ບໍ່ທຳມະດາ ! 10 ບັນດິດໃໝ່ຄວ້າໃບປະກາດແດງ ຈາກຄະນະສຶກສາສາດ ມຊ

1484

ຕ້ອງບອກເລີຍວ່າ 4 ປີທີ່ຮຽນ ຫຼື ໃຊ້ຊີວິດໃນຮົ້ວມະຫາວິທະຍາໄລແມ່ນບໍ່ງ່າຍເລີຍ ສຳລັບນ້ອງໆນັກສຶກສາ ກວ່າຈະຈົບອອກມາຊອກຫາປະສົບການຊີວິດໃໝ່ ນັ້ນໝາຍຄວາມວ່າໃນຊ່ວງເວລາ ທີຮຽນນັ້ນແມ່ນຕ້ອງໄດ້ພົບພໍ້ກັບບັນຫຫຼາຍຢ່າງ, ລາຍຈ່າຍ, ຄວາມອົດທົນ, ຄວາມຕັ້ງໃຈ ເພື່ອໃຫ້ໄດ້ມາເຊິ່ງຄວາມສຳເລັດ ຫຼື ໃບປະກາດທີ່ຢັ້ງຢືນເຖິງຜົນສຳເລັດໃນຕະຫຼອດໄລຍະເວລາ 4 ປີທີ່ທຸ່ມເທໄປບໍ່ວ່າ ເງິນຄຳ ແລະມັນສະໝອງ.

ແຕ່ວ່າອີກໜຶ່ງຄວາມພາກພູມໃຈທີ່ສຸດສຳລັບນ້ອງໆແມ່ນການທີ່ຈົບອອກມານັ້ນໄດ້ຮັບໃບປະກາສະນິຍະບັດແດງ ຫຼື ໃບປະກາດແດງ ສິ່ງນັ້ນສະແດງໃຫ້ເຫັນເຖິງຄວາມໃສ່ໃຈ ແລະ ເປັນສິ່ງທີ່ບໍ່ງ່າຍເລີຍ ແຕ່ວ່າສຳລັບນ້ອງໆບັນດິດໃໝ່ 10 ຄົນນີ້ແມ່ນສາມາດຄວ້າມາໄດ້ ຈາກຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ.

ຖ້າຫາກບໍ່ມີການລະບາດໂຄວິດ19 ໃນປັດຈຸບັນ ຈະເຫັນໄດ້ວ່າປັດຈຸບັນແມ່ນຢູ່ໃນຊ່ວງທີ່ບັນດິດໃໝ່ແຕ່ລະສະຖາບັນການສຶກສາແມ່ນສຳລັບການສຶກສາ ແລະ ຮັບໃບປະກາດຄືກັນກັບຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ກໍ່ໄດ້ມີການເຊັນຮັບ ຂຶ້ນໃນວັນທີ 13 ຕຸລາ 2021 ເຊິ່ງວ່າໃນນັ້ນ ມີຈຳນວນ 10 ນ້ອງທີ່ໄດ້ຮັບໃບປະກາດແດງ ຫຼື ກຽດນິຍົມ.

ຄະນະສຶກສາສາດ ເປັນຄະນະໜຶ່ງທີ່ຜະລິດຄູອອກຮັບໃຊ້ສັງຄົມ ດັ່ງຄຳຂວັນຄະນະວ່າ ຄູສ້າງຄົນ ຄົນສ້າງຊາດ ສຶກສາສາດສ້າງຄູ ແລະ ໃນສົກສຶກສາ 2020-2021 ນັກສຶກສາຄູ ສູ້ເຖິງໄຊ ໄດ້ຮັບ ໃບປະກາສະນີຍະບັດ ກຽດນິຍົມ (ໃບປະກາດແດງ) 10 ຄົນ ຈາກສາຂາວິຊາຕ່າງໆຄື:

1. ທ້າວຈ່ອຍ ແສງຄໍາ ຄູຈິດຕະວິທະຍາການສຶກສາ

2. ທ້າວກຸ້ງມະນີ ປະທຸມທອງ ຄູຈິດຕະວິທະຍາການສຶກສາ

3. ນາງໄໝໄຮ ແຊ່ຈາວ ຄູຄະນິດສາດ

4. ທ້າວລີປໍເລົ່າ ຫວັງຕົງ ຄູຄະນິດສາດ

5. ນາງຍອດ ນິດດາວັນ ຄູພາສາລາວ-ວັນນະຄະດີ

6. ນາງຄູນຄໍາ ຫຼວງລາດ ຄູພາສາລາວ-ວັນນະຄະດີ

7. ທ້າວໄຊຕິສັກ ສິງທະວົງ ຄູພາສາລາວ-ວັນນະຄະດີ

8. ນາງດວງມາລາ ທອງສະຫວັນ ຄູພາສາລາວ-ວັນນະຄະດີ

9. ທ້າວລໍທູ ເຢມະນີ ຄູການເມືອງ

10. ທ້າວສຸກສະນະ ເພັງສະດາລາດ ຄູປະຫວັດສາດ

ສິ່ງນີ້ເປັນບາດກ້າວອັນສຳຄັນໃນການໃຊ້ວິດຕໍ່ໄປ ເຊິ່ງວ່າທຸກໆຄົນລ້ວນແລ້ວແຕ່ມີຄວາມຮູ້ຄວາມສາມາດ ມີທັກສະໃນການຮຽນຮູ້, ການຄົ້ນຄວ້າແຕກຕ່າງກັນໄປ.ທັງນີ້ ກໍ່ໄດ້ມີຕົວແທນນັກສຶກສາກຽດນິຍົມ ທ້າວໄຊຕິສັກ ສິງທະວົງ ນັກສຶກສາຄູພາສາລາວ-ວັນນະຄະດີກ່າວວ່າ: ຕົນເອງຮູ້ສຶກພາກພູມໃຈຫຼາຍທີ່ສາມາດຍາດປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ) ເຊິ່ງອີກຜົນງານໜຶ່ງຢູ່ໃນຮົ້ວມະຫາວິທະຍາໄລ ແລະ ກໍຄິດວ່າພໍ່ແມ່ຍາດຕິພີ່ນ້ອງກໍຄົງພູມໃຈເຊັ່ນດຽວກັນ.

ລາວກ່າວຕື່ມວ່າ ກ່ອນຈະໄດ້ໃບປະກາສະນີຍະບັດກຽດນິຍົມບໍ່ແມ່ນເລື່ອງງ່າຍ ແລະກໍ່ບໍ່ແມ່ນເລື່ອງຍາກ ພຽງແຕ່ຕັ້ງໃຈຮໍ່າຮຽນ, ຊອກສຶກສາຮຽນຮູ້ຈາກແຫຼ່ງຂໍ້ມູນອື່ນໆເປັນຕົ້ນ
ອິນເຕີເນັດ ຫຼື ຜູ້ທີ່ມີຄວາມຮູ້ປະສົບການ; ໃບປະກາສະນີຍະບັດກຽດນິຍົມທຸກໆຄົນສາມາດເປັນເຈົ້າຂອງໄດ້ ຖ້າເຮົາຕັ້ງໃຈ, ມຸ່ງໝັ້ນ, ດຸໝັ່ນສຶກສາຄົ້ນຄວ້າຮໍ່າຮຽນ.