ປະກາດແຕ່ງຕັ້ງທ່ານ ຄຳສິງ ໄຊສິດທິເດດ ເປັນຫົວໜ້າ ພະແນກການເງິນແຂວງຄຳມ່ວນ

871

ໃນວັນທີ 15 ຕຸລາ 2021 ຜ່ານມາ ທີ່ສະໂມສອນໃຫຍ່ ຫຼັກ 4 ແຂວງຄຳມ່ວນ ໄດ້ຈັດພິທີປະກາດການຈັດຕັ້ງພະນັກ ງານຂັ້ນນຳພາ-ຄຸ້ມຄອງ ຂົງເຂດຂະແໜງການເງິນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງຂົງເຂດການເງິນ, ພາສີ, ສ່ວຍສາອາກອນ ແລະ ຄັງເງິນ ປະຈຳແຂວງ ເຂົ້າຮ່ວມ.


ທ່ານ ສົມໃຈ ພານີຈັນ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກຕົງຂອງກະຊວງການເງິນ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຄຳມ່ວນ ວ່າດ້ວຍການຍົກຍ້າຍ, ແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານໄປຮັບໜ້າທີ່ໃໝ່ ເຊິ່ງປະກອບມີ: ຍົກຍ້າຍທ່ານ ປອ. ສົມສະອາດ ອຸ່ນສີດາ ຫົວໜ້າພະແນກການເງິນ ໄປຮັບໜ້າທີ່ໃໝ່ ຢູ່ຫ້ອງວ່າການແຂວງຄຳມ່ວນ, ທ່ານ ຄຳສິງ ໄຊສິດທິເດດ ຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງ ເປັນຫົວໜ້າ ພະແນກການເງິນແຂວງ, ທ່ານ ບຸນທະນິດ ວົງມະນີວັນ ຫົວໜ້າສ່ວຍສາອາກອນ ເປັນຮອງຫົວໜ້າພະແນກ ການເງິນ, ທ່ານ ສີສະຫວາດ ໄຊຍະວົງ ຮອງຫົວໜ້າກອງຄຸ້ມຄອງພາສີເຂດ 6, ຫົວໜ້າກອງກວດກາພາສີ ປະຈຳແຂວງຄຳມ່ວນ ເປັນຮອງຫົວໜ້າພະແນກການເງິນ, ທ່ານ ຫົງໄທ ຄຳວົງສາ ຫົວໜ້າຂະແໜງຈັດຕັ້ງ-ບໍລິຫານ ເປັນຮອງຫົວໜ້າພະແນກການເງິນ.


ທ່ານ ເກດສະກັນ ແສງປະດິດ ຮອງຫົວໜ້າສ່ວຍສາອາກອນ ເປັນຫົວໜ້າ ສ່ວຍສາອາກອນແຂວງ, ທ່ານ ວິລະກອນ ຕ່ອມມະນີ ຮອງຫົວໜ້າພະແນກຄຸ້ມຄອງລາຍຮັບບໍ່ແມ່ນພາສີ-ອາກອນ, ກົມສ່ວຍສາອາກອນ ເປັນຮອງຫົວໜ້າສ່ວຍສາອາກອນແຂວງ, ທ່ານ ແພງໃຈ ໄຊຍະວົງ ຮອງຫົວໜ້າພະແນກ ກວດກາລາຍຮັບ-ລາຍ ຈ່າຍງົບປະມານ, ຄັງເງິນແຫ່ງຊາດ ກະຊວງການເງິນ ເປັນຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງຄຳມ່ວນ, ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີ ຂົວມິດຕະພາບ 3 ໄປຮັບໜ້າທີ່ໃໝ່ ຢູ່ພາສີປະຈຳແຂວງສະຫວັນນະເຂດ, ທ່ານ ຄຳຫຼ້າ ວັດທະນາໄລ ຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ໄປຮັບໜ້າທີ່ໃໝ່ຢູ່ກົມພາສີ ກະຊວງການເງິນ.

https://scontent.fvte2-1.fna.fbcdn.net/v/t1.6435-9/66734754_151777745967246_1103185366707339264_n.jpg?_nc_cat=110&ccb=1-5&_nc_sid=b9115d&_nc_eui2=AeH0h6AdwwDV3MifFzoWOn1HgFnmWm6DOQOAWeZaboM5A-yOaotrvse5Ul0B6lQ9BUZXBX9HRRghSK30q-h02x84&_nc_ohc=rCduH-lycdwAX-Er4lT&_nc_ht=scontent.fvte2-1.fna&oh=1ff20189cbe5e1ce3f523c56b5eedd3d&oe=61914946
ທ່ານ ບຸນທະນົງສັກ ເທບພະລັກ ຮອງຫົວໜ້າກອງກວດກາ ພາສີປະຈຳແຂວງຄຳມ່ວນ ເປັນຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3, ທ່ານ ນາງ ກິນນະລີ ທຳມະວົງ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ເປັນຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3, ທ່ານ ສີບຸນເຮືອງ ບຸດຈະເລີນ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ເປັນຮອງຫົວໜ້າດ່ານພາສີ ຂົວມິດຕະພາບ 3, ທ່ານ ໂສພາ ສີອຳນວຍ ຫົວໜ້າໜ່ວຍງານ ດ່ານພາສີຂົວມິດຕະພາບ 1 ນະຄອນຫຼວງວຽງຈັນ ເປັນຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3, ທ່ານ ພູເມືອງ ແກ້ວຈັນທະລາ ຫົວໜ້າດ່ານພາສີ ຂົວມິດຕະພາບ 2 ສະຫວັນນະເຂດ ເປັນຫົວໜ້າພາສີ ປະຈຳແຂວງຄຳມ່ວນ.


ທ່ານ ສົມພົງ ເກສະນີຈັນ ຮອງຫົວໜ້າກອງກວດກາພາສີແຂວງ ເປັນຮອງ ຫົວໜ້າພາສີປະຈຳແຂວງ, ທ່ານ ວິລະປະຊາ ຫຼວງອາມາດ ຫົວໜ້າຂະແໜງຂອງກົມພາສີ ເປັນຮອງຫົວໜ້າພາສີ ປະຈຳແຂວງ, ທ່ານ ສຸພັດ ສຸແສງໄທ ເປັນຫົວໜ້າດ່ານພາສີສາກົນ ນາເພົ້າ, ທ່ານ ວັດຖາວົງ ຈະເລີນສຸກ ຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ເປັນຮອງຫົວໜ້າດ່ານພາສີສາກົນ ນາເພົ້າ, ທ່ານ ສິດທິ ເພັງທະລັງສີ ຮອງຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ເປັນຮອງຫົວໜ້າດ່ານພາສີສາກົນ ນາເພົ້າ, ທ່ານ ບຸນຫຼາຍ ບຸນໄຊ ເປັນຮອງຫົວໜ້າດ່ານພາສີສາກົນ ນາເພົ້າ.