ວາຣານ ເຈັບຂາອົດຊ່ວຍ ແມນເຊັສເຕີ ຢູໄນເຕັດ 2-3 ອາທິດ

527

ແມນເຊັສເຕີ ຢູໄນເຕັດ ທີມຍັກໃຫຍ່ໃນພຣີເມຍລີກ ອັງກິດ ຢືນຢັນວ່າ: ຣາຟາເອລ ວາຣານ ກອງຫຼັງທີມຊາດຝຣັ່ງ ໝົດສິດລົງສະໜາມເຖິງ 2-3 ອາທິດ ຫຼັງໄດ້ຮັບບາດເຈັບກ້າມຊີ້ນບໍລິເວນຂາ ຕອນທີ່ໄປຊ່ວຍລາຍການແຂ່ງຂັນກັບທີມຊາດ.

ວາຣານ ອາຍຸ 28 ປີເດີນທາງກັບມາເມືອງແມນເຊັສເຕີ ປະເທດອງກິດ ເມື່ອວັນຈັນທີ 11 ຕຸລາ ແລະ ເຂົ້າຮັບການກວດໃນວັນທີ 12 ຕຸຸລາ 2021 ຈົນຫຼ້າສຸດມີການຢືນຢັນຢ່າງເປັນທາງການວ່າ ຈະຕ້ອງພັກຮັກສາຕົວໄລຍະປະມານ 2-3 ອາທິດ ຕາມການຢືນຢັນຂອງສະໂມສອນ.

ຖືເປັນຂ່າວຮ້າຍຊໍ້າສອງຂອງ ໂອເລ ກຸນນາ ໂຊລຊາ ຜູ້ຈັດການທີມຊາວນອກແວ ເພາະກ່ອນໜ້ານີ້ແມ່ນຂາດ ແຮຣີ ແມັກໄກວ ກອງຫຼັງຫົວໜ້າທີມໄປແລ້ວ ເພາະໄດ້ຮັບບາດເຈັບ. ຢ່າງໃດກໍຕາມ ແມັກໄຫວ ກັບມາຊ້ອມເບົາໆໄດ້ແລ້ວ ລຸ້ນເບິ່ງວ່າຈະກັບມາລົງສະໜາມໃນວັນທີ 16 ຕຸລາ 2021 ພົບກັບ ເລສເຕີ ຊິຕີ້ ທັນ ຫຼື ບໍ?.