ຊາວນານ້ຳຕາຊືມ ສັດຕູພືດທຳລາຍເຂົ້ານາເຫຼືອງເປັນທົ່ງ

381

ການເຮັດກະສິກຳ ໂດຍສະເພາະການເຮັດນາປູກເຂົ້າ ເຊິ່ງເປັນພືດຫຼັກທີ່ມີຄວາມຈຳເປັນຕໍ່ກັບການດຳລົງຊີວິດເປັນຢ່າງຍິ່ງ ເມື່ອໄດ້ລົງມືເຮັດໄປແລ້ວ ກໍ່ລ້ວນແຕ່ຫວັງຜົນຜະລິດອອກມາທີ່ສົມກັບຄວາມຕັ້ງໃຈ ແຕ່ປີໃດໂຊກຮ້າຍມີສັດຕູພືດທຳລາຍກໍ່ໝົດກຳລັງໃຈບໍຮູ້ຈະເອົາຫຍັງມາໝູນກັນໃຊ້ກິນໃຫ້ຮອດລະດູການໜ້າ.

ໃນວັນທີ 14 ຕຸລານີ້, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ສົມທົບກັບ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ລົງກວດກາປະເມີນຜົນເສຍຫາຍຈາກສັດຕູພຶດທໍາລາຍເຂົ້ານາປີຂອງປະຊາຊົນຢູ່ກຸ່ມປາກງາວ, ນໍາໂດຍ ທ່ານ ສົມອົກ ພູມມະວອນ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຫ້ວຍຊາຍ, ຮອງປະທານຄຸ້ມຄອງໄພພິບັດຂັ້ນເມືອງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.

ຈາກທີ່ໄດ້ຟັງການລາຍງານຈາກນາຍບ້ານໃນໄລຍະຜ່ານມາ ແລະ  ໄດ້ມີການການລົງເກັບກໍາຂໍ້ມູນເບື້ອງຕົ້ນເຫັນວ່າສັດຕູພຶດທໍາລາຍເຂົ້ານາປີຂອງປະຊາຊົນແມ່ນຫຼາຍພໍສົມຄວນດັ່ງນັ້ນທາງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫ້ວຍຊາຍ, ສົມທົບກັບພະນັກງານກະສິກໍາປະຈໍາກຸ່ມໄດ້ນໍາເອົາຢາ ແລະ ອຸປະກອນ, ເຕັກນີກໃນການນໍາໃຊ້ເຄື່ອງມືມາໃຫ້ປະຊາຊົນພົ່ນຢາຂ້າສັດຕູພຶດທໍາລາຍຢູ່ແຕ່ລະບ້ານທີ່ມັນມີການລະບາດ

ຈາກນັ້ນໄດ້ລົງຕິດຕາມກວດກາເນື້ອທີ່ຕົວຈິງເຫັນວ່າກຸ່ມບ້ານປາກງາວຖຶກສັດຕູພຶດທໍາລາຍເປັນຈໍານວນຫຼາຍປະກອບມີ 3 ບ້ານຄື, ບ້ານປາກງາວມີ 40 ຄອບຄົວ ມີເນື້ອທີທັງໝົດ 41,8 ເຮັກຕາ, ເສຍຫາຍ 21,3 ເຮັກຕາ, ບ້ານດອນຄູນ ມີ 12 ຄອບຄົວ, ມີເນື້ອທີ່ທັງໝົດ 43 ໄລ່, ບ້ານນໍ້າແສນ ມີ 23 ຄອບຄົວ ມີ 58 ໄລ່, ການລົງກວດກາໃນຄັ້ງນີ້ເຫັນວ່າເນື້ອທີ່ນາໄດ້ພົ່ນຢາຂ້າສັດຕູພຶດໄວ້ທັນແມ່ນສາມາດກັບມາຟຶ້ນຕົວໄດ້ຢ່າງເປັນປົກກະຕິ.

ສ່ວນບ່ອນທີ່ເສຍຫາຍຫຼາຍແມ່ນບໍ່ສາມາດເກັບກ່ຽວຜົນຜະລິດເຂົ້ານາໄດ້ ສ່ວນວ່າຜົນເສຍຫາຍຈາກສັດຕູພຶດທໍາລາຍເຂົ້ານາປີຂອງປະຊາຊົນ ປະກອບມີ: ເພ້ຍຈັກຈັ່ນ, ຕັກແຕນ ແລະ ໜູຂີ ທົ່ວເມືອງ 25 ບ້ານ, ມີເນື້ອທີ່ທັງໝົດ 34,571 ແຮັກຕາ, ເພ້ຍຈັກຈັ່ນທໍາລາຍເຂົ້ານາເນື້ອທີ່ 305,91 ແຮັກຕາ, ເສຍຫາຍ 33,74 ແຮັກຕາ, ຕັກແຕນທໍາລາຍເຂົ້ານາເນື້ອທີ່ 18,08 ແຮັກຕາ, ເສຍຫາຍ 1,32 ແຮັກຕາ, ໜູຂີທໍາລາຍເຂົ້ານາເນື້ອທີ່ 20,88 ແຮັກຕາ, ເສຍຫາຍ 5,82 ແຮັກຕາ, ບົ້ງໃບຮໍາທໍາລາຍເຂົ້ານາເນື້ອທີ່ 1 ແຮັກຕາ, ເສບຫາຍ 0,16 ແຮັກຕາ.


ຈາກ: ໜັງສືພິມບໍ່ແກ້ວ