ເມືອງງອຍ ຈັດສັນສູນກັກບໍລິເວນແຫ່ງໃໝ່ ຮອງຮັບກໍລະນີຜູ້ຕິດເຊື້ອທີ່ເພີ່ມຂຶ້ນ

637

ວັນທີ 13 ຕຸລາ 2021 ນີ້ ຄະນະສະເພາະກິດ ເພື່ອປ້ອງກັນ,ຄວບຄຸມ ແລະແກ້ໄຂ ພະຍາດໂຄວິດ-19 ນໍາພາໂດຍທ່ານ ສອນເພັດ ທະສີນິພອນ ຮອງເຈົ້າເມືອງງອຍ ພ້ອມດ້ວຍ ຄະນະສະເພາະກິດຂອງເມືອງ ໄດ້ຊີ້ນໍາຈັດສັນ ສະຖານທີ່ ສູນກັກກັນປິ່ນປົວໂຮງຮຽນ ມັດທະຍົມສົມບູນ ວົງໄຊ (ບ້ານເມືອງງອຍເກົ່າ).

ປັນສູນແຫ່ງໃໝ່ເພື່ອຮອງຮັບໃຫ້ແກ່ບັນດາບຸກຄົນກຸ່ມສ່ຽງ ແລະຜູ້ຕິດເຊື້ອໂຄວິດ-19 ,ທີ່ຢູ່ໃນກຸ່ມບ້ານເມືອງງອຍ ແລະ ກຸ່ມບ້ານສົບຄານ.


ທ່ານ ສອນເພັດ ທະສິນິພອນ ກ່າວວ່າ: ການແບ່ງຈັດສັນສູນປິ່ນປົວແຫ່ງໃໝ່ນີ້ ເພື່ອເປັນການສະກັດກັ້ນ,ປ້ອງກັນ ແລະຕ້ານການແຜ່ລະບາດ ຂອງພະຍາດໂຄວິດ -19 ຢູ່ພາຍໃນເມືອງ, ໃນໄລຍະທີ່ຜ່ານມາ ເມືອງງອຍ ມີສູນກັກກັນພຽງ 5 ແຫ່ງຄື: 1.ສູນໂຮງຮຽນ ມສ ເມືອງງອຍ, 2.ສູນໂຮງຮຽນປະຖົມບ້ານສົບຮຸນ, 3. ສູນໂຮງຮຽນປະຖົມບ້ານປາກບາກ, 4. ສຸນສະໂມງສອນໃຫ່ຍຂອງເມືອງ ແລະ 5. ສູນເຂື່ອນໄຟຟ້ານ້ຳອູ3

ແຕ່ກໍ່ຍັງບໍ່ພຽງພໍໃນການຮອງຮັບຜູ້ຕິດເຊື້ອໂຄວິດ-19 ພາຍໃນເມືອງງອຍໄດ້, ຈື່ງໄດ້ຈັດສັນສູນປົ່ນປົວໂຮງຮຽນ ມສ ວົງໄຊ ບ້ານເມືອງງອຍເກົ່າ ຕື່ມອີກໃຫ້ບັນດາຜູ້ຕິດເຊື້ອ ແລະ ເພື່ອເປັນການສະດວກ, ສະບາຍໃຫ້ຍາດຕິພີ່ນ້ອງທີ່ໄດ້ສົ່ງສະບຽງອາຫານ ແລະ ເຄື່ອງໃຊ້ສິ່ງຂອງຈຳເປັນຕ່າງໆ.
ຂ່າວ: ສາຍສະໝອນ ຈິດຕະປັນຍາ ຫ້ອງການ ຖວທ ເມືອງງອຍ.