ສາວລາວ ກຽມລົງສະໜາມທໍາອິດຄັດບານເຕະຊີງແຊັມອາຊີ 2022 ຄືນນີ້, ແຊັມກຸ່ມເທົ່ານັ້ນຈິ່ງໄດ້ໄປຕໍ່

894

ການແຂ່ງຂັນບານເຕະຍິງຊີງແຊັມອາຊີ 2022 ຮອບຄັດເລືອກ ( AFC Women’s Asian Cup 2022 Qualifiers ) ກຸ່ມ A ແມ່ນເລື່ອນມາແຂ່ງຂັນໃນເດືອນຕຸລາ 2021 ເນື່ອງຈາກ ໄຕຫວັນ ຂໍຖອນຕົວຈາກການເປັນເຈົ້າພາບ ກ່ອນທີ່ ບາເຣນ ຈະຮັບໜ້າທີ່ຕໍ່ ແລະ ຈະເປີດສາກການແຂ່ງຂັນຂຶ້ນຄື້ນນີ້ວັນທີ 18 ຕຸລາ 2021 ເວລາ 18:00 ໂມງຕາມເວລາໃນທ້ອງຖິ່ນ ( ເຊິ່ງກົງກັບເວລາໃນບ້ານເຮົາ 22:00 ໂມງ ).

ກ່ອນໜ້ານີ້ ທ່ານ ນາງ ດອນສະຫວັນ ໄຊຍະສົມບັດ ຫົວຫນ້າຄູຝຶກທີມຊາດຍິງລາວ ຊຸດໃຫຍ່ ກ່າວວ່າ: ດັ່ງທີ່ຮູ້ ໄຕຫວັນ ແລະ ບາເຣນ ເປັນຄູ່ແຂ່ງທີ່ເໜືອກວ່າທີມຊາດລາວ. ຢ່າງໃດກໍຕາມ, ຕ້ອງປັບລະບົບການຫຼິ້ນ, ເບິ່ງຄູ່ແຂ່ງ ແລະ ມາປັບໃສ່ທີມພວກເຮົາ ເພື່ອໃຫ້ການຫຼິ້ນເປັນລະບົບຂຶ້ນຕື່ມ ແລະ ການປ້ອງກັນຕ້ອງຫຼິ້ນເປັນທີມເວີກ ເຊິ່ງຈຸດດີຂອງທີມເຮົາແມ່ນນັກກີລາເຄີຍຫຼິ້ນກັນມາກ່ອນ ເພາະຕິດທີມຊາດຊຸດນ້ອຍມານໍາກັນ ແລະ ພວກເຮົາຈະເຮັດໃຫ້ດີທີ່ສຸດໃນທຸກໆນັດ.

ສໍາລັບ ທີມຊາດຍິງລາວ ຊຸດໃຫຍ່ ແມ່ນອອກເດີນທາງໄປໃນວັນທີ 8 ຕຸລາ 2021 ໄປ ບາເຣນ ຮອດວັນທີ 10 ຕຸລາ 2021 ແລະ ກໍເລີ່ມຝຶກຊ້ອມມື້ທໍາອິດໃນວັນທີ 11 ຕຸລາ 2021, ສ່ວນຕາຕະລາງແຂ່ງຂັນຂອງກຸ່ມ A ຈະລົງແຂ່ງຂັນທີ່ສະໜາມ Khalifa Sport City ໃນເມືອງ Manama ປະເທດບາເຣນ ມີດັ່ງນີ້:
-ວັນທີ 18 ຕຸລາ 2021 ລາວ ພົບ ໄຕ້ຫວັນ
-ວັນທີ 21 ຕຸລາ 2021 ບາເຣນ ພົບ ລາວ
-ວັນທີ 24 ຕຸລາ 2021 ໄຕຫວັນ ພົບ ບາເຣນ

ສໍາລັບ ຮອບຄັດເລືອກຈະຄັດເລືອກເອົາພຽງທີມແຊັມກຸ່ມ A-H ເຂົ້າໄປຫຼິ້ນຮອບສຸດທ້າຍ ເຊິ່ງປັດຈຸບັນແມ່ນເຫຼືອພຽງ 2 ກຸ່ມເທົ່ານັ້ນທີ່ຍັງແຂ່ງຂັນບໍ່ສໍາເລັດຄື ກຸ່ມ A ແລະ ກຸ່ມ D, ສ່ວນທີມທີ່ເຂົ້າຮອບສຸດທ້າຍແລ້ວປະກອບມີ: ອິນເດຍ ເຈົ້າພາບ, ຍີ່ປຸ່ນ ໃນຖານະແຊັມເກົ່າ, ອົດສະຕຣາລີ ຮອງແຊັມເກົ່າ, ສປ ຈີນ ທີມອັນດັບ 3 ໃນຄັ້ງທີ່ຜ່ານມາ, ຫວຽດນາມ ແຊັມກຸ່ມ B, ອິນໂດເນເຊຍ ແຊັມກຸ່ມ C, ສ. ເກົາຫຼີ ແຊັມກຸ່ມ E, ຟິລິບປິນ ແຊັມກຸ່ມ F, ອີຣານ ແຊັມກຸ່ມ G ແລະ ໄທ ແຊັມກຸ່ມ H.
ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation