ຍອດສົ່ງອອກເດືອນກັນຍາເພີ່ມຂຶ້ນ19 ລ້ານໂດລາ ຈາກເດືອນຜ່ານມາ ແຕ່ເກີນດູຸນການຄ້າຫຼາຍກວ່າ117 ລ້ານໂດລາ

841

ຍອດສົ່ງອອກໃນເດືອນກັນຍາຂອງສປປລາວບັນລຸ 447 ລ້ານໂດລາ ເພີ່ມຂຶ້ນຈາກ428ລ້ານໂດລາໃນເດືອນສິງຫາ ໂດຍມີຍອດເກີນດຸນການຄ້າຫຼາຍເຖິງ117ລ້ານໂດລາ. ສິນຄ້າສົ່ງອອກຫຼັກມີ ຄຳປະສົມ (ຄຳແທ່ງ) ມີມູນຄ່າປະມານ 99 ລ້ານໂດລາສະຫະລັດ,ຮອງມາແມ່ນຢາງພາລາ ມີມູນຄ່າປະມານ 54 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ.

ອີງຕາມສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2021 ບັນລຸໄດ້ປະມານ 777 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 447 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 330 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 117 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກຫຼັກມີ: ແຮ່ທອງ ມີມູນຄ່າປະມານ 22 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 5 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 23 ລ້ານໂດລາສະຫະລັດ, ຄຳປະສົມ (ຄຳແທ່ງ) ມີມູນຄ່າປະມານ 99 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ນໍ້າຕານ ມີມູນຄ່າປະມານ 6 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 54 ລ້ານໂດລາສະຫະລັດ ແລະ ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…) ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ ແລະ ຢາສູບ ມີມູນຄ່າປະມານ 7 ລ້ານໂດລາສະຫະລັດ ແລະ ເຂົ້າ ມີມູນຄ່າປະມານ 4 ລ້ານໂດລາສະຫະລັດ.

ສ່ວນສິນຄ້ານໍາເຂົ້າຫຼັກມີ: ພາຫະນະທາງບົກ (ນອກຈາກລົດຈັກ,​ລົດໄຖ) ມີມູນຄ່າປະມານ 26 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 13 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 13 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 29 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 10 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມູນຄ່າປະມານ 8 ລ້ານໂດລາສະຫະລັດ, ​ນ້ຳ​ມັນ​ແອັດ​ຊັງ-ແອັດ​ຊັງ​ພິ​ເສດ ມູນຄ່າປະມານ 5 ລ້ານໂດລາສະຫະລັດ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 18 ລ້ານໂດລາສະຫະລັດ, ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 37 ລ້ານໂດລາສະຫະລັດ ແລະ ຝຸ່ນ (ປຸ໋ຍ) ມີມູນຄ່າປະມານ 5 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ ສປ ຈີນ 217 ລ້ານໂດລາສະຫະລັດ, ຫວຽດນາມ 72 ລ້ານໂດລາສະຫະລັດ, ໄທ 45 ລ້ານໂດລາສະຫະລັດ, ອີນເດຍ 12 ລ້ານໂດລາສະຫະລັດ ແລະ ສ ອາເມລິກາ 6 ລ້ານໂດລາສະຫະລັດ.ສ່ວນ5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກມີ ໄທ 122 ລ້ານໂດລາສະຫະລັດ, ຈີນ 76 ລ້ານໂດລາສະຫະລັດ, ຫວຽດນາມ 27 ລ້ານໂດລາສະຫະລັດ, ຢີ່ປຸ່ນ 12 ລ້ານໂດລາສະຫະລັດ ແລະ ສະວີດເຊີແລນ 37 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.