ເຮັດກິນກໍແຊບ ເຮັດຂາຍກໍໄດ້ ແນະນໍາ ວິທີເຮັດຫມາກກ້ວຍຕາກແຫ້ງ

494

ມື້ນີ້ນໍາສິ່ງດີໆສໍາລັບຄົນທີ່ມັກກິນກ້ວຍ ແຕ່ຢາກຈະປ່ຽນຈາກກ້ວຍສຸກທໍາມະດາມາເປັນເມນູຕ່າງໆ ໝາກກ້ວຍສຸກສາມາດນໍາມາເປັນເມນູທີ່ຫຼາກຫຼາຍ ໂດຍສະເພາະກ້ວຍນໍ້າ ມື້ນີ້ຈະມາແນະນໍາວິທີເຮັດຫມາກກ້ວຍຕາກແຫ້ງ ເມນູເພື່ອສຸຂະພາບ ເຖິງຈະມີລົດຊາດຫວານ ແຕ່ກິນແລ້ວບໍ່ເຮັດໃຫ້ຕຸ້ຍ ເພາະຫວານນັ້ນມາຈາກໝາກກ້ວຍ ແລະ ເປັນວິທີ່ທີ່ງ່າຍສຸດໆ ຫຼາຍຄົນອາດບໍ່ເຄີຍລອງ ເລີ່ມຈາກ

ສິ່ງທີ່ຕ້ອງກະກຽມມີ ຫມາກກ້ວຍນໍ້າ ສຸກກຳລັງພໍດີ, ເກືອ 1ບ່ວງ, ນໍ້າ 2ລິດ
ວິທີເຮັດຫມາກກ້ວຍຕາກແຫ້ງ

1 ປອກເປືອກຫມາກກ້ວຍອອກ ແລ້ວນຳໄປລຽນໃສ່ຕະຫນ່າງ ນໍາໄປຕາກແຫ້ງພໍດີ ດົນປະມານ 5 ມື້ ແລະຫມັ່ນພິກເບື້ອງກັບໄປກັບມາຢູ່ສະເຫມີ
2 ກ່ອນຈະນຳຫມາກກ້ວຍໄປຕາກແດດເປັນມື້ທີ່ 6 ໃຫ້ນໍາເອົາໝາກກ້ວຍທີ່ຕາກໄປຕົ້ມນໍ້າໃສ່ເກືອລົງໄປປະໃຫ້ນໍ້າຟົດ ແລ້ວຈຶງປົງປະໃຫ້ມັນເຍັນ

3 ຈາກນັ້ນນຳກ້ວຍມາຮີບໃຫ້ແປ ຫຼື ເປັນແຜ່ນ ແລ້ວນໍາກ້ວຍລົງໄປລ້າງໃນນໍ້າເກືອທີ່ຕຽມໄວ້
4 ຈາກນັ້ນນຳກ້ວຍຂຶ້ນມາວາງໄວຕະຫນ່າງ ແລ້ວນໍາໄປຕາກອີກ1- 2ມື້ ຈົນກ້ວຍແຫ້ງກະພໍດີ

ເມື່ອກ້ວຍແຫ້ງແລ້ວ ໃຫ້ນຳໄປໃສ່ໃນຫມໍ້ ອັດຝາໃຫ້ແຫນ້ນ ປະໄວ້ຄືນ 1 ເພື່ອໃຫ້ນໍ້າຕານຊຶມອອກມາຈາກ້ວຍ (ກ້ວຍເຫລື້ອມ ແລະແຫ້ງ)
ຈາກນັ້ນກໍເກັບມ້ຽນໃສ່ພາສະນະອັດຝາໃຫ້ແຫນ້ນພ້ອມຮັບປະທານໄດ້ເລີຍ

ແນະນໍາວ່າ ຫມາກກ້ວຍຕາກແຫ້ງຕ້ອງເປັນກ້ວຍສຸກຈາກຕົ້ນ ຖ້າກ້ວຍບໍ່ສຸກດີຕ້ອງນຳໄປບົ່ມ ເວລາເອົາໄປຕາກຈັ່ງມີສີງາມ
ຕ້ອງເກັບກ້ວຍກ່ອນ ບໍ່ໃຫ້ມັນແຫ້ງຫລາຍ ເພື່ອໄວ້ຕາກໃນມື້ທັດໄປ ແລ້ວເກັບໃສ່ຖົງຢາງມັດໃຫ້ແຫນ້ນ ເພື່ອບໍ່ໃຫ້ກ້ວຍດຳ ແລະເພື່ອຄວາມສະອາດ.