ວັນນີ້ 16 ຕຸລາ ສປປລາວ ກວດພົບຜູ້ຕິດເຊື້ອໃໝ່ 545ຄົນ ເສຍຊີວິດ 2ຄົນ

855

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ່ 16ຕຸລາ 2021ນີ້ວ່າ: ວັນທີ 15 ຕຸລາ 2021 ທົ່ວປະເທດໄດ້ເກັບຕົວຢ່າງ ມາກວດຫາເຊື້ອໂຄວິດ-19 ທັງຫມົດ 6.602ຕົວຢ່າງ ຜົນກວດອອກມາພົບຜູ້ຕິດເຊື້ອໃຫມ່ 545ຄົນ.

ໃນນິ້ຕິດເຊື້ອພາຍໃນປະເທດ 542ຄົນແລະ ເດີນທາງຈາກຕ່າງປະເທດ 3ຄົນ(ແຂວງສະຫວັນນະເຂດ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມ ໃນ ສປປລາວ ປັດຈຸບັນ 31.733ຄົນ, ເສຍຊີວິດສະສົມ 38ຄົນ(ໃຫມ່ 2ຄົນ), ປົວຫາຍດີໃໝ່ 379ຄົນ,ຈໍານວນທີ່ຍັງປິ່ນປົວ 7.596ຄົນ ເຊິ່ງຫມາຍວ່າມີຜູ້ປິ່ນປົວຫາຍດີ ແມ່ນມີ69% ທຽບໃສ່ຈໍານວນຜູ້ຕິດເຊື້ອທັງຫມົດ.


ລາຍລະອຽດຕົວເລກຜູ້ຕິດເຊື້ອຈໍານວນ 545ຄົນມີດັ່ງນີ້:
1. ໃນນະຄອນຫລວງວຽງຈັນ164ຄົນ ເມືອງ ຈັນທະບູລີ 10ບ້ານ 34ຄົນ, ເມືອງສີໂຄດຕະບອງ ມີ 16ບ້ານ 22ຄົນ, ເມືອງໄຊເສດຖາ ມີ 12ບ້ານ 39ຄົນ, ເມືອງສີສັດຕະນາກ ມີ 11ບ້ານ 15ຄົນ ເມືອງນາຊາຍທອງ 7ບ້ານ 18ຄົນ, ເມືອງໄຊທານີມີ 12ບ້ານ 23ຄົນ( ບ້ານສົມສະຫວັນ ສູນຫລັກ 27ມີ 5ຄົນ, ເມືອງຫາກຊາຍຟອງ ມີ 5ບ້ານ 8ຄົນ ແລະຍັງສືບຕໍ່ເອົາຂໍ້ມູນ 5ຄົນ.


2. ແຂວງຄໍາມ່ວນ 241ຄົນ ເມືອງທ່າແຂກ 240ຄົນ(ໃນສະຖານທີຄຸມຂັງ239ຄົນ), ພະນັກງານໃນສະຖານທີ່ຄຸມຂັງ 1ຄົນ, ເມືອງຫີນບູນ ບ້ານຄໍາແກ້ວ 1ຄົນ.
3. ແຂວງວຽງຈັນ 43ຄົນ ເມືອງແກ້ວອຸດົມມີ 32ຄົນ ໃນ 8ບ້ານ, ເມືອງວັງວຽງ 8ຄົນ 6ບ້ານ, ເມືອງໂພນໂຮງ 3ຄົນ.


4. ແຂວງຫລວງພະບາງ 42ຄົນ ນະຄອນຫລວງພະບາງມີ 12ບ້ານ 26ຄົນ, ເມືອງນໍ້າບາກ 4ບ້ານ 6ຄົນ, ເມືອງປາກອູ 1ບ້ານ 7ຄົນ, ເມືອງວຽງຄໍ່ 1ບ້ານ 2ຄົນ ແລະ ເມືອງງອຍ 1ບ້ານ 1ຄົນ
5. ແຂວງບໍໍແກ້ວ ມີ 10ຄົນ ເມືອງຫ້ວຍຊາຍ 7ຄົນ 2ບ້ານ, ເມືອງຕົ້ນເຜິ້ງ 3ຄົນ
6. ແຂວງຫລວງນໍ້າທາ 9ຄົນ; ໃນນີ້ 5ຄົນເປັນສັັນຊາດລາວ ແລະ ອີກ 4ຄົນເປັນຄົນສັນຊາດຈີນ ເດີນທາງຈາກນນະຄອນຫລວງວຽງຈັນ ມີ 7ຄົນ (ເປັນຄົນຈີນ 4ຄົນ ແລະ ເປັນຄົົນລາວ 3ຄົນ ) ແລະ ອີກ 2ຄົນເປັນຄົນລາວເດີນທາງຈາກແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອໄປເຮັດວຽກຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ


7. ແຂວງ ສະຫວັນນະເຂດ 8ຄົນ ມິນະຄອນໄກສອນມີ 7ຄົນ ໃນ 4ບ້ານ ເມືອງຈໍາພອນ ບ້ານຫລັກ 35 ມີ1ຄົນ
8. ແຂວງບໍລິຄໍາໄຊ 8ຄົນ ໃນນີ້ຢູ່ ເມືອງປາກຊັນ ແລະ ເມືອງ ປາກກະດິງ
9. ແຂວງຈໍາປາສັກ 7ຄົນ ນະຄອນປາກເຊມີ 4ຄົນໃນ 4ບ້ານ, ເມືອງບາຈຽງຈະເລີນສຸກມີ 2ຄົນ 2ບ້ານ, ເມືອງປະທຸມພອນ 1ຄົນ


10. ແຂວງໄຊສົມບູນ 5ຄົນ: ເມືອງລ້ອງຊານມີ 4ຄົນ 3ບ້ານ ແລະ ເມືອທ່າໂທມ 1ຄົນ
11. ແຂວງສາລະວັນ 5ຄົນ: ບ້ານໂພນແກ້ວ 4ຄົນ ແລະ ບ້ານນາດອນຂວາງ ມີ 1ຄົນ