ຄະນະຜູ້ແທນສະພາແຫ່ງຊາດລາວ ສຳເລັດການເຂົ້າຮ່ວມກອງປະຊຸມ APF

685

ໃນລະຫວ່າງວັນທີ 12 ຕຸລາ 2021 ທີ່ສະພາແຫ່ງຊາດ, ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ, ປະທານຄະນະສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ຂອງສະພາແຫ່ງຊາດລາວ ພ້ອມທັງເປັນຄະນະບໍລິຫານງານ, ຜູ້ປະຈຳການພາກພື້ນອາຊີ-ປາຊີຟິກ ຂອງ APF ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ຈັດຂຶ້ນທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຂອງທ່ານ ອາມາດູ ສູມາໂຮໂຣ ປະທານສະພາແຫ່ງຊາດ ແຫ່ງກົດດີວົວ ທັງເປັນປະທານຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ ໂດຍມີປະທານ, ຮອງປະທານ, ຄະນະບໍລິຫານງານ, ຄະນະກຳມາທິການປະຈຳ, ເລຂາທິການໃຫຍ່, ຜູ້ປະຈຳການພາກພື້ນຂອງ APF, ປະທານເຄືອຄ່າຍ APF ເພດຍິງ ແລະ ຕົວແທນຈາກປະເທດທີ່ໃຊ້ພາສາຝຣັ່ງ.


ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຂອງອົງການສະມັດຊາລັດຖະສະພາທີ່ໃຊ້ພາສາຝຣັ່ງໃນໄລຍະຜ່ານມາ ແລະ ແຜນການໃນຕໍ່ໜ້າ, ບົດລາຍງານຂອງຜູ້ປະຈໍາການແຕ່ລະພາກພື້ນຂອງ APF, ການລາຍງານຂອງຜູ້ບໍລິຫານງານ OIF, ການລາຍງານກ່ຽວກັບສະພາບການທາງດ້ານການເມືອງ ແລະ ການຮັບມືກັບພະຍາດໂຄວິດ-19 ຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ. ນອກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ປຶກສາຫາລືກັນກ່ຽວກັບການຮ່ວມມືຂອງລັດຖະສະພາ, ໂຄງການຮ່ວມມືຕ່າງໆຂອງ APF ແລະ ການປຶກສາຫາລືກ່ຽວກັບການກະກຽມກອງປະຊຸມສຸດຍອດ ຝຣັ່ງໂກໂຟນີ ທີ່ຈະຈັດຂຶ້ນທີ່ Djerba ໃນລະຫວ່າງວັນທີ 20-21 ພະຈິກ 2021 ທີ່ຈະມາເຖິງນີ້.


ການເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນລາວຄັ້ງນີ້ ເປັນການປະຕິບັດພັນທະຕໍ່ສາກົນ ແລະ ທັງເປັນການເຜີຍແຜ່ນະໂຍບາຍ ແລະ ລະບຽບກົດໝາຍ ຂອງ ສປປລາວ ໃຫ້ສາກົນໄດ້ຮັບຮູ້ ເພື່ອແນ່ໃສ່ປະຕິບັດນະໂຍບາຍການຕ່າງປະເທດຂອງພັກ ໃຫ້ນັບມື້ນັບກວ້າງຂວາງຮອບດ້ານ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ເຄົາລົບອຳນາດອະທິປະໄຕຂອງກັນ ແລະ ກັນ.