ເບິ່ງບົດຮຽນຂອງຊາວນາຜູ້ລົງຕົວຈີງ ເຮັດແນວໃດປະຢັດຕົ້ນທຶນ ແລະໄດ້ຜົນຫຼາຍ

728

ການເຮັດກະສິກຳແມ່ນອາຊີບໜຶ່ງທີ່ປະຊາຊົນລາວເຮົາ ໄດ້ມີການສືບທອດມາແຕ່ດົນນານ ແຕ່ອາຊີບກະສິກຳທີ່ໄດ້ຮັບການນິຍົມ ແລະ ເປັນສ່ວນຫຼາຍຂອງປະເທດໄດ້ແກ່ການເຮັດນາ ແຕ່ຫຼາຍປີມານີ້ກໍມີເຕັກນິກການເຮັດນາທີ່ແຕກຕ່າງອອກໄປ ບໍ່ແມ່ນດຳຢ່າງດຽວຄືເມື່ອກ່ອນອີກ ມື້ນີ້ຈິ່ງຢາກນຳເອົາບົດຮຽນການເຮັດນາຢອດມາຝາກແຟນຂ່າວທຸກທ່ານ ໄດ້ນຳໄປເປັນແບບໃນລະດູການຕໍ່ໄປ.

ຄອບຄົວ ນາງ ບຸນມາ ໄຊວົງ ຊາວນາບ້ານດ່ານຖິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວເປັນຄອບຄົວໜຶ່ງທີ່ເຮັດນາປີໂດຍນໍາໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນການຜະລິດ,ເຊິ່ງຜ່ານມາແມ່ນເຮັດນາປູກ ແຕ່ມັນໃຊ້ແຮງງານຫຼາຍ ແລະ ສິ້ນເປືອງຫຼາຍ ປີນີ້ຈິ່ງທົດລອງເຮັດນາຢອດ ເຫັນວ່າປະຢັດເວລາ, ປະຢັດຕົ້ນທຶນ ແລະ ຜົນໄດ້ຮັບດີກວ່ານາປູກ ຄາດວ່າຜົນຜະລິດປີນີ້ຈະໄດ້ປະມານ 8 ໂຕນກວ່າ ໃນເນື້ອທີ່ 8 ໄລ່.

ຄອບຄົວ ທ້າວ ບຸນທໍາ ໄຊວົງ ເຊິ່ງເປັນພີ່ນ້ອງກັນກັບ ນາງ ບຸນມາ ໄຊວົງ ໃຫ້ຮູ້ວ່າຜ່ານມາພັກ-ລັດ ໄດ້ສົ່ງເສີມການຜະລິດແບບກຸ້ມກິນ ພາຍໃນຄອບຄົວ ແລະ ແຮໄວ້ເທົ່ານັ້ນ ແຕ່ມາເຖິງປະຈຸບັນພັກ-ລັດ ໄດ້ຊຸກຍູ້ປະຊາຊົນທໍາການຜະລິດໃຫ້ຫຼາຍກາຍເປັນສິນຄ້າ ເພື່ອສົ່ງອອກ ດັ່ງນັ້ນຄອບຄົວຕົນເອງຈຶ່ງຫັນປ່ຽນວິທີການເຮັດນາແບບນໍາໃຊ້ເຕັກນິກທີ່ທັນສະໄໝ ໂດຍການເຮັດນາຢອດ ແລະ ເກັບກ່ຽວດ້ວຍເຄື່ອງຈັກ ເຫັນວ່າມັນປະຢັດເວລາ, ປະຢັດແຮງງານ ແລະ ປະຢັດຕົ້ນທຶນ ຄາດວ່າຜົນຜະລິດປີນີ້ຈະໄດ້ປະມານ 8 ໂຕນກວ່າ ໃນເນື້ອທີ 8 ໄລ່ .ການເຮັດນາປູກແມ່ນເສຍເວລາ, ເສຍຕົ້ນທຶນຫຼາຍເພາະໄດ້ໃຊ້ແຮງຄົນເປັນຈຳນວນຫຼາຍ.

