ຫົງແດງເກັບ 9 ແຕ້ມເຕັມຈາກ3 ນັດ! ຫຼັງຊາລາ ເບິ້ນ ລິເວີພູລ ບຸກເຊືອດ ແອດເລຕິໂກ ມາດຣິດ 10 ຄົນສຸດລະທຶກ 3-2

663
Liverpool's Mohamed Salah celebrates after scoring a penalty shot during the Champions League Group B soccer match between Atletico Madrid and Liverpool at Wanda Metropolitano stadium in Madrid, Spain, Tuesday, Oct. 19, 2021. (AP Photo/Manu Fernandez)

ການແຂ່ງຂັນບານເຕະຢູຟາ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ກຸ່ມບີ ນັດທີສາມ ແອດເລຕິໂກ ມາດຣິດ ທີມດັງຈາກແອັດສະປາຍ ຫລືສະເປນ ເປີດສະໜາມຕ້ອນຮັບການມາຢາມຂອງລິເວີພູລ ຈາກອັງກິດ.

ເຈົ້າຖິ່ນໃຊ້ແຜນ 3-5-2 ອອງຕວນ ກຣີຊມັນ ຈັບຄູ່ ເຈົາ ເຟລິກ ລ່າຕາຂ່າຍ ໂດຍມີໂກເກ້ ກັບ ໂຣດຣິໂກ ເດີ ປອນ ຮັບບົດກອງກາງ. ດ້ານທີມຢາມມາໃນລະບົບ 4-3-3 ເວິກິນ ຟານ ໄດ ບັນຊາເກມ ຮັບ ຊາດິໂອ ມາເນ, ໂຣແບໂຕ ຟີມີໂນ ແລະ ໂມຮາເໝັດ ຊາລາ ເປັນສາມປະສານໃນແດນໜ້າ.

ຜົນການແຂ່ງຂັນປະກົດວ່າ ຂຸນພົນຫົງແດງເປັນຝ່າຍບຸກເອົາຊະນະໄປຢ່າງດຸເດືອດ 3-2 ເຊິ່ງວ່າໄດ້ປະຕູຈາກ ໂມຮາເໝັດ ຊາລາ ໃນນາທີ 8 ກ່ອນຈະສັງຫານຈຸດໂທດອີກໃນນາທີ 78 ແລະ ນາບີ ເກອິຕາ ນາທີ 13 ສ່ວນອີກຝ່າຍ ແມ່ນໄດ້ຈາກ ອອງຕວນ ກຣີຊມັນ ເໝົາຄົນດຽວ ສອງລູກໃນນາທີ 20 ແລະ 34.

ໂດຍເກມນີ້ເຈົ້າບ້ານຕ້ອງເຫຼືອຜູ້ຫຼິ້ນພຽງ 10 ຄົນ ໃນນາທີ 52 ອອງຕວນ ໄດ້ໃບແດງ ຫຼັງຈາກເຂົ້າບານອັນຕະລາຍໃສ່ ໂຣແບໂຕ ຟີມິໂນ. ຈາກການໄດ້ໄຊຊະນະໃນນັດນີ້ ເຮັດໃຫ້ລິເວີພູມີ 9 ຄະແນນເຕັມ ນຳເປັນຈ່າຝູງ ດ້ານ ແອດເລຕິໂກ ມາດຣິດ ມີ 4 ຄະແນນເທົ່າກັບ ເອຟຊີ ປໍໂຕ້.