ສາທາເຕືອນ! ການໃຊ້ເຫຼົ້າຂ້າເຊື້ອ ຫຼື ສະເປສີດພົ່ນໃສ່ອາຫານກ່ອນຮັບປະທານ ແມ່ນບໍ່ຖືກຕ້ອງຕາມຫຼັກການ ອາດເກີດອັນຕະລາຍໄດ້

365

ເນື່ອງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ກະຈາຍໄປທົ່ວ ຫຼາຍຄົນກໍກັງວົນວ່າເຊື້ອພະຍາດອາດເຕັມໄປທົ່ວ ແລະກໍອາດມີບາງຄົນທີ່ເຂົ້າໃຈຜິດວ່າການຊີດຢາຂ່້ເຊື້ອໃຊ້ອາຫານກ່ອນຮັບປະທານນັ້ນຈະເຮັດໃຫ້ຕົນປອດໄພອີກວິທີໜຶ່ງ ເຊິ່ງ ທ່ານນາງ ດຣ. ບົວຜັນ ຄຳພາພົງຜ່ານ, ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ແຈ້ງໃຫ້ບັນດາທ່ານຊາບ

ປັດຈຸບັນ ສັງເກດເຫັນວ່າ ມີປະຊາຊົນຈຳນວນໜຶ່ງ ມີຄວາມກັງວົນກ່ຽວກັບ ເຊື້ອພະຍາດໂຄວິດ-19 ທີ່ອາດຈະຕິດມາກັບອາຫານທີ່ຊື່້ມາ ເຮັດໃຫ້ບາງທ່ານໃຊ້ເຫຼົ້າຂ້າເຊື້ອຮູບແບບສະເປສີດພົ່ນໃສ່ອາຫານກ່ອນຮັບປະທານ, ຄວາມຈິງແລ້ວ ການປະຕິບັດດັ່ງກ່າວ ເປັນການເຂົ້າໃຈທີ່ບໍ່ຖືກຕ້ອງຕາມຫຼັກການ ເພາະເຫຼົ້າຂ້າເຊື້ອທີ່ເປັນຮູບແບບສະເປຜົ່ນ ບໍ່ຄວນສີດລົງໃສ່ອາຫານໂດຍກົງ ເພາະອາດເປັນອັນຕະລາຍເຖິງຊີວິດໄດ້.

ສະນັ້ນ, ວິທີການຂ້າເຊື້ອພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ກໍ່ຄືການປຸງແຕ່ງອາຫານໃຫ້ສຸກດີ ແລະ ຮັບປະທານອາຫານສົດໃໝ່ທຸກຄັ້ງ.

ພ້ອມດຽວກັນນີ້ ຫຼາຍທ່ານ ໄດ້ເຮັດຄວາມສະອາດພາຍໃນບ້ານ ໂດຍການພົ່ນນ້ຳຢາຂ້າເຊື້ອ ເຊິ່ງອາດໃຊ້ບໍລິການຂອງໜ່ວຍງານໃດໜຶ່ງ ຫຼື ຊື້ມາພົ່ນເອງ.

ດັ່ງນັ້ນ, ຂໍໃຫ້ບັນດາທ່ານ ກວດສອບ ນ້ຳຢາຂ້າເຊື້ອຊະນິດດັ່ງກ່າວ ວ່າມີຄວາມເໝາະສົມຕໍ່ການນຳມາໃຊ້ ພາຍໃນບ້ານຂອງທ່ານ ຢ່າງປອດໄພ ແລະ ປາສະຈາກ ສານທີ່ເປັນອັນຕະລາຍ ຫຼື ບໍ່ ເຊິ່ງຕ້ອງໄດ້ຜ່ານການຮັບຮອງຄຸນນະພາບ ຈາກກະຊວງສາທາລະນະສຸກ.