ກຸ່ມບໍລິສັດ ຢູນນານໜົງເຂີນ ທຸ່ມງົບ 100 ລ້ານຢວນ ສ້າງໂຄງການສາທິດປູກພືດທົດແທນປູກຝີ່ນ ຢູ່ແຂວງຜົ້ງສາລີ

884

ໃນວັນທີ 12 ຕຸລາ 2021 ກຸ່ມບໍລິສັດກະສິກໍາ ຢູນນານໜົງເຂີນ ໄດ້ເປີດພິທີລົງມືກໍ່ສ້າງໂຄງການສາທິດຄົບວົງຈອນປູກພືດທົດແທນປູກຝີ່ນລາວ-ຈີນ ລະຫວ່າງ ອໍານາດການປົກຄອງແຂວງຜົ້ງສາລີ ກັບ ກຸ່ມບໍລິສັດກະສິກໍາຢູນນານຫນົງເຂີນ. ໂດຍການເຂົ້າຮ່ວມຂອງທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ພ້ອມດ້ວຍບັນດາຜູ້ຕາງຫນ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ແຂວງຜົ້ງສາລີເຂົ້າຮ່ວມ.ຢູ່ແຂວງຜົ້ງສາລີ.

ການເປີດພິທີຄັ້ງນີ້, ມີຄວາມຫມາຍຄວາມສໍາຄັນເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍບົດບັນທືກຄວາມເຂົ້າໃຈ ວ່າດ້ວຍແຜນພັດທະນາການປູກພືດທົດແທນການປູກຝີ່ນ ລະຫວ່າງ ຫ້ອງການຄະນະກໍາມະການກວດກາ ແລະ ຄວບຄຸ້ມຢາເສບຕິດ ສປປ ລາວ ກັບຫ້ອງການຄະນະກໍາມະການກວດກາ ແລະ ຄວບຄຸ້ມຢາເສບຕິດ ສປ ຈີນ ລົງວັນທີ 15 ຕຸລາປີ 2019. ເຊິ່ງໄດ້ສະແດງໃຫ້ເຫັນການຈັດຕັ້ງປະຕິບັດຕົວຈິງໂຄງການສາທິດຄົບວົງຈອນປູກພືດທົບແທນປູກຝີ່ນໄດ້ກ້າວໄປໜ້າຕາມແຜນຂອງທາງສອງຝ່າຍທີ່ວາງອອກຢ່າງມີຜົນສໍາເລັດ.

ໂຄງການສາທິດຄົບວົງຈອນປູກພືດທົດແທນປູກຝີ່ນ ດັ່ງກ່າວຈະມີມູນຄ່າການກໍ່ສ້າງປະມານ 100 ລ້ານຢວນ (ໜຶ່ງຮ້ອຍລ້ານຢວນ) ໂດຍແມ່ນບໍລິສັດທຸລະກິດກະສິກຳຢູນນານລາວຈໍາກັດ ເປັນຜູ້ຕາງໜ້າໃຫ້ແກ່ກຸ່ມບໍລິສັດກະສິກໍາຢູນນານຫນົງເຂີນ ໃນການລົງທຶນຈັດຕັ້ງປະຕິບັດຕົວຈິງເຊິ່ງລະອຽດມີຄື: ສ້າງສວນສາທິດກະສິກໍາປູກພືດທົດແທນ ແລະ ໂຮງງານປຸ່ງແຕ່ງຜົນຜະລິດກະສິກໍາ, ຫ້ອງພັກຄົນງານ, ໂຮງຮຽນ, ສຸກສາລາ, ສູນບໍາບັດ ແລະ ໂຄສະນາຜົນຮ້າຍຈາກຢາເສບຕິດ, ສູນຝືກອົບຮົມເຕັກນິກກະສິກໍາ ແລະ ສິ່ງອໍານວຍຄວາມສະດວກອື່ນໆຢ່າງຄົບຊຸດ ເຊິ່ງໄດ້ສອດຄ່ອງ ແລະ ຕິດພັນກັບແຜນພັດທະນາເຂດຊາຍແດນລານຕຸ້ຍເຊິ່ງຢູ່ບ້ານແຊວຈ້າຍ ເປັນຈຸດທີ່ກໍ່ສ້າງໂຄງການຕົວແບບປູກພືດທົດແທນປູກຝີ່ນ, ຫ່າງຈາກດ່ານສາກົນລານຕຸ້ຍ ລາວ-ຈີນ  7 ກິໂລແມັດ. ໂດຍໂຄງການກໍ່ສ້າງຈະໃຊ້ເວລາປະມານ 5 ປີໃຫ້ສຳເລັດ ເພື່ອຈະຈັດສັນອາຊີບໃໝ່ມາທົດແທນການປູກຝິ່ນໃຫ້ແກ່ປະຊາຊົນເປົ້າໝາຍແນໃສ່ເຮັດໃຫ້ເນື້ອທີ່ປູກຝິ່ນຢູ່ແຂວງຜົ້ງສາລີຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແລະ ເປັນການພັດທະນາເສດຖະກິດ-ສັງຄົມ ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນທ້ອງຖິ່ນໃຫ້ດີຂື້ນ.

