ມອບ-ຮັບເງິນຄ່າຊົດເຊີຍ ສິ່ງກີດຂວາງເສັ້ນທາງສາຍ A ມູນຄ່າຫລາຍກວ່າ 1 ຕື້ກີບ

742

ໃນຕອນເຊົ້າຂອງວັນທີ 19 ຕຸລາ 2021ຜ່ານມານີ້ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງວຽງຄໍາ ແຂວງວຽງຈັນ ໄດ້ມີພິທີສືບຕໍ່ ມອບ-ຮັບ ເງິນຄ່າຊົດສິ່ງກີດຂວາງເສັ້ນທາງສາຍ A ໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເສັ້ນທາງສາຍ A ຄຸ້ມບ້ານເວີນສານ ມູນຄ່າຫລາຍກວ່າ 1 ຕື້ກີບ.

ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ກຽດມອບເງິນຂອງ ພອນແກ້ວ ຂຸນພົນ ເຈົ້າເມືອງໆວຽງຄໍາ ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາ ການພັດທະນາເທດສະບານແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມໃນພິທີມີ ຄະນະກອງເລຂາພັດທະນາເທດສະບານແຂວງວຽງຈັນ, ຕາງໜ້າຫ້ອງວ່າການປົກຄອງແຂວງວຽງຈັນ, ມີຕາງໜ້າຫ້ອງວ່າການເມືອງ, ມີນາຍບ້ານເວີນສານ ແລະ ບັນດາຄອບຄົວທີ່ໄດ້ຮັບເງິນຊົດເຊີຍໃນຄັ້ງນີ້ເຂົ້າຮ່ວມ.

ໃນພິທີທ່ານ ພອນວີໄຊ ສີສະໝຸດ ຫົວໜ້າກອງເລຂາພັດທະນາເທດສະບານ ແຂວງວຽງຈັນໃຫ້ກຽດຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງໆວຽງຄໍາ ວ່າດ້ວຍ ການອະນຸມັດເງິນຄ່າຊົດເຊີຍ ສິ່ງກີດຂວາງ ເສັ້ນທາງສາຍ A ປະຈໍາງວດທີ 3 ຈໍານວນ 8 ຄອບຄົວຄື: 1. ຄອບຄົວນາງ ບຸນແຕງ ພິມມະສອນ ໄດ້ຮັບເງິນຊົດເຊີຍ 420 ລ້ານກີບ, 2. ຄອບຄົວ ນາງ ໂພນໄຊ ວິໄລຫານ ໄດ້ 65 ລ້ານກີບ, 3. ຄອບຄົວ ທ້າວ ບຸນນໍາ ວິໄລຫານ ໄດ້ 120 ລ້ານກີບ, 4. ຄອບຄົວ ທ້າວ ນົນໄຊ ສີຫາລາດ ໄດ້ 150ລ້ານ ກີບ, 5. ຄອບຄົວ ທ້າວ ນວນດໍາ ໄຊຍະລາດ ໄດ້ 86 ລ້ານກີບ, 6. ຄອບຄົວທ້າວ ເຜືອກເງິນ ໂພທິສານ+ນາງ ສົມພາ ໂພທິສານ ໄດ້ 235 ລ້ານກີບ, 7. ຄອບຄົວ ທ້າວ ກົມພະວັງ ປ້ອງຄໍາດີ ໄດ້ 90ລ້ານ ກີບ, 8. ຄອບຄົວ ນາງ ຕິ່ງຄໍາ ສີຫາລາດ ໄດ້ 1ລ້ານກີບ ເຊິ່ງລວມຈໍານວນເງິນທັງໝົດທີ່ຊົດເຊີຍໃນຄັ້ງນີ້ແມ່ນຫລາຍກວ່າ  1.167.000.000 ກີບ.

ໃນຕອນທ້າຍ ທ່ານ ພອນແກ້ວ ຂຸນພົນ ເຈົ້າເມືອງໆວຽງຄໍາໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄອບຄົວທີ່ຖືກຜົນກະທົບທີ່ໄດ້ມີຄວາມເສຍສະຫຼະປະກອບສ່ວນທາງດ້ານຊັບສິນ-ແນວຄິດ ເພື່ອຊ່ວຍເຫຼືອພັກ-ລັດ ເຮັດໃຫ້ເສັ້ນທາງດັ່ງກ່າວໄດ້ບັນລຸໄປຕາມຈຸດປະສົງເປົ້າໝາຍ ພ້ອມດຽວກັນນັ້ນກໍ່ໄດ້ຊີ້ທິດເຍືອງທາງ ໃຫ້ແກ່ຜູ້ທີ່ໄດ້ຮັບເງິນຊົດເຊີຍໃນຄັ້ງນີ້.

ຈົ່ງພ້ອມກັນນໍາເງິນຈໍານວນດັ່ງກ່າວໄປນໍາໃຊ້ໃຫ້ຖືກເປົ້າໝາຍໃຫ້ເກີດປະໂຫຍດອັນສູງສົ່ງ ແລະ ຈົ່ງອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງເສັ້ນທາງດັ່ງກ່າວທີ່ຈະໄດ້ດໍາເນີນການກໍ່ສ້າງໃນຕໍ່ໜ້ານີ້, ພາຍຫຼັງທີ່ສໍາເລັດໃນການມອບເງິນຊົດເຊີຍງວດທີ 3 ແລ້ວ ກໍ່ຈະໄດ້ສືບຕໍ່ມອບເງິນຊົດເຊີຍງວດທີ 4 ເຊິ່ງເປັນງວດສຸດທ້າຍ ໃຫ້ສໍາເລັດໃນເດືອນ ຕຸລາ ປີ 2021ນີ້.