ເປີດທາງລົດໄຟໄປກັນ! ທ່ຽວຊີອານເບິ່ງປະຫວັດສາດທີ່ຝັງໄວ້ໃຕ້ດິນ ແລະລົດມ້າສຸດຊົງຄຸນຄ່າ

1676

ຫຼາຍຄົນກໍ່ຄົງຈະເຄີຍເຫັນ ແລະ ໄດ້ຍິນຂ່າວກ່ຽວກັບລົດມ້າສຳລິດບູຮານຍຸກຈິ໋ນຊີຮ່ອງເຕ້ ທີ່ມີອາຍຸກວ່າ 2.200 ປີ ທີ່ມີຄຸນຄ່າທາງດ້ານປະຫວັດສາດ, ເຕັກໂນໂລຊີ ແລະ ສິລະປະ ຢ່າງໃຫຍ່ຫຼວງ ແລະ ມີຄວາມສະຫຼັບຊັບຊ້ອນ ເຊິ່ງລົດມ້າ ແລະ ມ້າສຳລິດບູຮານນີ້ ແມ່ນດຶງດູດຄວາມສົນໃຈຈາກທົ່ວໂລກ ຕັ້ງແຕ່ມີການຄົ້ນພົບໃນປີ 1980.

ລົດມ້າຂະໜາດໃຫຍ່ ພ້ອມມ້າ ໄດ້ຖືກຈັດໃຫ້ເປັນເຄື່ອງສຳລິດຊັ້ນຍອດ ເນື່ອງຈາກມີໂຄງສ້າງທີ່ສະຫຼັບຊັບຊ້ອນ ແລະ ເມື່ອບໍ່ດົນມານີ້ ນະຄອນຊີອານ ເຊິ່ງເປັນເມືອງເອກຂອງມົນທົນສ່ານຊີ ກໍ່ໄດ້ເປີດພິພິຕະພັນແຫ່ງໃໝ່ ທີ່ໄດ້ມີການຈັດສະແດງບູຮານວັດຖຸ ທີ່ຂຸດພົບຈາກສຸສານ ຈັກກະພັນ ດິສິນສື່ຫວງ ( ຈິ໋ນຊີຮ່ອງເຕ້)

ເຊິ່ງວ່າທີ່ສຳຄັນແມ່ນງານດັ່ງກ່າວນັ້ນໄດ້ຈັດສະແດງລົດມ້າ ແລະ ມ້າທີ່ເຮັດຈາກສຳລິດອາຍຸ 2.000ປີ ເຊິ່ງຫຼັງຈາກທີ່ຄົ້ນພົບແລ້ວ ກວ່າທີ່ຈະມີການປະກອບສິ້ນສ່ວນທັງລົດມ້າ ແລະ ຕົວຂອງມ້າໃຫ້ສົມບູນນັ້ນຕ້ອງເກັບຊິ້ນສ່ວນມາປະກອບເຖິງ 3.000 ກວ່າຊິ້ນ.

ລົດມ້າຂະໜາດໃຫຍ່ 2 ຄັນພ້ອມດ້ວຍມ້າສຳລິດ ໄດ້ຖືກຈັດໃຫ້ເປັນເຄື່ອງສຳລິດຊັ້ນຍອດ ເນື່ອງຈາກມີໂຄງສ້າງທີ່ສະຫຼັບຊັບຊ້ອນ ເຊິ່ງແຕ່ເດີມແມ່ນຖືກຕົບແຕ່ງດ້ວຍສີສັນທີ່ຫຼາກຫຼລາຍ ແຕ່ເນື່ອງຈາກການຂຸດພົບນັ້ນແມ່ນຢູ່ໃນສະພາບທີ່ແຕກເປັນຊິ້ນສ່ວນຫຼາຍກວ່າ 3.000 ອັນ ເຊິ່ງເຮັດໃຫ້ຊ່ຽວຊານທາງດ້ານວັດຖຸບູຮານໃຊ້ເວລາກູ້ຄືນ ເພື່ອໃຫ້ຢູ່ໃນສະພາບທີ່ສົມບູນ ແລະ ໃຊ້ເວລາປະກອບສິ້ນສ່ວນນານເຖິງ 8 ປີ.

ທີມຜູ້ຊ່ຽວຊານກໍ່ໄດ້ເຮັດສຸດຄວາມສາມາດ ເພື່ອທີ່ຈະແຕ້ມໂຄງສ້າງຂອງລົດມ້າ ຈຳລອງ ລວມເຖິງວິທີການຂັບເຄື່ອນຕ່າງໆ ດ້ວຍການໃຊ້ເຕັກໂນໂລຊີດິຈິຕອນ ແລະ ອີກຫຼາຍໂປຣແກຣມ ເພື່ອສະແດງຕົວແບບລົດມ້າ ແລະ ຕົວມ້າ ເພື່ອທີ່ຈະເຮັດໃຫ້ນຶກພາບອອກ ແລະ ງ່າຍໃນການປະກອບຊິ້ນສ່ວນ.

ຈາກການສຶກສາລະອຽດນັ້ນພົບວ່າ: ບ່ອນຈັບທີ່ປະຕູລົດມ້າແມ່ນເຮັດດ້ວຍສຳລິດ ເຊິ່ງປະຕູສາມາດເປີດອອກນອກໄດ້ ແຕ່ບໍ່ສາມາດເປີດເຂົ້າດ້ານໃນໄດ້ຫາກຖືກປິດຢູ່ ເຊິ່ງເປັນກົນໄກຂອງລົດມ້າບູຮານທີ່ຜ່ານການຄົ້ນຄິດຢ່າງຮອບຄອບຂອງຄົນໃນສະໄໝນັ້ນ ເຊິ່ງເປັນພູມປັນຍາທີ່ມີຄຸນຄ່າທີ່ສຸດໃນຍຸກນັ້ນ ແລະ ຍັງເປັນສິ່ງທີ່ມີຄຸນຄ່າທີ່ສຸດໃນຍຸກນີ້ ຈົນບໍ່ສາມາດຄິດເປັນມູນຄ່າອອກມາໄດ້.

ເອົາເປັນວ່າຖ້າເປີດປະເທດພວກເຮົາກໍ່ໄປເບິ່ງດ້ວຍຕົວເອງ ໃນຊີອານມີຫຼາຍຢ່າງໃຫ້ທ່ຽວຊົມ ສຶກສາປະຫວັດສາດເມືອງຈີນ ແລະພື້ນທີ່ສວຍງາມຫຼາຍຢ່າງ.
ຂ່າວ: ສີສຸວົງ