ປະ​ສົບ​ການພຽບ ປູ​ພື້ນ​ຖານມາດີ​ ເພື່ອ​ຄວ້າ​ມຸງ​ກຸດ​ແຫ່ງຈັກ​ກະ​ວານ ນະພາ ວຽງ​ຄຳ MUL 051

0
1140

ແນະ​ນຳ​ ໃຫ້​ຮູ້​ຈັກ​ກັບ​ອີກ​ຫນຶ່ງ​ສາວ​ງາມ ຜູ້​ມີ​ປະ​ສົບ​ການ ແລະ ຜ່ານ​ມາ​ຫລາຍ​ເວ​ທີ​ການ​ປະ​ກວດ​ເລີຍ ແຕ່​ຍັງ​ບໍ່​ເຖິງ​ເປົ້າ​ຫມາຍ​ສູງ​ສຸດ​ທີ່​ຕັ້ງ​ໄວ້ ແຕ່​ການ​ມາ​ເທື່ອ​ນີ້​ຄື​ກຽມ​ຄວາມ​ພ້ອມ ມາ​ຢ່າງ​ເຕັມ​ທີ່​ເພື່ອ​ຊີງ​ມຸງ​ກຸດ​ອັນ​ຊົງ​ຄຸນ​ຄ່າ ໃນ​ເວ​ທີ​ຈັກ​ກະ​ວານ Miss Universe Lao 2021   ສາວ​ງາມ​ຄົນ​ນີ້ຄື ວຽງຄຳ ທຳມະວົງ ​ຫລື ນະພາ MUL 051 ຈາກນະຄອນຫຼວງ​ວຽງ​ຈັນ,  ຈົບການສຶກສາປະລິນຍາຕີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ສາຂາ ການຢາ ພາກວິຊາ ວິທະຍາສາດ ແລະ  ວິທະຍາໄລ ຣັດຕະນະ ບໍລິຫານ ທຸລະກິດ ສາຂາ ການຕະຫລາດ.

ນະ​ພາ​ໄດ້​ໃຫ້​ສຳ​ພາດ​ກັບ​ທີມ​ຂ່າວ​ບັນ​ເທີງ​ຂອງ​ພວກ​ເຮົາ​ວ່າ: ກ່ອນ​ມາ​ເວ​ທີ​ ແຫ່ງ​ຈັກ​ກາ​ວານ​ນີ້ ຜ່ານການປະກວດນາງສາວນະຄອນຫຼວງຕິດ Top20 , ໄດ້ຮັບຕໍາແໜ່ງ Miss AEC 2018, ເວ​ທີ Miss tourism Top12  2018 ​ແລະ ເວ​ທີ Miss Laos Top 40 2020.

 

ຄຳຄົມ ແລະ ຄະຕິປະຈຳໃຈ : ‘’ເຊື່ອຫມັ້ນຕັ້ງໃຈ ແລະ ເຮັດທຸກຢ່າງໃຫ້ດີທີສຸດ’’ ເຫດ​ຜົນ​ທີ່​ນະ​ພາ​ເອງ​ເລືອກ​ປະ​ກວດ​ເວ​ທີ​ນີ້  ເພາະ​ວ່າຈະເຮັດໃຫ້ເຮົາໄດ້ຮຽນຮູ້ອີກຫລາຍໆຢ່າງ ເຊິ່ງວ່າ​ເວ​ທີ Miss Universe Lao 2021ນີ້  ເປັນເວທີທີ່​ຍິ່ງໃຫຍ່ ໃຫ້ໂອກາດແມ່​ຍິງ​ທີ່​ມີ​ຄວາມ​ຝັນ ແລະ ຢາກ​ເດີນ​ຕາມ​ຄວາມ​ຝັນ ແລະ ເຮັດ​ຄວາມ​ຝັນ​ນັ້ນ​​ໃຫ້​ເປັນ​ຈິງ.

ສຳລັບ ຄວາມສາມາດຂອງ​ນະ​ພາທີຢາກໂຊ​ໃຫ້​ທຸກ​ຄົນ​ໄດ້​ເຫັນ​​ຄື ການເປັນພິທີກອນ ເພາະເປັນສິ່ງທີ່ຮັກ ແລະມັກ ຖ້າ​ເວົ້າ​ເຖິງ​ຈຸດ​ເດັ່ນ ນ້ອງ​ເຊື່ອ​ວ່າ​ທຸກ​ຄົນ​ມີ​ຈຸດ​ເດັ່ນ​ທີ່​ແຕກ​ຕ່າງ​ກັນ​ໄປ ແລະ ນ້ອງ​ເອງ​ກໍ​ມີ​ຈຸດ​ເດັ່ນ​ຄື ຄວາມຕັ້ງໃຈ ແລະ ພະຍາຍາມ.

ກ່ອນເຂົ້າປະກວດ ກໍ​ໄດ້​ມີ​ການກຽມຕົວ​ຄື ກຽມພ້ອມທຸກຢ່າງ ສຳຄັນທີ່ສຸດຄື  ທາງດ້ານຈິດໃຈທີ່ຕ້ອງພ້ອມ ຢູ່​ສະ​ເຫມີ ແລະ ຖ້ານະ​ພາໄດ້ຕຳແຫນ່ງ ຢາກມີທຸກສ່ວນຮ່ວມໃຫ້ການ​ຊ່ວຍ​ເຫລືອກັບສັງຄົມ ຊ່ວຍເປັນກະບອກສຽງ ໃນການຊ່ວຍກັນປ້ອງກັນ  ຫລື ຮັກສາໂຕໃນສະຖານະການຄືປະຈຸບັນນີ້.

ສຳລັບ ໃນວົງການ ຜົ​ນ​ງານ​ຜ່ານ​ມາ​ກໍ​ຈະ​ມີ​ການ​ເປັນພິທີກອນ, ເອັມຊີງານອີເວັນ, ເດີນແບບ, ຖ່າຍຫນັງ, ເອັມວີ ແລະ ລີວິວຕ່າງໆ  ສ່ວນຜົນ​ງານ​ໃນປະຈຸບັນ ກໍຈະເປັນເອັມຊີຖ່າຍລີວິວ ສຳລັບກິດຈະກຳຍາມວ່າງ ໃຫ້ເວລາກັບຄອບຄົວ ຫລື ອອກໄປຖ່າຍຮູບຕາມສະຖານທີ່ງາມໆ ເພື່ອ​ຜ່ອນ​ຄາຍ ແລະ ຫາ​ຄວາມ​ສຸກ​ໃຫ້​ແກ່​ຕົນ​ເອງ.

ສຸດ​ທ້າຍ​ນີ້ ຂໍຂອບໃຈສຳລັບໂອກາດຄັ້ງນີ້ ຈະຕັ້ງໃຈເຮັດໃຫ້ດີທີ່ສຸດກັບສິ່ງທີ່ມັກ ແລະ ຮັກ ຝາກທຸກຄົນຊ່ວຍເປັນກຳລັງໃຈໃຫ້ນະພາແນ່ເດີ MUL 051 ຊ່ອງ​ທາງ​ໃນ​ການ​ຕິດ​ຕາມແມ່ນ​ທາງ​ເຟ​ສ​ບຸກ​ສ່ວນ​ຕົວ:  Napha Thammavong.

ຮູບ: Napha Thammavong.

 

LEAVE A REPLY

Please enter your comment!
Please enter your name here