ລົດໄຟຟ້າ ມາແຮງ ພ້ອມມີນະໂຍບາຍສ້າງຄວາມສົນໃຈຕໍ່ເນື່ອງ

2074

ຕ້ອງຍອມຮັບວ່າ ປັດຈຸບັນລົດໄຟຟ້າກໍາລັງມາແຮງ ທາງບໍລິສັດທີ່ນໍາເຂົ້າໄດ້ມີນະໂຍບາຍໃໝ່ໆອອກມາຕະຫຼອດຍິ່ງເປັນທີ່ຈັບຕາ ຂະນະທີ່ລັດຖະບານລາວກໍມີແນວທາງສົ່ງເສີມ ເຊິ່ງແທດເໝາະກັບທິດທາງພັດທະນາແບບສີຂຽວ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ຜ່ານມາພວກເຮົາຈະເຫັນຂ່າວການເຄື່ອນໄຫວຊ່ວຍເຫຼືອສັງຄົມຂອງບໍລິສັດ BYD Laos ອັນເປັນສັນຍານບົ່ງບອກວ່າ ກໍາລັງສ້າງຄວາມຮັບຮູ້ຈົດຈໍາດ້ານຍີ່ຫໍ້ ແລະ ກ້າວສູ່ການຕີຕະຫຼາດຢ່າງເຕັມຕົວ.

ຄວາມຈິງບໍລິສັດ BYD Laos ໄດ້ນໍາລົດໄຟຟ້າເຂົ້າມາລາວໄດ້ຫຼາຍປີແລ້ວແຕ່ການບຸກຕະຫຼາດຍັງຢູ່ໃນວົງແຄບ ເຊິ່ງປີນີ້ຕ່າງຈາກປີຜ່ານມາ ໂດຍສະເພາະໄລຍະໂຄວິດລະບາດພະນັກງານບໍ່ສະດວກເຄື່ອນໄຫວໃນຮູບແບບເກົ່າ ທາງບໍລິສັດ ກໍເນັ້ນສື່ອອນລາຍເປັນຊ່ອງທາງໃນການເຂົ້າເຖິງກຸ່ມເປົ້າໝາຍພ້ອມຂະຫຍາຍພື້ນທີ່ຕະຫຼາດຈໍາໜ່າຍ.

อาจเป็นรูปภาพของ รถยนต์, กลางแจ้ง และ ข้อความ

ການໂຄສະນາເຜີຍແຜ່ຂອງບໍລິສັດ BYD Laos ມີຫຼາຍຮູບແບບ ແລະ ຫຼາຍສ່ອງທາງ ທັງລົງວາງສະແດງຕາມຈຸດຕ່າງໆ, ໃຫ້ລອງຂັບຂີ່, ຊ່ວຍເຫຼືອສັງຄົມ, ມອບລົດໃຫ້ບາງພາກສ່ວນ ແລະ ອື່ນໆ ແຕ່ທີ່ໜ້າຕິດຕາມໄປພ້ອມໆແມ່ນໂປຣໂມຊັນແຕ່ລະໄລຍະບໍ່ວ່າຈະເປັນນະໂຍບາຍຈອງລົດ 100 ໂດລາມີມູນຄ່າເທົ່າ 500 ໂດລາ, ຖ່າຍຮູບກັບລົດໂພສລົງທາງອອນລາຍຊີງເງິນລາງວັນ ແລະ ຊື້ລົດໄດ້ໂທລະ ສັບໄອໂຟນ ລຸ້ນໃໝ່ ທີ່ຍັງສືບຕໍ່ມີຢູ່ ເປັນຕົ້ນ.

อาจเป็นรูปภาพของ รถยนต์

ແນວໃດກໍຕາມຈຸດເດັ່ນຂອງລົດໄຟຟ້າ ນອກຈາກ ຄວາມສວຍງາມ ແລະ ຫຼູຫຼາຢ່າງມີລະດັບແລ້ວ ຍັງມາພ້ອມກັບສິ່ງອໍານວຍຄວາມສະດວກ ແລະ ປະຢັດຄ່າໃຊ້ຈ່າຍ ເຖິງເຮັດໃຫ້ຫຼາຍຄົນຕັດສິນໃຈຈົກເງິນຊື້ໂດຍສະເພາະຄົນໃນເມືອງ.
อาจเป็นรูปภาพของ รถยนต์

อาจเป็นรูปภาพของ รถยนต์
ລົດໄຟຟ້າ BYD ມາເຕັມທັງເລື່ອງຄຸນນະພາບ ແລະ ທາງບໍລິສັດກ້າຮັບປະກັນ ແບັດເຕີຣີເຖິງ 8 ປີໄປເລີຍ. ແນ່ນອນລົດໄຟຟ້າທີ່ວ່ານີ້ແມ່ນມີຫຼາຍຂະໜາດ, ຫຼາຍລຸ້ນ ເຊັ່ນ: BYD e2, BYD YUAN ev, BYD Tang ev ແລະ BYD SONG PRO ເປັນຕົ້ນ. ແຕ່ລະລຸ້ນບອກເລີຍວ່າ ງົດງາມຄູ່ຄວາມທັນສະໄໝ ສາມາດສົ່ງຜົນເຮັດໃຫ້ຜູ້ຊົມໃຊ້ມີບຸກຄະລິກກະພາບປ່ຽນແປງດ້ານບວກໄປໃນຕົວ ລວມທັງເປັນພາບລັກໃຫ້ກັບຕົນເອງໃນການອອກສັງຄົມ.

