ວົງດົນຕີດັງ ໜຸ່ມພູ່ໄທ ຫັກມຸມຫັນໄປປູກໝາກໂມ ໄດ້ຜົນຮັບຈົນໜ້າອິດສາ

545

ຖ້າຈະເວົ້າເຖິງວົງດົນຕີທີ່ມີຊື່ສຽງໂດ່ງດັງ ແລະ ໄດ້ຮັບຄວາມນິຍົມສູງ ໃນແຂວງສະຫວັນນະເຂດ ກໍ່ຄົງຈະຍົກໃຫ້ ວົງດົນຕີ ໜຸ່ມພູ່ໄທ ເປັນອັນດັບຕົ້ນໆເລີຍກໍ່ວ່າໄດ້ ທີ່ຮັບອອກງານສ້າງສຽງເພງ ສ້າງຄວາມສຸກໃຫ້ກັບປະຊາຊົນ ໂດຍສະເພາະໃນງານບຸນປະເພນີຕ່າງໆ ຂອງຊາວແຂວງ ສະຫວັນນະເຂດ.

ແຂວງ ສະຫວັນນະເຂດແມ່ນຂຶ້ນຊື່ວ່າເປັນດິນແດງແຫ່ງສຽງຂັບ ສຽງລຳ 4 ຈັງຫວະ ໂດຍສະເພາະ ລຳຕັ່ງຫວາຍ ແຕ່ເນື່ອງຈາກປັດຈຸບັນທີ່ມີການແຜ່ລະບາດຂອງໂຄວິດ19 ເຮັດໃຫ້ບັນຍາກາດແຫ່ງຄວາມມ່ວນຊື່ນຫາຍໄປ ແມ່ນແຕ່ເຈົ້າຂອງວົງດົນຕີໃຫຍ່ວົງດັງ ຢ່າງກັບ ໜຸ່ມພູ່ໄທ ກໍ່ຕ້ອງໄດ້ຫັນຕົວເອງມາເຮັດກະສິກຳ ໃນຊ່ວງວິກິດທີ່ບໍໄດ້ຮັບງານສະແດງຮ້ອງເພງ.

ທ່ານ ໜຸ່ມ ເຈົ້າຂອງວົງດົນຕີ ໜຸ່ມພູ່ໄທມະຫາຊົນໄດ້ໃຫ້ສຳພາດຕໍ່ນັກຂ່າວທ້ອງຖິ່ນວ່າ: ນັບແຕ່ມີການລະບາດຂອງເຊື້ອໂຄວິດ19 ໃນປີ 2020 ເປັນຕົ້ນມາເຮັດໃຫ້ວົງດົນຕີ ບໍ່ໄດ້ອອກຮັບໃຊ້ສັງຄົມ ຫຼື ສ້າງສຽງເພງ ຄືເມື່ອກ່ອນຈຶ່ງໄດ້ຕັດສິນໃຈມາເຮັດກະສິກຳ ຫຼື ເຮັດສວນ ປູກໝາກໂມ ເຊິ່ງວ່ານອກຈາກຈະປູກໝາກໂມແລ້ວ ກໍ່ຍັງປູກເຂົ້າ, ມັນຕົ້ນ ເຊິ່ງຖືວ່າຫຼັງຈາກທີ່ຕັດສິນໃຈປູກມາແມ່ນໄດ້ຮັບຜົນເກີນຄາດ.

ໜຸ່ມ ບອກວ່າຄວາມຈີງແລ້ວການປູກພຶດຂອງຕົນນັ້ນ ໃນເບື້ອງຕົ້ນຄິດວ່າຈະເຮັດການຜະລິດ ເພື່ອກິນພາຍໃນຄອບຄົວເທົ່ານັ້ນ ແຕ່ກໍ່ເຮັດທຸກຢ່າງໆພິຖີພິຖັນປາສະຈາກສານເຄມີ ໃຊ້ປຸ໋ຍຊີວະພາບທັງໝົດ ແລະກໍເປັນຄັ້ງທຳອິດທີ່ປູກ ແຕ່ຜົນຜະລິດອອກມາດີ ຫຼື ເກີນຄາດ ກໍ່ເລີຍວາງຂາຍສ້າງລາຍຮັບເພື່ອແກ້ໄຂໃນຊ່ວງວິກິດແບບນີ້ໄປໃນຕົວ.

ສຳລັບຕົ້ນທຶນການປູກແມ່ນໃຊ້ຕົ້ນທຶນບໍ່ຫຼາຍ ເຊັ່ນວ່າ ຝຸ່ນ ແມ່ນໃຊ້ເປັນຝຸ່ນຄອກພາຍໃນຄອບຄົວຕົນເອງ , ນ້ຳຫົດແມ່ນໃຊ້ນ້ຳສ້າງ ໜຸ່ມບອກວ່າ ເນື່ອງຈາກຄັ້ງນີ້ເປັນເທື່ອທຳອິດ ເຮັດເບ້ຍອອກມາເຖິງ 7000 ເບ້ຍ ແຕ່ຈະເຫຼືອໂຕຈິງທີ່ປະມານ 4000 ເບ້ຍ ອາໄສແຮງງານພາຍໃນຄອບຄົວຊ່ວຍກັນເອງ ປະກົດວ່າຜົນຜະລິດອອກມາໄດ້ດີເກີນຄາດ.


ຕໍ່ວິທີການກຳຈັດແມງໄມ້ ຫຼື ສັດຕູພືດແມ່ນ ເຮັດແບບຊາວບ້ານເອງເຊັ່ນ: ການໄລ່ດ້ວຍຕົນເອງ, ການໃຊ້ນ້ຳເປົ່າ ຫຼື ພົ່ນ ໃຫ້ແມງໄມ້ຕົກຈາກ ເຄືອໝາກໂມ, ຕອນກາງຄືນແມ່ນໃຊ້ໄຟສາຍກ້ານ ແລະ ເກັບແມງໄມ້ ຫຼື ສັດຕູອອກ ແລະ ເຮັດກັບດັກສຳລັບແມງໄມ້ບາງຊະນິດ ສ່ວນວ່າບັນຫາ ເພ້ຍແມ່ນໃຊ້ເປັນນ້ຳສົ້ມຂອນໄມ້ສີດທີ່ໄດ້ມາຈາກການເຜົາຖ່ານມາປະສົມກັບນ້ຳ ເຊິ່ງ 2-3 ຄັ້ງກໍ່ຫາຍ ເບິ່ງທໍ່ນີ້ກໍ່ສຸດຍອດແລ້ວ.

ວຽກງານການຜະລິດ ຫຼື ກະສິກຳ ຖືວ່າເປັນທ່າແຮງທີ່ສຳຄັນໃນການຄ້ຳປະກັນສະບຽງອາຫານ ແລະ ຍັງສາມາດສ້າງລາຍຮັບ ຍິ່ງຕົກຢູ່ໃນຊ່ວງການແຜ່ລະບາດຂອງເຊື້ອພະຍາດໂຄວິດ19 ຍິ່ງເປັນຊ່ອງທາງອອກທີ່ດີທີ່ສຸດ ດັ່ງທີ່ກັບເຈົ້າຂອງວົນດົນຕີດັງ ຍັງຕ້ອງຫັນມາເຮັດກະສິກຳ ເພື່ອຊ່ວຍແບ່ງເບົາລາຍຈ່າຍ ແລະສ້າງລາຍຮັບໄປນຳ.

ຂ່າວ: ສີສຸວົງ