ຫົວພັນ ອະນຸຍາດຈັດຫຼາຍກິດຈະກຳແລ້ວ ລວມເຖິງວຽກງານທາງການ

476

ດັ່ງທີ່ຮູ້ກັນດີ ສຳລັບແຂວງ ຫົວພັນ ກໍ່ຍັງຄົງເປັນແຂວງໜຶ່ງດຽວ ໃນ ສປປ ລາວ ທີ່ບໍພົບຜູ້ຕິດເຊື້ອພະຍາດໂຄວິດ19 ແຕ່ແຂວງກໍ່ປະກາດປິດການເຂົ້າ-ອອກ ເພື່ອບໍໃຫ້ເຊື້ອພະຍາດເຂົ້າໄປລະບາດຢູ່ໃນຊຸມຊົນ ແລະ ຫຼ້າສຸດນີ້ ຫົວພັນໄດ້ປະກາດຜ່ອນຜັນມາດຕະການຕ່າງໆ ເຊິ່ງກໍ່ຖືວ່າເປັນສິ່ງທີ່ດີເມື່ອບໍມີໂຄວິດຕ້ອງເປີດໃຫ້ປະຊາຊົນເສດຖະກິດ.

ແຈ້ງການຫຼ້າສຸດນີ້ຈາກແຂວງ ຫົວພັນ ເລກທີ 319/ຈຂ.ຫພ ລົງວັນທີ 14 ຕຸລາ 2021 ທີ່ມີການຜ່ອນຜັນ ແລະ ອະນຸຍາດດຳເນີນຫຼາຍວຽກງານຕາມປົກກະຕິໄດ້ ແຕ່ກໍ່ຍັງມີບາງວຽກງານກໍ່ຕ້ອງຍັງປະຕິບັດມາດຕະການຕໍ່ໄປ.
ເຊິ່ງວ່າສະຖານະການທີ່ແຂວງ ຫົວພັນໃນປັດຈຸບັນກໍ່ຖືວ່າຢູ່ໃນສະພາບການທີ່ດີ ແຕ່ວ່າ ສຳລັບໃຜທີ່ຈະເດີນທາງເຂົ້າທີ່ແຂວງດັ່ງກ່າວກໍ່ຕ້ອງປະຕິບັດຕາມມາດຕະການທີ່ວາງອອກ, ອະນຸຍາດໃຫ້ເປີດບໍລິການ ລົດຂົນສົ່ງໂດຍສານພາຍໃນ ແຂວງ ຫາເມືອງຢ່າງເປັນປົກຕິ.

ອະນຸຍາດໃຫ້ ລົດບັນທຸກສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ-ອອກ ແຂວງຫົວພັນໄດ້ ແຕ່ຕ້ອງປະຕິບັດການ ປ່ຽນຖ່າຍໂຊເຟີລົດຢູ່ຈຸດກວດກາ ຫຼື ດ່ານຊາຍແດນ ລະຫວ່າງປະເທດ ພ້ອມສີດຢາຂ້າເຊື້ອລົດຄັກແນ່ແລ້ວຈີ່ງສາມາດ ເຂົ້າແຂວງຫົວພັນໄດ້.
ພ້ອມນີ້ຍັງ ອະນຸຍາດໃຫ້ ພະນັກງານ ລວມທັງພາກລັດ ແລະ ເອກະຊົນ ໄປການປົກກະຕິໄດ້ ແຕ່ຕ້ອງປະຕິມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ(ຜູ້ທີ່ບໍ່ມີ ບັດສັກຢາວັກຊິນ ຫ້າມເຂົ້າປະຈໍາການ ຍົກເວັ້ນຜູ້ທີ່ມີໃບຢັ້ງຢືນຈາກແພດ), ອະນຸຍາດໃຫ້ ເປີດການຮຽນ-ການສອນທຸກຊັ້ນຮຽນທົ່ວແຂວງ ແລະ ສາມາດຫຼີ້ນກິລາທຸກປະເພດ ແລະ ອະນຸຍາດໃຫ້ຈັດງານບຸນປະເພນີ ແຕ່ຜູ້ເຂົ້າຮ່ວມງານບໍ່ເກີນ ຈໍານວນ 500 ຄົນ.

ອະນຸຍາດໃຫ້ຈັດງານລ້ຽງໄດ້ ແຕ່ພາກເອກະຊົນມີຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 100 ຄົນ, ສໍາລັບງານລ້ຽງຂອງພາກລັດຜູ້ເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ, ອະນຸຍາດໃຫ້ຈັດກອງປະຊຸມໄດ້ ( ສະເພາະຄົນພາຍໃນແຂວງຫົວພັນເທົ່ານັ້ນ ແຕ່ວ່າ ກໍານົດເວລາການຈັດງານລ້ຽງພາກລັດບໍ່ເກີນ2ຊົ່ວໂມງ (ຖ້າແມ່ນຕອນຄ່ໍາ 21:00) ແລະ ພາກເອກະຊົນບໍ່ໃຫ້ເກີນ3ຊົ່ວໂມງ (22:00).