ຂໍ້ສະດວກອີກຢ່າງໜຶ່ງແມ່ນສາມາດສາກແບັດເຕີຢູ່ກັບເຮືອນຂະໜາດໄຟ 220 ໂວນ ແລະ ສາມາດສາກໄຟສະຖານີ; ສະເລ່ຍຄ່າໄຟສາກ 1km=90 ກີບ ສາກເຕັມເທື່ອ 1 ແມ່ນ 28.000 ກີບ;

ສາກເຕັມແລ່ນໄດ້ຫຼາຍຮ້ອຍກິໂລແມັດ, ອັດຕາເລັ່ງ 100 ກວ່າກິໂລແມັດ/ຊົ່ວໂມງ.

อาจเป็นรูปภาพของ ‎รถยนต์, ถนน และ ‎ข้อความพูดว่า "‎BיYמ Build Your Dreams 4R e2 f BYD Laos 030 680778‎"‎‎

อาจเป็นรูปภาพของ รถยนต์ และ ถนน

ເມື່ອບໍ່ດົນຜ່ານມານີ້ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ປະທານທີ່ປືກສາກິດຕິມະສັກ ໂຄງການປະກວດ MISTER GLOBAL LAOS 2021 ແລະ ທ່ານ ນາງ ພອນວິໄລ ແສນປະເສີດ ຄະນະທີ່ປຶກສາວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ຄະນະທີ່ປຶກສາວຽກງານສາສະໜາ ຂອງສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາກິດຕິມະສັກ ໂຄງການປະກວດ MISTER GLOBAL LAOS 2021 ແລະ ທີມງານກອງປະກວດ MISTER GLOBAL LAOS 2021 ພ້ອມດ້ວຍນ້ອງໆຜູ້ເຂົ້າປະກວດ ແລະ BYD Laos – MOK CO., LTD ກໍໄດ້ເດີນທາງໄປມອບຄອມພິວເຕີ, ເຄື່ອງໃຊ້ຫ້ອງການ ແລະ ເຄື່ອງໃຊ້ທີ່ຈຳເປັນເຊັ່ນ: ໜ້າກາກອະນາໄມ, ເຈວລ້າງມື ແລະ ອື່ນໆ ໃຫ້ກັບສູນເສຍອົງຄະພິເສດ 790 ຕາງຫນ້າຮັບເຄື່ອງບໍລິຈາກ ໂດຍ ທ່ານ ພັນໂທ ບຸນມີ ອິນທະວົງສາ ຫົວໜ້າການເມືອງ ສູນເສຍອົງຄະພິເສດ 790 ລວມມູນຄ່າ 8.880.000 ກີບ.

อาจเป็นรูปภาพของ 1 คน และ รถยนต์

ດ້ານແນວທາງນະໂຍບາຍລັດຖະບານລາວ ຖືວ່າເປີດກວ້າງ ແລະ ສົ່ງເສີມການຊົມໃຊ້ພາຫະນະທີ່ເປັນມິດກັບສິ່ງແວດລ້ອມ ໂດຍຫຼ້າສຸດ ລັດຖະບານໄດ້ມີມະຕິເລກທີ 08/ລບ, ລົງວັນທີ 4 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ການນຳໃຊ້ລົດໄຟຟ້າຢູ່ໃນ ສປປ ລາວ ມີດັ່ງນີ້:

1. ລັດວິສາຫະກິດໄຟຟ້າລາວ ເປັນຜູ້ບໍລິການຕິດຕັ້ງໄຟຟ້າ ສໍາລັບເຄື່ອງສາກລົດໄຟຟ້າ ໂດຍບໍ່ເກັບຄ່າໝໍ້ນັບໄຟຢູ່ຕາມທີ່ຢູ່ອາໄສ, ສຳນັກງານ-ອົງການ ເພື່ອຮັບປະກັນຄວາມປອດໄພທາງດ້ານເຕັກນິກ.

2. ເສຍຄ່າທໍານຽມທາງປະຈຳປີຕໍ່າກວ່າລົດແລ່ນດ້ວຍນ້ຳມັນເຊື້ອໄຟຢ່າງໜ້ອຍ 30% ຕາມກໍລະນີຄວາມແຮງທຽບເທົ່າກັນ.

3. ໃຫ້ບູລິມະສິດບ່ອນຈອດລົດໄຟຟ້າຕາມຈຸດ ຫຼື ສະຖານທີ່ບໍລິການສາກລົດໄຟຟ້າ ຢູ່ສະຖານທີ່ສາທາລະນະ.

อาจเป็นรูปภาพของ รถยนต์ และ ข้อความ

ການກໍານົດອອກມະຕິດັ່ງກ່າວ ແນໃສ່ຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟຈາກຕ່າງປະເທດ ກໍຄືຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ຫຼຸດຜ່ອນຄ່າໃຊ້ຈ່າຍ ຂອງຜູ້ຊົມໃຊ້ຍານພາຫະນະ, ຫຼຸດຜ່ອນມົນລະພິດຈາກການນຳໃຊ້ລົດ ທີ່ແລ່ນດ້ວຍນ້ຳມັນເຊື້ອໄຟ ແລະ ເປັນການສົ່ງເສີມການນຳໃຊ້ພະລັງງານໄຟຟ້າ ທີ່ ສປປ ລາວ ມີທ່າແຮງໃນການຜະລິດ.

อาจเป็นรูปภาพของ ข้อความ

ສູ້ຊົນຮອດປີ 2025 ໃຫ້ອັດຕາສ່ວນລົດໄຟຟ້າທີ່ຊົມໃຊ້ໃນສັງຄົມ ກວມເອົາຢ່າງໜ້ອຍ 1% ຂອງຈໍານວນພາຫະນະທັງໝົດ; ຮອດປີ 2030 ໃຫ້ກວມເອົາ 30% ຂຶ້ນໄປ.