ແຕ່ທັ້ງນີ້ ການຜະລິດເຂົ້ານາປີຂອງຊາວກະສິກອນ ຢູ່ເມືອງຫ້ວຍຊາຍປີນີ້ ແມ່ນໄດ້ຮັບຜົນດີກວ່າປີຜ່ານມາ ເນື່ອງຈາກປີນີ້ຝົນຕົກຖືກຕາມລະດູການ ເຮັດໃຫ້ຊາວກະສິກອນກະກຽມການຜະລິດທັນກັບເວລາ ຊົນລະປະທານກໍ່ສາມາດເກັບນໍ້າ ແລະ ສະໜອງນໍ້າໄດ້ດີ ຈຶ່ງເຮັດໃຫ້ການຜະລິດເຂົ້ານາປີຂອງຊາວກະສິກອນໄດ້ຮັບຜົນດີ ເຂົ້າງາມ, ນໍ້າພຽງພໍ.

ແຕ່ກໍ່ຍັງມີເນື້ອທີ່ນາບາງເຂດໄດ້ຮັບຜົນກະທົບ ເປັນຕົ້ນເເມ່ນເກີດໄພນໍ້າຖ້ວມ, ມີແມ້ງໄມ້, ຕັກກະແຕນ ແລະ ເພ້ຍທີ່ທໍາລາຍຕົ້ນເຂົ້າເຮັດໃຫ້ເຂົ້າຕາຍ ການລົງເກັບກໍາຂໍ້ມູນເບື້ອງຕົ້ນເຫັນວ່າສັດຕູພຶດທໍາລາຍເຂົ້ານາປີຂອງປະຊາຊົນແມ່ນຫຼາຍພໍສົມຄວນ,ໃນນັ້ນກຸ່ມບ້ານປາກງາວຖືກສັດຕູພືດທໍາລາຍເປັນຈໍານວນຫຼາຍປະກອບມີ 3 ບ້ານຄື: ບ້ານປາກງາວມີ 40 ຄອບຄົວ ມີເນື້ອທີ່ທັງໝົດ 41,8 ແຮັກຕາ, ເສຍຫາຍ 21,3 ແຮັກຕາ, ບ້ານດອນຄູນ ມີ 12 ຄອບຄົວ, ມີເນື້ອທີ່ທັງໝົດ 43 ໄລ່, ບ້ານນໍ້າແສນ ມີ 23 ຄອບຄົວ ມີ 58 ໄລ່, ການລົງກວດກາໃນຄັ້ງນີ້ເຫັນວ່າເນື້ອທີ່ນາໄດ້ພົ່ນຢາຂ້າສັດຕູພືດໄວ້ທັນແມ່ນສາມາດກັບມາຟຶ້ນຕົວໄດ້ຢ່າງເປັນປົກກະຕິ, ສ່ວນບ່ອນທີ່ເສຍຫາຍຫຼາຍແມ່ນບໍ່ສາມາດກັບກ່ຽວຜົນຜະລິດເຂົ້ານາໄດ້

ນອກນັ້ນ ຫ້ອງການທີ່ກ່ຽວຂ້ອງຍັງໃຫ້ຂໍ້ມູນກ່ຽວກັບຜົນເສຍຫາຍຈາກສັດຕູພືດທໍາລາຍເຂົ້ານາປີຂອງປະຊາຊົນ ປະເພດ ເພ້ຍຈັກຈັ່ນ, ຕັກແຕນ ແລະ ໜູຂີ ທົ່ວເມືອງ 25 ບ້ານ, ມີເນື້້ອທີ່ທັງໝົດ 34.571 ແຮັກຕາ, ເພ້ຍຈັກຈັ່ນທໍາລາຍເຂົ້ານາເນື້ອທີ່ 305,91 ເຮັກຕາ, ເສຍຫາຍ 33,74 ເຮັກຕາ, ຕັກແຕນທໍາລາຍເຂົ້ານາເນື້ອທີ່ 18,08 ເຮັກຕາ, ເສຍຫາຍ 1,32 ເຮັກຕາ, ໜູຂີທໍາລາຍເຂົ້ານາເນື້ອທີ່ 20,88 ເຮັກຕາ, ເສຍຫາຍ 5,82 ເຮັກຕາ, ບົ້ງໃບຮໍາທໍາລາຍເຂົ້ານາເນື້ອທີ່ 1 ເຮັກຕາ, ເສຍຫາຍ 0,16 ເຮັກຕາ.ຕໍ່ກັບເຫດການດັ່ງກ່າວ ຂະແໜງການທີ່ກ່ຽວຂ້ອງໄດ້ແນະນຳໃຫ້ຊາວກະສິກອນປູກພືດຊະນິດອື່ນທົດແທນ,ເພື່ອແກ້ໄຂໃນສະເພາະໜ້າ ແລະ ຂຶ້ນແຜນໃຫ້ການຊ່ວຍເຫຼືອຕໍ່ໄປ.