ສົມການລໍຄອຍ ລົດໄຟຂະບວນທຳອິດມາຮອດສະຖານີວຽງຈັນເຊົ້າມື້ນີ້

1144

ໃນຕອນເຊົ້າວັນທີ 16 ຕຸລາ 2021 ນີ້ ລົດໄຟຂະບວນ “ລ້ານຊ້າງ” ເຊິ່ງເປັນຂະບວນລົດໄຟໂດຍສານ ຄັ້ງປະຫວັດສາດ ທີ່ມີສີສັນສວຍສົດງົດງາມ ແລະ ພັດທະນາຕາມສີຂອງທຸງຊາດລາວ ທີ່ປະກອບມີ: ສີແດງ, ສີຟ້າ ແລະ ສີຂາວ ໄດ້ມາເຖິງນະຄອນຫລວງວຽງຈັນແລ້ວ ແລະມີພິທີມອບ-ຮັບຢ່າງເປັນທາງການ ຢູ່ທີ່ສະຖານີ ຜູ້ໂດຍສານ ບ້ານໄຊ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ.

ໂດຍມີທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ຜູ້ປະຈຳການ ພ້ອມດ້ວຍການນຳຈາກບັນດາກະຊວງທີ່ກ່ຽວຂ້ອງອອກຕ້ອນຮັບຢ່າງສົມກຽດ ສ່ວນເບື້ອງຈີນແມ່ນມີທ່ານ ທ່ານ ຈຽງ ໄຈ່ຕົ່ງ, ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວໃນພິທີມອບ-ຮັບລົດໄຟດ່ວນໂດຍສານ EMU “ຂະບວນລ້ານຊ້າງ” ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືລະຫວ່າງສອງລັດຖະບານລາວ-ຈີນ, ເປັນໂຄງການຜັນຂະຫຍາຍຍຸດທະສາດຫນຶ່ງແລວຫນຶ່ງເສັ້ນທາງ ຂອງ ສປ ຈີນ ໂດຍສອດຄ່ອງກັບຍຸດທະສາດຂອງລັດຖະບານລາວ ທີ່ຈະຫັນປະເທດລາວທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດທີ່ເຊື່ອມຈອດ, ທັງສອງລັດຖະບານໄດ້ໃຫ້ຄວາມສໍາຄັນສູງ ແລະ ໄດ້ມີຄວາມພະຍາຍາມສູງສຸດໃນການຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມແຜນການທີ່ວາງໄວ້.


ແລະມື້ນີ້ເປັນມື້ຫນຶ່ງທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງລາວເຮົາ ໂດຍສະເພາະແມ່ນໃນຂົງເຂດວຽກງານ ໂຍທາທິການ ແລະ ຂົນສົ່ງ ທີ່ພວກເຮົາໄດ້ຈັດພິທີຕ້ອນຮັບຂະບວນລົດໄຟໂດຍສານ
EMU ຊຶ່ງເປັນຂະບວນທຳອິດຂອງລົດໄຟໂດຍສານທີ່ທັນສະໄຫມ ໄດ້ມາເຖິງດິນແດນຂອງ ສປປ ລາວ ຊຶ່ງໄດ້ເປັນມິດໝາຍທີ່ດີ ແລະ ຜົນສຳເລັດອີກຂັ້ນຕອນສຳຄັນຫນຶ່ງ ທີ່ຈະເຮັດໃຫ້ໂຄງການທາງລົດໄຟລາວ-ຈີນ ຈະສາມາດເປີດບໍລິການເປັນທາງການໃນວັນທີ 2 ທັນວາ 2021 ຕາມການຊີ້ນຳຂອງລັດຖະບານ.


ທ່ານລັດຖະມົນຕີໄດ້ຕາງໜ້າໃຫ້ຄະນະຊີ້ນຳໂຄງການ ສະແດງຂອບໃຈ ແລະ ຊົມເຊີຍ ຕໍ່ຄະນະນຳ ແລະ ພະນັກງານບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ທີ່ໄດ້ເອົາໃຈໃສ່ຊີ້ນຳນຳພາ ແລະ ປະຕິບັດຕາມພາລະບົດບາດ, ສັນຍາທີ່ມີກັບລັດຖະບານລາວ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໂຄງການ ໄປຕາມແຜນການທີ່ວາງໄວ້, ສະແດງຄວາມຊົມເຊີຍຕໍ່ຄະນະຄຸ້ມຄອງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານລາວ ທັງສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ສຸມທຸກເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ເຮັດໃຫ້ໂຄງການມີຜົນສຳເລັດຄືດັ່ງທຸກວັນນີ້.


