນວນ 1,7 ລ້ານ​ຊຸດ​ມູນ​ຄ່າ 1.200 ລ້ານ​ໂດ​ລາ ເຊິ່ງ​ຕົກ​ຢູ່​ຊຸດ​ລະ 700 ໂດ​ລາ​ສະ​ຫະ​ລັດ.

ທັງ​ນີ້ ຢາ​ໂມ​ລ​ນູ​ພີ​ຣາ​ເວຍ 1 ຊຸດ​ຈະ​ມີ​ຢາ 200 ມີ​ລີກ​ຣາມ ຈຳ​ນວນ 40 ເມັດ ຫຼື ແຄັບ​ຊູນ ສຳ​ລັບ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ຈຳ​ນວນ 1 ຄົນ ໂດຍ​ກິນ​ວັນ​ລະ 2 ຄັ້ງ, ຄັ້ງ​ລະ 4 ເມັດ ຕິດ​ຕໍ່​ກັນ​ເປັນ​ເວ​ລາ 5 ວັນ.