ມື້ນີ້ນະຄອນຫຼວງວຽງຈັນຍັງບໍ່ຫຼຸດຮ້ອຍ ພົບຜູ້ຕິດເຊື້ອພາຍໃນ 105 ຄົນ ຈາກ 42 ບ້ານ

356

ທ່ານນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜາກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ລາຍງານສະພາບການຕິດເຊື້ອໂຄວິດ19 ວ່າ ມາຮອດວັນທີ 16 ຕຸລາ 2021 ຜົນກວດ 5.622 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ທັງໝົດ 296 ຄົນ, ນໍາເຂົ້າ 13ຄົນ ຈາກແຂວງ ນະຄອນຫຼວງວຽງຈັນ 7 ຄົນ, ສະຫວັນນະເຂດ 4 ຄົນ, ສາລະວັນ 1 ຄົນ ແລະ ໄຊຍະບູລີ 1 ຄົນ, ເສຍຊີວິດເພີ່ມ 2 ຄົນ ແລະ ຕິດເຊື້ອພາຍໃນ ຈໍານວນ 283 ຄົນ

ສະເພາະນະຄອນຫຼວງວຽງຈັນມີ 105 ຄົນມາຈາກ 42 ບ້ານ, ໃນ 8 ເມືອງ
ເມືອງຈັນທະບູລີ ມີ 03 ບ້ານ (04 ກລະນີ)

ເມືອງສີໂຄດຕະບອງ ມີ 10 ບ້ານ (16 ກໍລະນີ)

ເມືອງໄຊເສດຖາ ມີ 10 ບ້ານ (14 ກໍລະນີ)

ເມືອງສີສັດຕະນາກມີ 09 ບ້ານ (16 ກໍລະນີ)

ເມືອງນາຊາທອງ ມີ 01 ບ້ານ (26 ກໍລະນີ)

ເມືອງໄຊທານີ ມີ 04 ບ້ານ (18 ກໍລະນີ)
ເມືອງຫາດຊາຍຟອງ ມີ 04 ບ້ານ (05 ກໍລະນີ)

ເມືອງ ປາກງື່ມ ມີ 01 ບ້ານ (01 ກໍລະນີ)
ສືບຕໍ່ເອົາຂໍ້ມນ 12 ກລະນີ