ຂະນະດຽວກັນ ທ່ານ ຊ່ຽວ ຊຽນເຫວີນ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນຈຳກັດ ກໍ່ໄດ້ມີຄຳເຫັນວ່າ: ລົດໄຟ EMU ຂະບວນລ້ານຊ້າງໄດ້ມອບ-ຮັບແລ້ວເປັນສັນຍາລັກທີ່ສະແດງໃຫ້ເຫັນວ່າ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນກຳລັງກ້າວເຂົ້າສູ່ຂັ້ນຕອນກວດກາເຕັກນິກເຄື່ອນທີ່ ແລະກໍ່ກຳລັງຫັນຈາກຊ່ວຍໄລຍະກໍ່ສ້າງເຂົ້າສູ່ຊ່ວງໄລຍະດຳເນີນການ. ສປປ ລາວ ແມ່ນກຳລັງກ້າວເຂົ້າສູ່ຍຸກສະໄໝແຫ່ງການຂົນສົ່ງທາງລົດໄຟ.


ທ່ານຍັງກ່າວອີກວ່າ: ຕໍ່ໄປຂໍໃຫ້ພວກເຮົາສາມັກຄີກັນເປັນນ້ຳໜຶ່ງໃຈດຽວກັນ ສືບຕໍ່ເຮັດໃຫ້ວຽກງານກໍ່ສ້າງທີ່ຍັງເຫຼືອສຳເລັດຢ່າງມີປະສິດທິພາບສູງ ສາມາດບັນລຸເປົ້າໝາຍເປີດດຳເນີນການທາງລົດໄຟລາວ-ຈີນໃຫ້ມີຜະສິດທິຜົນ, ສ້າງເສັ້ນທາງລົດໄຟໃຫ້ກາຍເປັນໂຄງການສັນຍາລັກມິດຕະພາບລາວ-ຈີນ ສ້າງຄວາມຜາສຸກ ແລະຄວາມຮັ່ງມີມາສູ່ປະຊາຊົນສອງຊາດຕໍ່ໄປ.
ຕາມກຳນົດໝາຍຂອງ ລັດຖະບານ ແລ້ວ, ເສັ້ນທາງລົດໄຟ ລາວ-ຈີນ ຈະມີກຳນົດເປີດການນຳໃຊ້ ແລະ ແລ່ນຮັບໃຊ້ມວນຊົນ ຢ່າງເປັນທາງການໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້ ພໍດີກົງກັບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ.


ພາຍຫລັງເປີດການນຳໃຊ້ຢ່າງເປັນທາງການ ຂະບວນລົດໄຟລາວ-ຈີນ ຈະບໍລິການຮັບໃຊ້ຜູ້ໂດຍສານ ແລະ ສິນຄ້າ ລະຫວ່າງ ສປປລາວ ແລະ ສປ ຈີນ. ພ້ອມກັນນີ້, ຍັງເປັນເສັ້ນທາງລົດໄຟເຊື່ອມຕໍ່ຢູ່ໃນອະນຸພາກພື້ນຕື່ມອີກ.


ໂຄງການທາງລົດໄຟ ລາວ-ຈີນ ນອກຈາກຈະເປັນຂະບວນລົດໄຟເພື່ອຂົນສົ່ງຜູ້ໂດຍສານ ແລະ ສິນຄ້າແລ້ວ, ຍັງເປັນໂຄງການທີ່ມີຄວາມໝາຍ ຄວາມສຳຄັນ ທີ່ສະແດງເຖິງຄວາມສາມັກຄີແບບຍຸດທະສາດລະຫວ່າງ ສອງພັກ-ສອງລັດ ກໍ່ຄືປະຊາຊົນສອງຊາດ ລ າວ-ຈີນ ທີ່ມີມາຢ່າງຍາວນານ ແລະ ເປັນການເປີດສັກກະລາດໃໝ່ ແຫ່ງການເຊື່ອມໂຍງດ້ານການຄ້າ, ການຂົນສົ່ງ ຂອງ ສປປລາວ ກັບບັນດາປະເທດເພື່ອນບ້ານ, ອະນຸພາກພື້ນ ແລະ ສາກົນຕື່ມອີກ.