ບຣາເດີ ສົ່ງເສີມວັດທະນາທໍາຍີ່ປຸ່ນ ຜ່ານ Digital Origami Letter ໃນຊ່ວງອາທິດການຂຽນຈົດໝາຍສາກົນ ໃນງານ Expo 2020 Dubai

1456

15 ຕຸລາ 2021 – Brother Industries, Ltd. (ໂດຍປະທານ ອິຊິໂຮ ຊາຊາກິ) ນໍາເນື້ອຫາຄອນເທັນອອນລາຍ ເລື່ອງ Origami Letter ມາປັບປຸງໃໝ່ ໂດຍການເພີ່ມຄຸນປະໂຫຍດໃນການໃຊ້ວຽກທີ່ເກີດຂຶ້ນຈາກຄວາມເຫັນຂອງຜູ້ໃຊ້ ແລະ ຈັດສະແດງໃນຊ່ວງອາທິດການຂຽນຈົດໝາຍສາກົນນີ້ (*International Letter Writing Week) ລະຫວ່າງວັນທີ 9-15 ຕຸລາ 2021 ໂດຍຄອນເທັນນີ້ ສ້າງຂຶ້ນເພື່ອສົ່ງເສີມການສະໜັບສະໜູນຂອງບຣາເດີ ໃນອາຄານ Japan Pavilion ງານ Expo 2020 Dubai ທີ່ປະເທດດູໄບ.

ວິດີໂອ Origami Letter ນີ້ ໄດ້ນໍາສະເໜີເນື້ອຫາໃຫ້ຜູ້ເຂົ້າຮ່ວມງານໄດ້ສຳພັດເຖິງການສື່ສານອັນອົບອຸ່ນຜ່ານທາງຈົດໝາຍເຊິ່ງສະແດງເຖິງການສົ່ງຂໍ້ຄວາມຢ່າງຈິງໃຈ ດ້ວຍການໃຊ້ Origami ທີ່ເປັນສິລະປະການພັບເຈ້ຍແບບດັ້ງເດີມໃນວັດທະນາທໍາຍີ່ປຸ່ນ ເຖິງວ່າເຮົາກຳລັງຜະເຊີນກັບສະຖານະການທີ່ການສື່ສານທີ່ຫຍຸ້ງຍາກຂື້ນ ເພາະການແຜ່ລະບາດຂອງໂຄວິດ-19 ນີ້.
ງານ Expo 2020 Dubai ຈັດຂຶ້ນໃນວັນທີ 1 ຕຸລາ 2021 ພາຍໃຕ້ສະໂລແກນ “Connecting Minds, Creating the Future” ເປັນງານລະດັບນານາຊາດຄັ້ງທຳອິດໃນຕະເວັນອອກກາງ ໂດຍມີການສ້າງອາຄານ Japan Pavilion ຢູ່ໃນພື້ນທີ່ຈັດສະແດງ ພາຍໃຕ້ແນວຄິດ “Where ideas meet” ໂດຍອາຄານນີ້ຖືກອອກແບບດ້ວຍແຮງບັນດານໃຈຈາກ Origami ໃນຂະນະທີ່ບໍລິສັດ Brother Industries ໄດ້ເປີດວິດີໂອກ່ຽວກັບ Origami ໃນບໍລິເວນແຖວປະຕູອາຄານ Japan Pavilion, ພ້ອມຈັດແຄມເປນຜ່ານທາງສື່ອອນລາຍໃນຊ່ວງອາທິດຂຽນຈົດໝາຍສາກົນ ເພື່ອເປັນການສົ່ງເສີມວັດທະນາທໍາຂອງປະເທດຍີ່ປຸ່ນໃນງານອີກ.

 

“Origami ເປັນງານຝີມືອັນເກົ່າແກ່ທີ່ສະແດງໃຫ້ເຫັນເຖິງຄວາມເປັນຍີ່ປຸ່ນ ແລະ ທີ່ອາຄານ Japan Pavilion ກໍໄດ້ອອກແບບອາຄານພາຍໃຕ້ແນວຄິດຂອງ Origami ນີ້” ໄອຊາໂອະ ອັນໂດະ ຜູ້ອໍານວຍການ Japan Pavilion ກ່າວວ່າ “ໃນຊ່ວງ 1 ອາທິດຕັ້ງແຕ່ເປີດງານ Expo ພື້ນທີ່ຂອງເຮົາດຶງດູດ ຜູ້ເຂົ້າມາຢ້ຽມຊົມເປັນຈໍານວນຫຼາຍ ໂດຍບາງຄົນເຖິງຂະໜາດລໍຖ້າຄິວດົນຮອດ 2 ຊົ່ວໂມງເພື່ອເຂົ້າຍ້ຽມຍາມ ນອກຈາກນີ້ ເຮົາຍັງເປີດ ວິດີໂອ Origami Letter ເພື່ອສົ່ງເສີມວັດທະນາທໍາເກົ່າແກ່ຂອງຍີ່ປຸ່ນໃຫ້ແກ່ຜູ້ເຂົ້າໃນງານ”
ທັງນີ້ Digital Origami Letter ຂອງບຣາເດີ ໄດ້ຮັບລາງວັນ iF GOLD AWARD ໃນງານ iF DESIGN AWARD 2021 ເຊິ່ງເປັນອົງກອນດ້ານການອອກແບບອິດສະຫຼະທີ່ເກົ່າແກ່ທີ່ສຸດຂອງໂລກ ໂດຍ iF GOLD AWARD ສະແດງໃຫ້ເຫັນເຖິງການຍອມຮັບຜົນງານຊັ້ນດີ ທີ່ໂດດເດັ່ນເໜືອຜົນງານອື່ນໆ ທີ່ສົ່ງເຂົ້າປະກວດ

International Letter Writing Week: ເປັນອາທິດສາກົນເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຜ່ານການຂຽນຈົດໝາຍເຊິ່ງເປັນການຊ່ວຍສ້າງຄວາມຄໍານຶງຮັບຮູ້ເຖິງສັນຕິພາບຂອງໂລກນໍາອີກດ້ວຍ

ວິທີການສົ່ງ Digital Origami Letter ໃຫ້ໝູ່ ຫຼືຄອບຄົວ ຫຼືຄົນທີ່ທ່ານຮັກແພງ.

1. ເຂົ້າໄປທີ່ລິ້ງ https://bit.ly/FBBLORIGAMI

2. ເລືອກແບບອໍຣິກາມິທີ່ທ່ານຕ້ອງການ ຈາກນັ້ນພິມຂໍ້ຄວາມທີ່ທ່ານຕ້ອງການຈະສົ່ງ

3. ເລື່ອນເຄີເຊີ (Cursor) ເທິງໜ້າຈໍຕາມທິດທາງລູກສອນ ເພື່ອເປັນການພັບອໍຣິກາມິ ແລ້ວສົ່ງໄປຍັງຄົນທີ່ທ່ານຕ້ອງການ ດ້ວຍການຄລິກທີ່ໄອຄອນ WhatsApp ຫຼື Facebook Messenger ຫຼືຄລິກທີ່ໄອຄອນຮູບຕ່ອງໂຊ່ ເພື່ອກ໋ອປປີ້ເປັນລິ້ງ ສົ່ງໃຫ້ທາງໂຊຊ່ຽວມີເດຍອື່ນໆກ່ອນລິ້ງຈະໝົດອາຍຸ

Digital Origami Letter