ການຂາດແຄນຊິບ ອາດແກ່ຍາວອີກ 2-3 ປີ

488

ສຳ​ນັກ​ຂ່າວ CNBC ລາຍ​ງານ​ໃນ​ວັນ​ທີ 15 ຕຸ​ລາ 2021 ໂດຍ​ອ້າງ​ການ​ເປີດ​ເຜີຍ​ຂອງ​ປະ​ທານ​ບໍ​ລິ​ສັດ​ໄຮ​ເຊັນ ເຊິ່ງ​ເປັນ​ຜູ້​ຜະ​ລິດ​ໂທ​ລະ​ສັບ ແລະ ເຄື່ອງ​ໃຊ້​ໄຟ​ຟ້າ​ລາຍ​ໃຫຍ່​ຂອງ​ຈີນ ວ່າ ບັນ​ຫາ​ການ​ຂາດ​ແຄນ​ເຊ​ມີ​ຄອນ​ດັກ​ເຕີ (ຊິບ) ອາດ​ແກ່​ຍາວ​ໄປ​ອີກ 2-3 ປີ ເຊິ່ງ​ບັນ​ຫາ​ດັ່ງ​ກ່າວ​ໄດ້​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ​ຕໍ່​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ເປັນ​ຕົ້ນ​ແມ່ນ ບໍ​ລິ​ສັດ​ຜູ້​ຜະ​ລິດ​ສິນ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ, ຜູ້​ຜະ​ລິດ​ລົດ, ເກມ ​ເຊັ່ນ​ດຽວ​ກັບຜູ​ຜະ​ລິດ​ລົດ​ໄຟ​ຟ້າ​ໃນ​ຈີນ​ທີ່​ກຳ​ລັງ​ປະ​ເຊີນ​ໃນ​ຂະ​ນະ​ນີ້.

ປະ​ທານ​ບໍ​ລິ​ສັດ​ໄຮ​ເຊັນ ຍອມ​ຮັບ​ວ່າ ບໍ​ລິ​ສັດ​ໄຮ​ເຊັນ​ກຳ​ລັງ​ປະ​ເຊີນ​ກັບ​ຕົ້ນ​ທຶນ​ການ​ຜະ​ລິດ​ທີ່​ເພີ່ມ​ຂຶ້ນ ແຕ່​ບໍ​ລິ​ສັດ​ຍັງ​ສາ​ມາດ​ດຳ​ເນີນ​ກິດ​ຈະ​ການ​ຕໍ່​ໄປ​ໄດ້ ໂດຍ​ຊິບ ທີ່​ບໍ​ລິ​ສັດ​ໄຮ​ເຊັນ​ນຳ​ໃຊ້ ເປັນ ຊິບ​ທີ່​ບໍ່​ມີ​ຄວາມ​ຊັບ​ຊ້ອນ ເຊິ່ງ​ສ່ວນ​ໃຫຍ່​ເປັນ​ການ​ນຳ​ເຂົ້າ.

ລາ​ຍງານ​ລະ​ບຸ​ວ່າ: ມີຫຼາຍ​ປັດ​ໄຈ​ທີ່​ນຳ​ໄປ​ສູ່​ການ​ຂາດ​ແຄນ​ຊິບ, ໜຶ່ງ​ໃນ​ປັດ​ໄຈຫຼັກ ເປັນ​ເພາະ​ຄວາມ​ຕ້ອງ​ການ​ອຸ​ປະ​ກອນ​ເອ​ເລັກ​ໂຕ​ຣ​ນິກ​ທົ່ວ​ໂລກ​ເພີ່ມ​ຂຶ້ນ ບວກ​ກັບ​ຄວາມກັງວົນຂອງສົງ​ຄາມ​ການ​ຄ້າ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ສົ່ງ​ຜົນ​ໃຫ້​ບໍ​ລິ​ສັດ​ຕ່າງໆ​ທົ່ວ​ໂລກ​ຕ່າງ​ກໍ​ພາ​ກັນ​ຊື້​ຊິບ​ມາ​ກັກ​ຕຸນ​ໄວ້.