ເລຂາທິການ ສປຊ ຮຽກຮ້ອງໃຫ້ການຟື້ນຕົວຢ່າງເທົ່າທຽມ

483

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​​ວ່າ: ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ກ່າວ​ເນື່ອງ​ໃນ​ໂອ​ກາດ​ວັນ​ສາ​ກົນ​ເພື່ອ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ໃນ​ວັນ​ທີ 17 ຕຸ​ລາ​ ໂດຍ​ໄດ້​ຮຽກ​ຮ້ອງ​ການ​ຟື້ນ​ຕົວ​ຈາກ​ຜົນ​ກະ​ທົບ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ເທົ່າ​ທຽມ ແລະ ຍືນ​ຍົງ ເພື່ອ​ຢຸດ​ຕິ​ຄວາມ​ທຸກ​ຍາກ ແລະ ສ້າງ​ໂລກ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ, ມີ​ກຽດ ແລະ ໂອ​ກາດ​ສຳ​ລັບ​ທຸກ​ຄົນ.

ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ອີກວ່າ: ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 20 ປີ​ທີ່​ຄວາມ​ທຸກ​ຍາກ​ຂັ້ນ​ຮຸນ​ແຮງ​ກຳ​ລັງ​ພີ່ມ​ຂຶ້ນ, ເມື່ອ​ປີ​ຜ່ານ​ມາ ມີ​ຜູ້​ຄົນ​ທົ່ວ​ໂລກ​ປະ​ມານ 120 ລ້ານ​ຄົນ​ຕ້ອງ​ຕົກ​ຢູ່​ໃນ​ຄວາມ​ທຸກ​ຍາກ​ຂັ້ນ​ຮຸນ​ແຮງ ເນື່ອງ​ຈາກ​ໄດ້​ຮັບຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ສ້າງ​ຄວາມ​ເສຍ​ຫາຍ​​ໃຫ້​ແກ່ເສດ​ຖະ​ກິດ ແລ​ະ ສັງ​ຄົມ, ພ້ອມ​ຢ້ຳ​ວ່າ: ການ​ຟື້ນ​ຕົວ​ທີ່​ບໍ່​ສົມ​ດຸນ ກຳ​ລັງ​ເຮັດ​ໃຫ້​ໂລກ​ຂອງ​ພວກ​ເຮົາ​ຍິ່ງ​ແຕກ​ໂຕນ​ກັນຫຼາຍ​ຂຶ້ນ, ຄວາມ​ເປັນ​ນ້ຳ​ໜຶ່​ງ​ໃຈ​ດຽວ ຄວາມ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ກຳ​ລັງ​ຂາດ​ຫາຍ​ໄປ​ໃນ​ຍາມ​ທີ່​ພວກ​ເຮົາ​ຕ້ອງ​ການ​ສິ່ງ​ນັ້ນຫຼາຍ​ທີ່​ສຸດ.

ຄວາມ​ບໍ່​ເທົ່າ​ທຽມ​ໃນ​ການ​ເຂົ້າ​ເຖິງວັກ​ແຊັງ ເຮັດ​ໃຫ້​ພະ​ຍາດ​ໂຄວິດ-19 ພັດ​ທະ​ນາ​ສາຍ​ພັນ​ຕ່າງໆ ແລະ ລະ​ບາດ​ໄປ​ທົ່ວ​ໂລກ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ ແລະ ເຮັດ​ໃຫ້​ເສດ​ຖະ​ກິດ​ຟື້ນ​ຕົວ​ຊ້າ​ລົງ​ ເຊິ່ງ​ສ້າງ​ຄວາມ​ເສຍ​ຫາຍຫຼາຍ​ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ, ພວກ​ເຮົາ​ຕ້ອງ​ຢຸດ​ຄວາມ​ຮຸນ​ແຮງ, ຮັບ​ມື​ກັບ​ໜີ້​ສິນ ແລະ ລົງ​ທຶນ​ທີ່​ຍືນ​ຍົງ​ໃນ​ປະ​ເທດ​ຕ່າງໆ​ທີ່​ມີ​ຄວາມ​ຕ້ອງ​ການ​ສູງ​ສຸດ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ ສ​ປ​ຊ ກ່າວ.