ອີກແລ້ວ ແຈ້ງປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດ ແອັດຊັງທໍາມະດາ 420 ກີບ/ລິດ

745

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການໃມ່ ກ່ຽວກັບການປັບລາຄານໍ້າມັນເຊື້ອໄຟຂອບເຂດທົ່ວປະເທດ ສະບັບເລກທີ 0980/ອຄ ລົງວັນທີ 19 ຕຸລາ 2021 ລະບຸວ່າ
ຂໍແຈ້ງມາຍັງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້ານໍ້າມັນຂາຍຍ່ອຍນໍ້າມັນເຊື້ອໄຟ ໃຫ້ປະຕິບັດລາຄາຂາຍໃໝ່ໃນເຂດເທດສະບານແຂວງ ນະຄອນຫຼວງວຽງຈັນ ດັ່ງນີ້

ລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດວັນທີ20 ຕຸລາ 2021 ຕັ້ງແຕ່ເວລາ 6:00 ໃນຂອບເຂດທົ່ວປະເທດ
ການປັບລາຄາໃນຄັ້ງນີ້ແມ່ນໄດ້ຫຼຸດຄັງແຮນໍ້າມັນເຊື້ອໄຟທຸກຊະນິດືື ຄັງແຮນໍາມັນແອັດຊັງຫຼຸດລົງ 200 ກີບ/ລິດ, ຮັງແຮແອັດຊັງທໍາມະດາ 54 ກີບ/ລິດ, ຄັງແຮນໍ້າມັນກາຊວນ 76 ກີບ/ລິດ

ແລະ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື ນໍ້າມັນແອັດຊັງພິເສດ ປັບຂຶ້ນ 450 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາປັບຂຶ້ນ 420 ກີບ/ລິດ ແລະ ກາຊວນປັບຂຶ້ນ 380 ກີບ/ລິດ

ການຄິດໄລ່ພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ຕາມທີ່ກໍານົດໄວ້ ໃນການໂຄງສ້າງນໍ້າມັນເຊື້ອໄຟສະບັບເລກທີ 0749/ກຄພນ, ົງວັນທີ 19 ຕຸລາ 2021 ວ່າຈະມີການປ່ຽນແປງ

ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