ເຮັດຝຸ່ນໝັກແນວໃດ ໃຫ້ໄດ້ຄຸນນະພາບເທົ່າກັບປຸ໋ຍເຄມີ

587

ຝຸ່ນໝັກສາມາດເຮັດໄດ້ເອງຈາກວັດສະດຸທີ່ຫາໄດ້ຕາມທ້ອງຖິ່ນຊ່ວຍປະຢັດຄ່າໃຊ້ຈ່າຍໃນການຊື້ປຸ໋ຍເຄມີທີ່ມີລາຄາແພງ ເຊິ່ງຜະລິດຝຸ່ນໝັກທຽບເທົ່າປຸ໋ຍເຄມີເຮັດໃຫ້ການກະເສດຫຼຸດຕົ້ນທຶນຫຼາຍເຖິງ 10 ເທົ່າ ໂດຍມີວິທີເຮັດ ແລະ ຂັ້ນຕອນດັ່ງຕໍ່ໄປນີ້:

I. ຝຸ່ນໝັກສູດ 16-16-16 ແລະ ຝຸ່ນໝັກຊີວະພາບສູດ 15-15-15

+ ວັດຖຸດິບ ແລະ ສ່ວນປະສົມ: ຮໍາອ່ອນ 1 ສ່ວນ; ດິນດີ 1 ສ່ວນ; ແກບດິບ ( ແກບບໍ່ໄດ້ເຜົາ ) 1 ສ່ວນ; ແກບດຳທີ່ເຜົາ 1 ສ່ວນ; ຂີ້ສັດ 1 ສ່ວນ; ພືດຕະກຸນຖົ່ວ 1 ສ່ວນ.

II. ຝຸ່ນໝັກສູດ 16-20-0

ວັດຖຸດິບ ແລະ ສ່ວນປະສົມ: ຮໍາອ່ອນ 1 ສ່ວນ; ດິນດີ 2 ສ່ວນ; ແກບດິບ ( ແກບບໍ່ໄດ້ເຜົາ ) 4 ສ່ວນ; ຂີ້ສັດ 4 ສ່ວນ; ພືດຕະກຸນຖົ່ວ 4 ສ່ວນ.

+ ຂັ້ນຕອນ ແລະ ວິທີເຮັດຝຸ່ນໝັກດັ່ງກ່າວ

ນໍາສ່ວນປະສົມທັງໝົດ (ຍົກ ເວັ້ນຮໍາອ່ອນໃຫ້ໃສ່ຫຼັງໝູ່ ) ມາຄົນໃຫ້ເຂົ້າກັນ; ເຂ່ຍສ່ວນປະສົມໃຫ້ເປັນວົງມັນກົມແລ້ວນານໍ້າໝັກທີ່ປະສົມໄວ້ລາດລົງໄປໃຫ້ທົ່ວກອງຝຸ່ນ ໂດຍໃຫ້ປຽກພໍດີຄວາມຊຸ່ມປະມານ 60% ໂດຍອັດຕາສ່ວນການປະສົມນໍ້າໝັກຊີວະພາບ ນຳກາກນ້ຳຕານ 2 ບ່ວງແກງ ປະສົມກັບນໍ້າໝັກ 2 – 8 ບ່ວງແກງ ແລະ ຕື່ມນໍ້າ 20 ລິດ ໃຫ້ເຂົ້າກັນແລ້ວນໍ້າໃສ່ບົວໄປຫົດກອງຝຸ່ນໝັກ.

ไม่มีคำอธิบาย

+ ຂໍ້ແນະນໍາ ແລະ ຂໍ້ຄວນປະຕິບັດ

1. ໃນການປະສົມຝຸ່ນ ແລະ ການເກັບມ້ຽນຝຸ່ນຄວນເຮັດໃນຮົ່ມຢູ່ໃນເຮືອນ

2. ໃນໄລຍະ 7 ມື້ທໍາອິດ ຝຸ່ນຈະມີຄວານຮ້ອນສູງຄວນພິກ ຫຼື ປີ້ນຝຸ່ນທຸກວັນໃນໄລຍະ 2 – 7 ວັນ.

3. ການເກັບມ້ຽນຝຸ່ນບໍ່ຄວນຊ້ອນກັນເກີນ 5 ຊັ້ນ.

4. ຫຼັງຝຸ່ນຄາຍຄວາມຮ້ອນແລ້ວນໍາໄປໃຊ້ງານໄດ້.

5. ນ້ຳທີ່ໃຊ້ປະສົມກັບກາກນໍ້າຕານ ຫຼື ນໍ້າໝັກໃຫ້ໃຊ້ນໍາຊາວເຂົ້າແທນໄດ້ ຈະເຮັດໃຫ້ຝຸ່ນມີປະສິດທິພາບຫຼາຍຂຶ້ນ.

3. ການຜະລິດຝຸ່ນໝັກສູດ ” ໂຄບາຊີ ” ທຽບເທົ່າປຸ໋ຍເຄມີ 46-0-0

ไม่มีคำอธิบาย

+ ວັດຖຸດິບການຜະລິດ: ຮໍາ 1 ກະສອບ; ແກບດິບ 1 ກະສອບ; ຂີ້ໄກ່ 1 ກະສອບ; ຂີ້ເຈຍ 6 ກິໂລ; ນໍ້າໝັກຊີວະພາບ ພດ2 ຫຼື EM, ກາກນໍ້າຕານ.

+ ວິທີເຮັດ: ໃຫ້ປະສົມສ່ວນປະສົມທັງໝົດແລ້ວຄົນໃຫ້ເຂົ້າກັນ ກອງໄວ້ບ່ອນພື້ນທີ່ລາບພຽງ: ໃຊ້ນໍ້າໝັກຊີວະພາບ ພດ2 ຖ້າບໍ່ມີໃຫ້ໃຊ້ EM ພ້ອມກັບໃຊ້ກາກນ້ຳຕານຫົດເທິງກອງຝຸ່ນຂະນະທີ່ປະສົມໃຫ້ໄດ້ຄວາມຊຸ່ມປະມານ 60%, ຈາກນັ້ນໃຫ້ໃຊ້ມືກໍາຝຸ່ນໃຫ້ແໜ້ນແລ້ວປ່ອຍຖ້າ ຄວາມຊຸ່ມ 60% ຈະຕິດກັນເປັນກ້ອນບໍ່ແຕກອອກຈາກກັນ; ຕັກຝຸ່ນທີ່ໄດ້ບັນຈຸໃສ່ກະສອບ, ຈາກນັ້ນມັດປາກກະສອບເກັບເຂົ້າໄວ້ໃນບ່ອນຮົ່ມ.

+ ວິທີນໍາໃຊ້: ໃຊ້ຫວ່ານເທິງໜານປູກພືດ ໃນອັດຕາ 1 ກິໂລຕໍ່ 1 ຕາລາງແມັດ.

[ ຂໍ້ມູນ: ກົບສະຕູດີໂອ ]