ສະຫວັນນະເຂດເລີ່ມຍິ້ມໄດ້! ທົ່ວແຂວງ ເຫຼືອຜູ້ທີ່ຍັງປິ່ນປົວຢູ່ສູນພຽງແຕ່ 370ຄົນ

542

ຖືວ່າເປັນຂ່າວດີທີ່ຕົວເລກຜູ້ຕິດເຊື້ອໂຄວິດ-19 ທີ່ຍັງຄ້າງສູນປິ່ນປົວ ຢູ່ສະຫວັນນະເຂດແມ່ນຫຼຸດລົງໃນແຕ່ລະວັນ ຕາມທີ່ທາງແຂວງ ໄດ້ອັບເດດໃຫ້ຮູ້ ມາຮອດມື້ນີ້ ທົ່ວແຂວງມີຜູ້ທີ່ຍັງສືບຕໍ່ປິ່ນປົວພຽງແຕ່ 370 ຄົນຫວັງວ່າອີກບໍ່ດົນຕົວເລກນີ້ຈະກາຍເປັນສູນ.

ວັນທີ 20 ຕຸລາ 2021 ກໍ່ໄດ້ມີການສົ່ງຕົວຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 55 ຄົນ ກັບບ້ານພາຍຫຼັງໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ຈຳນວນ 52 ຄົນ ແລະ ໂຮງໝໍສະໜາມ ແພໄໝ 3 ຄົນ.

ກ່ອນກັບບ້ານທາງກຸ່ມວຽກຂ່າວສານເພື່ອສຸຂະພາບ ແລະ ສຸຂະສຶກສາ ໄດ້ໃຫ້ຄວາມຮູ້ກັບຜູ້ທີ່ປີ່ນປົວດີເເລ້ວ ແລະ ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ,ບ້ານ ແລະ ສະຖານທີ່ສ່ວນຕົວ.

ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈວຂ້າເຊື້ອ ເປັນປະຈໍາຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ. ພ້ອມດຽວກັນພີ່ນ້ອງຄົນອ້ອມຂ້າງຕ້ອງໃຫ້ກຳລັງໃຈ ແລະໃຫ້ໂອກາດຜູ້ຕິດເຊື້ອໄດ້ກັບມາໃຊ້ຊີວິດຕາມປົກກະຕິ.

ສຳລັບຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມຢູ່ແຂວງສະຫວັນນະເຂດມາຮອດມື້ນີ້ມີທັງໝົດ 7.510 ຄົນ, ປີ່ນປົວດີເເລ້ວສະສົມ 7.140 ຄົນ, ຍັງປີ່ນປົວຢູ່ໂຮງໝໍສະໜາມ 370 ຄົນ, ເສັຍຊີວິດສະສົມ 10 ຄົນ,ຍິງ 2 ຄົນ.