ຄໍາມ່ວນແຊງໜ້າມື້ນີ້ພົບຜູ້ຕິດເຊື້ອໂຄວິດພາຍໃນສູງສຸດ ຈາກຜູ້ຕິດເຊື້ອໃໝ່ທັງໝົດທົ່ວປະເທດ 573 ຄົນ

365

ສະຖານະການໂຄວິດ 19 ປະຈໍາວັນທີ 15 ຕຸລາ 2021 ພົບຜູ້ຕິດເຊື້ອໃໝ່ທັງໝົດ 573 ຄົນ, ນໍາເຂົ້າ 2 ຄົນ, ຕິດເຊື້ອພາບໃນ 571 ຄົນ ໃນນັ້ນ ແຂວງຄໍາມ່ວນຫຼາຍກ່ອນໝູ່ ພົບ 161 ຄົນ, ຮອງລົງມາແມ່ນນະຄອນຫຼວງວຽງຈັນ 145 ຄົນ

ທ່ານ ນາງ ດຣ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ19 ຢູ່ ສປປ ລາວວ່າ ມາຮອດວັນທີ 14 ຕຸລາ 2021,

ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ19 ທັງໝົດ 6.512 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 573 ຄົນ, ຕິດເຊື້ອນໍາເຂົ້າ 2 ຄົນ ຈາກ ສາລະວັນ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ ແລະ ຕິດເຊື້ອພາຍໃນ ມີ 571 ຄົນ

ມາຮອດວັນທີ 14 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 31.188 ຄົນ, ເສຍຊີວິດສະສົມ 36 ຄົນ(ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 231 ຄົນ, ກໍາລັງປິ່ນປົວ 7.529 ຄົນ.