ບໍລິສັດຈະນຳໃຊ້ທ່າແຮງດ້ານອຸດສາຫະກໍາ, ບຸກຄະລາກອນ, ຕະຫລາດ ແລະ ຊື່ສຽງຂອງກຸ່ມບໍລິສັດກະສິກໍາຢູນນານຫນົງເຂີນ ເພື່ອສາທິດປູກພືດກະສິກຳຊະນິດໃໝ່ປັບປຸງອາຊີບຂອງປະຊາຊົນທີ່ປູກຝິ່ນ ຢູ່ເຂດຊົນນະບົດທີ່ຢູ່ຫ່າງໄກສອກຫຼີກ, ໂດຍຖືເອົາການພັດທະນາພືດເສດຖະກິດ ແລະ ການລ້ຽງສັດເປັນຫລັກຄື: ຢາງພາລາ, ເຂົ້າ, ຊາ, ສະໜຸນໄພ ແລະ ພືດອື່ນໆທີ່ຕິດພັນກັບການສ້າງໂຮງງານຜະລິດ ແລະ ປຸງແຕ່ງ ແລະ ຈໍາຫນ່າຍແບບໂຕ່ງໂສ້ ແລະ ຍົກສູງມູນຄ່າເສີມຂອງຜະລິດຕະພັນ, ໂດຍເອົາ“ການປູກພືດ, ການລ້ຽງສັດ ແລະ ປຸງແຕ່ງ”ລວມຕົວເປັນອັນດຽວເພື່ອຫັນໄປສູ່ຮູບແບບໃຫມ່ໃນການພັດທະນາໂຄງການປູກພືດທົບແທນປູກຝີ່ນ.

ກຸ່ມບໍລິສັດພັດທະນາກະສິກໍາຢູນນານຫນົງເຂີນ ເປັນລັດວິສາຫະກິດຂະຫນາດໃຫຍ່ທີ່ສໍາຄັນ ແລະ ນຳໜ້າດ້ານກະສິກໍາຂອງແຂວງຢູນນານ. ນັບແຕ່ປີ 2006 ເປັນຕົ້ນມາ, ກຸ່ມບໍລິສັດພັດທະນາກະສິກໍາຢູນນານຫນົງເຂີນ ໄດ້ເຂົ້າມາລົງທຶນເພື່ອຈັດຕັ້ງປະຕິບັດໂຄງການປູກພືດທົບແທນປູກຝີ່ນຢູ່ພາກເໜືອ ສປປ ລາວ ເຊິ່ງຖືກິດຈະການການປູກຢາງພາລາ, ເຂົ້ານາ, ສາລີເປັນຫລັກ ເຊິ່ງຈະມີເນື້ອທີ່ປູກ 6.000 ກວ່າເຮັກຕາ, ສະສົມການລົງທຶນ 1 ຕື້ກວ່າຢວນ. ຄຽງຄູ່ກັບການຈັດຕັ້ງປະຕິບັດໂຄງການພື້ນຖານໂຄງລ່າງໄດ້ຮັບການປັບປຸງ ແລະ ສ້າງຂື້ນໃໝ່ໆແລະ ຊ່ວຍເຫຼືອສັງຄົມໃນເຂດໂຄງການເປັນຈໍານວນຫຼາຍ, ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດອັນແທ້ຈິງ ແລະ ຊິວິດການເປັນຢູ່ດີຂຶ້ນໃນລະດັບໃດຫໜຶ່ງນໍາໂຄງການປູກພືດທົດແທນປູກຝີ່ນ ຕະຫຼອດມາທີ່ໄດ້ຮັບການຕີລາຄາສູງຈາກການປົກຄອງທ້ອງຖິ່ນ.

ບໍລິສັດຍັງຢໍ້າເຕີ່ມອີກວ່າ: ການລົງທຶນສ້າງໂຄງການສາທິດຄົບວົງຈອນປູກພືດທົດແທນປູກຝີ່ນ ທີ່ແຂວງຜົ້ງສາລີ ກໍເປັນການຊຸ້ກຍູ້ ແລະ ການຮ່ວມມືທາງດ້ານກະສິກໍາ ເພື່ອຕ້ານແລະສະກັກກັ້ນຢາເສບຕິດໃນທ້ອງຖິ່ນ ແລະ ຊ່ວຍເຫຼືອແກ້ໄຂຄວາມທຸກຍາກ ແລະ ເຮັດໃຫ້ປະຊາຊົນພົ້ນອອກຈາກຜົນຮ້າຍຢາເສບຕິດ, ທັງເປັນໂຄງການຈະຍົກສູງຄວາມສະດວກໃຫ້ແກ່ການສົ່ງຜະລິດຕະພັນກະສິກໍາເຂົ້າສູ່ຕະຫຼາດຈີນອີກດ້ວຍ.