ທີມງານຖ່າຍທຳຮູບເງົາຂອງຣັດເຊຍ ກັບເຖິງໂລກແລ້ວ

588

ສຳ​ນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ຈະຫຼວດ​ໂຊ​ຢຸດ MS-18 ຂອງ​ອົງ​ການ​ອາ​ວະ​ກາດ​ຣັດ​ເຊຍ ໄດ້​ບັນ​ທຸກ​ນັກ​ບິນ ພ້ອມ​ນັກ​ສະ​ແດງ ແລະ ທີມ​ງານ​ຖ່າຍ​ທຳ​ຮູບ​ເງົາ ໄດ້​ເດີນ​ທາງ​ກັບ​ຄືນ​ສູ່​ໂລກ​ແລ້ວ​ໃນ​ເວ​ລາ​ປະ​ມານ 11:35 ໂມງ​ຂອງວັນ​ທີ 17 ຕຸ​ລາ​ຜ່ານ​ມາ (ຕາມ​ເວ​ລາ​ໃນ​ປະ​ເທດ​ເຮົາ) ທີ່​ເມືອງ​ເຊ​ຊ​ຄາ​ສ​ກັນ​ຂອງ​ຄາ​ຊັກ​ສະ​ຖານ ໂດຍໃຊ້​ເວ​ລາ​ປະ​ມານ 3 ຊົ່ວ​ໂມງ​ເຄິ່ງເດີນ​ທາງ​ຈາກ​ສະ​ຖາ​ນີ​ອາ​ວະ​ກາດ​ນາໆ​ຊາດ (ISS) ກັບ​ສູ່​ໂລກ.

ທັງ​ນີ້ ທີມ​ງານ​ຖ່າຍ​ທຳ​ດັ່ງ​ກ່າວ​ໄດ້​ເດີນ​ທາງ​ຂຶ້ນ​ໄປ​ຖ່າຍ​ທຳ​ຮູບ​ເງົາ​ຢູ່​ສະ​ຖາ​ນີ​ອາ​ວະ​ກາດ​ນາ​ນາ​ຊາດ​ໃນ​ວັນ​ທີ 5 ຕຸ​ລາ​ຜ່ານ​ມາ ເພື່ອ​ຖ່າຍ​ທຳ​ສາກ​ໜຶ່ງ​ຂອງ​ຮູບ​ເງົາ​ເລື່ອງ ຊາ​ເລັນ (Challenge) ​ເປັນ​ເວ​ລາ 12 ວັນ ເຊິ່ງ​ມີ ນາງ ເພ​ເຣ​ຊີ​ລ ຮັບ​ບົດ​ບາດ​ເປັນ​ແພດ ທີ່​ຕ້ອງ​ເດີນ​ທາງ​ຂຶ້ນ​ສູ່​ສະ​ຖາ​ນີ​ອາ​ວະ​ກາດ​ນາ​ນາ​ຊາດ​ຢ່າງ​ຮີບ​ດ່ວນ ເພື່ອ​ຜ່າ​ຕັດຫົວ​ໃຈ​ຂອງ​ນັກ​ບິນ​ອາ​ວະ​ກາດ​ຢ່າງ​ເລັ່ງ​ດ່ວນ ເຊິ່ງ​ກ່ອນ​ຈະ​ຂຶ້ນ​ໄປ​ຖ່າຍ​ທຳ, ທີມ​ງານ​ນັກ​ສະ​ແດງ ໄດ້​ເຂົ້າ​ຝຶກ​ອົບ​ຮົມ​ສະ​ມັດ​ທະ​ພາບ​ຂັ້ນ​ພື້ນ​ຖານ​ຂອງ​ຮ່າງ​ກາຍ​ຢ່າງ​ເຂັ້ມ​ງວດ ກ່ອນ​ຈະ​ຂຶ້ນ​ໄປ​ສູ່ ສ​ະຖາ​ນີອາ​ວະ​ກາດ​ນາ​ນາ​ຊາດ ແລະ ໃຊ້​ຊີ​ວິດ​ຢູ່​ທີ່​ນັ້ນ​ເປັນ​ເວ​ລາ 12 ວັນ.