ໜຸ່ມນັກແລ່ນມາຣາທອນຊາວອາເມຣິກາ ແລ່ນໂຫດແຂ່ງ 3 ລາຍການໃນ 3 ວັນຊ້ອນ

734

ຈໍແດນ ທຣອບ ນັກແລ່ນມາຣາທອນ ສະຫະລັດອາເມຣິກາ ສ້າງຄວາມຮືຮາໄປທົ່ວໂລກ ຫຼັງຈາກທີ່ລົງແຂ່ງຂັນ 3 ລາຍການ ໃນ 3 ວັນຊ້ອນ ແລະ ກໍສາມາດຮັກສາເວລາໃນການແຂ່ງຂັນແຕ່ລະລາຍການຢູ່ໃນລະດັບພຽງ 2 ຊົ່ວໂມງກວ່າເທົ່ານັ້ນ ທັງທີ່ໄລຍະທາງຂອງມາຣາທອນແມ່ນ 42 ກິໂລແມັດຂຶ້ນໄປ ຕາມການລາຍງານຂອງສື່ຕ່າງປະເທດ ດັ່ງນີ້:

ລາຍການທໍາອິດແຂ່ງຂັນໃນວັນເສົາທີ 9 ຕຸລາ 2021 ໃນລາຍການ ບັລຕິມໍ ຣັນນິງ ເຟສຕິວໍ ໂດຍ ທຣອບ ເຂົ້າເສັ້ນໄຊເປັນອັນດັບ 2 ດ້ວຍເວລາ 3 ຊົ່ວໂມງ 27 ນາທີ 23 ວິນາທີ.

ຈາກນັ້ນວັນທີ 10 ຕຸລາ 2021 ເຂົ້າຮ່ວມແຂ່ງຂັນລາຍການ ແບັງ ອ໊ອຟ ອະເມຣິກາ ຊິກາໂກ ມາຣາທອນ ໂດຍເຂົ້າເສັ້ນໄຊອັນດັບທີ 63 ຮຸ່ນໂອເວີອອລ ດ້ວຍເວລາ 2 ຊົ່ວໂມງ 31 ນາທີ 54 ວິນາທີ.

ມື້ຕໍ່ມາກໍຄືວັນທີ 11 ຕຸລາ 2021 ລາວເຂົ້າແຂ່ງຂັນລາຍການລະດັບໂລກລາຍການ ບອສຕັນ ມາຣາທອນ ເຂົ້າເສັ້ນໄຊອັນດັບທີ 110 ດ້ວຍເວລາ 2 ຊົ່ວໂມງ 32 ນາທີ 13 ວິນາທີ