ເຕືອນ! ກຽມຮັບມືກັບອາກາດໜາວ ມວນອາກາດເຢັນຈາກຈີນກຳລັງເຄື່ອນເຂົ້າມາ

1319

ສະພາບອາກາດອາທິດນີ້ ຈະເລີ່ມເຢັນລົງເນື່ອງຈາກມວນອາກາດເຢັນຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ ດ້ວຍກຳລັງປານກາງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1128/ກອຕທ, ລົງວັນທີ 18 ຕຸລາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 18 ຫາ 24 ຕຸລາ 2021 ວ່າ: ໄລຍະວັນທີ 18 ຫາ 20 ຕຸລານີ້ ຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ແຂວງພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນພ້ອມໝອກບາງປົກຫຸ້ມໃນຕອນເຊົ້າ ຢູ່ແຂວງພາກເໜືອ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖີ່ນແຂວງພາກໃຕ້.

ຈາກນັ້ນໃນໄລຍະວັນທີ 21 ຫາ 24 ຕຸລາ 2021 ມວນອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເໜືອ ແລະ ພາກກາງຂອງປະເທດລາວ ດ້ວຍກຳລັງປານກາງ, ສ່ວນພາກໃຕ້ ປົກຄຸມດ້ວຍບໍລິເວນຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງ, ຊື່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງ ຢູ່ແຂວງພາກກາງ ແລະ ພາກໃຕ້, ສ່ວນພາກເໜືອ ອາກາດເຢັນ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖີ່ນ.

ເຊິ່ງອາກາດມີການປ່ຽນແປງແບບນີ້ແມ່ນຈະເຮັດໃຫ້ຮ່າງກາຍປັບບໍທັນ ແລະເຈັບໄຂ້ໄດ້ປ່ວຍງ່າຍ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕ່ຳ ດັ່ງນັ້ນຢ່າລືມກຽມເສື້ອຜ້າກັນໜາວໄວ້ ກິນອຸ່ນນຸ່ງອຸ່ນ ເພື່ອຮັກສາສຸຂະພາບຂອງທ່ານ ແລະຄົນທີ່ຮັກ ສຳຄັນຕ້ອງເອົາໃຈໃສພິເສດແຕໍ່ຜູ້ເຖົ້າ ແລະເດັກນ້ອຍ.