ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 20

804

ໃນວັນທີ 18 ຕຸລາ 2021 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ທັງເປັນລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມທາງໄກສະພາປະຊາຄົມເສດຖະກິດອາຊຽນ ຄັ້ງທີ 20 ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ Dato Dr Amin Abdullah ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການເງິນ ແລະ ເສດຖະກິດຂອງບຣູໄນ ໃນຖານະປະທານໜູນວຽນອາຊຽນໃນປີ 2021 ໂດຍມີບັນດາລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ, ບັນດາລັດຖະມົນຕີດີຈິຕອນອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.


ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນວຽກງານການຫັນເປັນດີຈີຕອນຂອງອາຊຽນ, ແຜນວຽກບູລິມະສິດຂອງເສົາຄໍ້າເສດຖະກິດພາຍໃຕ້ການເປັນປະທານອາຊຽນຂອງບຣູໄນ ປີ 2021, ບົດລາຍງານທົບທວນກາງສະໄໝການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມເສດຖະກິດອາຊຽນ 2025, ການສ້າງແຜນວິໄສທັດປະຊາຄົມອາຊຽນພາຍຫຼັງປີ 2025 ແລະ ກະກຽມບັນດາເອກະສານທີ່ກ່ຽວຂ້ອງພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ເພື່ອນໍາສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ພິຈາລະນາ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021.


ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຄໍາແພງ ໄຊສົມແພງ ປະກອບຄຳເຫັນສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການຈັດຕັ້ງປະຕິບັດໃນຫຼາຍແຜນວຽກບູລິມະສິດພາຍໃຕ້ເສົາຄ້ຳເສດຖະກິດ ແລະ ເນັ້ນເຖິງຄວາມສໍາຄັນຂອງການສ້າງປະຊາຄົມເສດຖະກິດອາຊຽນປີ 2025 ໂດຍສະເພາະສ້າງໃຫ້ອາຊຽນກາຍເປັນພາກພື້ນທີ່ມີຄວາມເຂັ້ມແຂງ ແລະ ສາມາດໝູນໃຊ້ເຕັກໂນໂລຊີນະວັດຕະກໍາທີ່ທັນສະໄໝ ເພື່ອກ້າວໄປສູ່ການຫັນເປັນເສດຖະກິດດີຈີຕອນເທື່ອລະກ້າວ.

ພ້ອມກັນນັ້ນ, ກໍໄດ້ເນັ້ນເຖິງຄວາມສໍາຄັນຂອງການທົບທວນກາງສະໄໝແຜນແມ່ບົດປະຊາຄົມເສດຖະກິດອາຊຽນ ທີ່ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດຕາມເປົ້າໝາຍ ໂດຍສະເພາະຕິດພັນກັບວຽກງານການສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານການລົງທຶນໃນອາຊຽນ, ການປັບປຸງກົນໄກການຕິດຕາມການຈັດຕັ້ງປະຕິບັດສັນຍາເສດຖະກິດອາຊຽນ, ການສ້າງຂອບວຽກເພື່ອຈັດຕັ້ງປະຕິບັດສັນຍາການຄ້າດ້ານເອເລັກໂຕຣນິກອາຊຽນ, ການສົ່ງເສີມຕ່ອງໂສ້ມູນຄ່າເພີ່ມໃນພາກພື້ນ ແລະ ການກ້າວໄປສູ່ການພັດທະນາແບບເທົ່າທຽມ, ຮອບດ້ານ ແລະ ຍືນຍົງໃນອາຊຽນ.


ກອງປະຊຸມຄັ້ງນີ້ ລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ ໄດ້ຮັບຊາບ ແລະ ຮັບຮອງເອົາ 29 ເອກະສານ ເປັນຕົ້ນບົດລາຍງານຂອງສະພາປະຊາຄົມເສດຖະກິດອາຊຽນຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39, ເອກະສານຂອບວຽກວ່າດ້ວຍເສດຖະກິດໝູນວຽນສໍາລັບປະຊາຄົມເສດຖະກິດອາຊຽນ, ແຜນ Bandar Seri Begawan ວ່າດ້ວຍວາລະການຫັນເປັນດີຈີຕອນອາຊຽນ ເພື່ອເລັ່ງການຟື້ນຟູເສດຖະກິດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ການເຊື່ອມໂຍງເສດຖະກິດດີຈີຕອນອາຊຽນ, ເອກະສານຂອບວຽກການຮ່ວມມືອາຊຽນເພື່ອສ້າງຄວາມເຂັ້ມແຂງດ້ານນະໂຍບາຍຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ.

ຂ່າວ-ພາບ: ສັນຕິ