ກະຊວງ ຜທ ຮັບຜິດຊອບ6 ວຽກ ເພີ່ມທະວີຄຸມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ

844

ກະຊວງ ແຜນການ ແລະ ການລົງທຶນ ຮັບຜິດຊອບ6 ວຽກສຳຄັນ ໃນການເພີ່ມທະວີຄຸມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ ໂດຍໃຫ້ກວດກາ ແລະ ທົບທວນຄືນ ບັນດາສັນຍາເຊົ່າ-ສຳປະທານ ໃນການສຳຫຼວດ, ຂຸດຄົ້ນ ທີ່ບໍ່ທັນຈັດຕັ້ງປະຕິບັດ ຫຼື ປະຕິບັດບໍ່ໄປຕາມສັນຍາ ເພື່ອເລັ່ງທວງໃຫ້ດຳເນີນຕາມສັນຍາ.

ນາຍົກລັດຖະມົນຕີ ອອກຄໍາສັ່ງ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ເຊິ່ງຄໍາສັ່ງສະບັບດັ່ງກ່າວມີທັງໝົດ 20 ຂໍ້ ທີ່ຕິດພັນມອບໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງ, ຫົວໜ່ວຍງົບປະມານບໍລິຫານວິຊາການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນຕ້ອງເພີ່ມທະວີຄວາມຮັບຜິດຊອບຕາມໜ້າທີ່, ຂອບເຂດສິດຂອງຕົນໃນການຈັດຕັ້ງປະຕິບັດບັນດາກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ໄດ້ກໍານົດອອກໃນວຽກງານຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼລາຍຮັບງົບປະມານແຫ່ງລັດ.


ໃນນີ້ມອບໃຫ້ກະຊວງແຜນການ ແລະ ການລົງທຶນ (ຜທ) ຮັບຜິດຊອບເປັນເຈົ້າການ 6 ວຽກຄື:
1. ມີມາດຕະການບັງຄັບ ບັນດາໂຄງການ ທີ່ໄດ້ອະນຸຍາດ ໃນການເຊົ່າ-ສຳປະທານ ທີ່ໄດ້ດຳເນີນການຂຸດຄົ້ນ,ປຸງແຕ່ງ ໃນຂົງເຂດພະລັງງານ, ບໍ່ແຮ່ ເພື່ອປະຕິບັດພັນທະຈາກຄ່າຊັບພະຍາກອນ, ຄ່າເຊົ່າ-ສຳປະທານ, ຄ່າພາກຫຼວງ, ອາກອນປະເພດຕ່າງໆ ເຂົ້າງົບປະມານໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກຳນົດ ຕາມໃບອະນຸຍາດສໍາປະທານທີ່ຂະແໜງການອອກໃຫ້.
2. ມີມາດຕະການບັງຄັບ ບັນດາຫົວໜ່ວຍ ເຂດເສດຖະກິດພິເສດ, ກິດຈະການຄາຊິໂນ ໃນການມອບພັນທະເຂົ້າງົບປະມານແຫ່ງລັດ ຕາມສັນຍາໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວລາ ຕາມສັນຍາສຳປະທານ.


3. ກວດກາ ແລະ ທົບທວນຄືນ ບັນດາສັນຍາເຊົ່າ-ສຳປະທານ ໃນການສຳຫຼວດ, ຂຸດຄົ້ນ ທີ່ບໍ່ທັນຈັດຕັ້ງປະຕິບັດ ຫຼື ປະຕິບັດບໍ່ໄປຕາມສັນຍາ ເພື່ອເລັ່ງທວງໃຫ້ດຳເນີນຕາມສັນຍາ ໃນກໍລະນີ ບໍ່ປະຕິບັດໃຫ້ຍົກເລີກສັນຍາເຊົ່າ-ສຳປະທານ ແລ້ວຊອກຜູ້ພັດທະນາໃໝ່ ເຂົ້າມາດໍາເນີນການແທນ ແລະ ໃຫ້ຍຶດເອົາເງິນຄ້ຳປະກັນສັນຍາຕາມທີ່ລະບຸໄວ້ໃນສັນຍາ ເຂົ້າງົບປະມານແຫ່ງລັດຢ່າງຄົບຖ້ວນ.


4. ກວດກາ ແລະ ປັບປຸງຄືນ ບັນດາສັນຍາເຊົ່າ-ສຳປະທານ ທີ່ມີເນື້ອໃນບໍ່ຊັດເຈນ, ມີຂໍ້ຂັດແຍ່ງ ແລະ ມີຊ່ອງວ່າງ ໃນການມອບພັນທະເຂົ້າງົບປະມານ ຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໃຫ້ຊັດເຈນ, ຄົບຖ້ວນ, ຖືກຕ້ອງ, ເຂັ້ມງວດປະຕິບັດມາດຕະການປັບໃໝ ແລະ ຖອນສິດ ຕໍ່ຜູ້ທີ່ລະເມີດ ແລະ ບຸກລູກ ເນື້ອທີ່ທີ່ບໍ່ໄດ້ຮັບການອະນຸຍາດ.
5. ເປັນເຈົ້າການສົມທົບກັບຂະແໜງການເງິນ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອເຈລະຈາກັບບັນດາຫົວໜ່ວຍທຸລະກິດຂົງເຂດບໍ່ແຮ່ ແລະ ພະລັງງານ ເພື່ອສ້າງກົນໄກໃນການມອບພັນທະໃຫ້ລັດຖະບານ ໃນຊ່ວງທີ່ມີຄວາມຫຍຸ້ງຍາກທາງດ້ານການເງິນ.


6. ເປັນເຈົ້າການສົ່ງຂໍ້ມູນສັນຍາ ແລະ ຂໍ້ຜູກພັນທາງດ້ານສັນຍາທັງໝົດ ໃຫ້ຂະແໜງການເງິນ ເພື່ອສ້າງເປັນຂໍ້ມູນຖານລາຍຮັບໃນການຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ, ທັນເວລາ.