ທະນາຄານຮ່ວມພັດທະນາ ເປີດກອງປະຊຸມທາງໄກ ກັບໜ່ວຍບໍລິການທົ່ວປະເທດ ທົບທວນການດໍາເນີນທຸລະກິດ 9 ເດືອນ ແລະ ສູ້ຊົນປະຕິບັດ 3 ເດືອນທ້າຍປີ 2021

1413

ໃນວັນທີ 15 ຕຸລາ 2021 ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ຫລື JDB ໄດ້ເປີດກອງປະຊຸມທາງໄກດ້ວຍລະບົບ Video Conference ກັບໜ່ວຍບໍລິການທົ່ວປະເທດ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມີຄະນະອໍານວຍການ, ຕະຫຼອດເຖິງຜູ້ບໍລິຫານລະດັບສູງ ກໍໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້.

ກ່າວເປີດພິທີຢ່າງເປັນທາງການໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບຜົນການດໍາເນີນທຸລະກິດໃນໄລຍະ 9 ເດືອນຜ່ານມາ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍຕາມ, ຍັງເຮັດໃຫ້ການດໍາເນີນທຸລະກິດເປັນໄປຢ່າງປົກກະຕິ; ຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານ ແລະ ພະນັກງານທຸກຄົນ ຈຶ່ງເຮັດໃຫ້ຜົນປະກອບການ 9 ເດືອນຜ່ານມາຍັງຖືວ່າຢູ່ໃນລະດັບດີ, ຖືວ່າບັນລຸເປົ້າໝາຍທີ່ຕັ້ງໄວ້ໃນການບໍລິການລູກຄ້າໃຫ້ມີຄວາມປະທັບໃຈ.

ເພື່ອບັນລຸເປົ້າໝາຍ KPI ທີ່ວາງໄວ້ສືບຕໍ່ແຜນການ 3 ເດືອນທ້າຍປີ ແມ່ນຕ້ອງໄດ້ສູ້ຊົນເພື່ອຮັກສາຖານລູກຄ້າເກົ່າໄວ້ ແລະ ຂະຫຍາຍລູກຄ້າໃໝ່ໃຫ້ກວ້າງຂວາງ, ການປ່ອຍສິນເຊື່ອເຫັນວ່າເພີ່ມຂຶ້ນຫຼາຍເທົ່າຕົວເມື່ອທຽບໃສປີຜ່ານມາ. ລວມຍອດຊັບສິນທັງໝົດປະຕິບັດໄດ້ 95% ຂອງແຜນການປີ 2021; ແຫຼ່ງທຶນປະຕິບັດໄດ້ 75%; ການປ່ອຍສິນເຊື່ອປະຕິບັດໄດ້ 101% ແລະ ສາມາດສ້າງຜົນກໍາໄລໄດ້ລື່ນແຜນການ 115% ຂອງແຜນການປີ 2021. ຈາກນັ້ນ ກໍໄດ້ມີການປະກອບຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ ຂອງຄະນະຜູ້ບໍລິຫານ ແລະ ຫົວໜ້າໜ່ວຍບໍລິການຕ່າງໆໃນຂອບເຂດທົ່ວປະເທດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ກໍໄດ້ມີຄໍາຄິດຄໍາເຫັນຕໍ່ກອງປະຊຸມບາງຕອນ ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມຫຍຸ້ງຍາກ ແລະ ຄວາມທ້າທາຍໃນການດໍາເນີນທຸລະກິດໃນສະພາບທີ່ມີການລະບາດຂອງພະຍາດໂຄວິດ-19 ແລະ ຕ້ອງໄດ້ປັບຕົວເຂົ້າກັບສະພາບການ, ດໍາລົງຊີວິດແບບໃໝ່, ຕັ້ງໜ້າປະກອບສ່ວນຈົນສຸດຄວາມສາມາດ ເພື່ອບັນລຸເປົ້າໝາຍທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ. ເພື່ອສູ້ຊົນໂຄ້ງສຸດທ້າຍ 3 ເດືອນທ້າຍປີ 2021 JDB ຕ້ອງໄດ້ອອກແຮງສ້າງຜົນກໍາໄລໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ ເຕີບໃຫຍ່ໄປພ້ອມກັນ ”