ຍອດຜູ້ຕິດເຊື້ອໂຄວິດ19 ສູງອີກແລ້ວ, ພົບໃໝ່ 635 ຄົນ, ນະຄອນຫຼວງວຽງຈັນ 439 ຄົນ

527

ໜັກໜ່ວງມື້ນີ້ 20 ຕຸລາ 2021 ພົບຜູ້ຕິດເຊື້ອໂຄວິດ 19 ຍອດສູງເຖິງ 635 ຄົນ, ນໍາເຂົ້າ 7 ຄົນ, ນະຄອນຫຼວງວຽງວຽງຈັນຫຼາຍກ່ອນໝູ່ 439 ກັບມາສູ່ຈຸດນີ້ອີກແລ້ວ, ເສຍຊີວິດເພີ່ມ 2 ຄົນ


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 19 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.710 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 635 ຄົນ (ຕິດເຊື້ອພາຍໃນ ມີ 628 ຄົນ ແລະ ຕິດເຊື້ອນໍາເຂົ້າ 7 ຄົນ ຈາກ ສະຫວັນນະເຂດ 5 ຄົນ, ຈໍາປາສັກ 2 ຄົນ).


ຕິດເຊື້ອໃນທັງໝົດ 628 ຄົນ ນະຄອນຫຼວງວຽງຈັນ 439 ຄົນ, ຫຼວງພະບາງ 72 ຄົນ, ແຂວງວຽງຈັນ 39 ຄົນ, ຄໍາມ່ວນ 19 ຄົນ, ຈໍາປາສັກ 18 ຄົນ, ສາລະວັນ 15 ຄົນ, ສະຫວັນນະເຂດ 13 ຄົນ, ອຸດົມໄຊ 6 ຄົນ, ຫຼວງນໍ້າທາ 3 ຄົນ, ບໍ່ແກ້ວ 2 ຄົນ, ບໍລິຄໍາໄຊ 1 ຄົນ ແລະ ເຊກອງ 1 ຄົນ


ເສຍຊີວິດເພີ່ມ 2 ຄົນ ລວມເປັນຜູ້ເສຍຊີວິດສະສົມ 47 ຄົນ, ຍອດຜູ້ຕິດເຊື້ອສະສົມ 33.606 ຄົນ. ປິ່ນປົວຫາຍດີ 601 ຄົນ, ກໍາລັງປິ່ນປົວ 7.093 ຄົນ.