ສປປ ລາວ ກຽມສະເຫຼີມສະຫຼອງວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ

516

ສຳລັບບັນຫາຄວາມທຸກຍາກ ໃນປັດຈຸບັນແມ່ນເກີດຂຶ້ນຈາກຫຼາຍປັດໄຈ ທີ່ພາໃຫ້ປະຊາກອນ ພົບກັບຄວາມຫຍຸ້ງຍາກ ເຊິ່ງໃນນັ້ນກໍ່ປະກອບດ້ວຍສະພາບການປ່ຽນແປງທາງດ້ານດິນຟ້າອາກາດຂອງໂລກ ພາໃຫ້ເກີດໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ເສິກສົງຄາມ, ການລະບາດພະຍາດ ໂຄວິດ-19ທີ່ກໍາລັງຄຸກຄາມ ດັ່ງນັ້ນ, ກໍ່ເພື່ອໃຫ້ສັງຄົມໄດ້ເຂົ້າໃຈ ແລະ ກຽມຮັບມືໄດ້ຖືກທິດ ແລະທັນການ.

ໃນວັນທີ 13 ຕຸລາ ນີ້ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ຖະແຫຼງຕໍ່ສື່ມວນຊົນໃຫ້ຮູ້ວ່າ: ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຈະໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ຕຸລາ 2021 ທີ່ກະຊວງກະສິກໍາ ແລະ ປ່າໄມ້ ໂດຍການນໍາໃຊ້ລະບົບອອນລາຍ.

ທ່ານ ເພັດ ພົມພິພັກ ກ່າວວ່າ: ການສະເຫຼີມສະຫຼອງ 2 ວັນດັ່ງກ່າວ, ຈະມີຄວາມໝາຍຄວາມສຳຄັນທີ່ສຸດ ໂດຍແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊາດໃນທົ່ວໂລກ ໄດ້ເຂົ້າໃຈເຖິງບັນຫາສິ່ງທ້າທາຍຕ່າງໆ ຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ຍັງເປັນການແຈ້ງເຕືອນ ປຸກລະດົມກໍາລັງແຮງທົ່ວສັງຄົມລາວ ແລະ ປະຊາຄົມໂລກ ເພື່ອເຝົ້າລະວັງ, ປ້ອງກັນຜົນເສຍຫາຍ ທີ່ອາດເກີດຂຶ້ນ ແລະ ຮ່ວມກັນແກ້ໄຂຜົນຮ້າຍຂອງໄພພິບັດ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.ການສະເຫຼີມສະຫຼອງ 2 ວັນດັ່ງກ່າວໃນປີນີ້, ຍິ່ງເປັນປີທີ່ມີຄວາມໝາຍສໍາຄັນ ເນື່ອງຈາກເປັນໄລຍະຂອງການລິເລີ່ມ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ສືບຕໍ່ປະຕິບັດຍຸດທະສາດຂອງການພັດທະນາ ຮອດປີ 2025 ແລະ ວິໄສທັດ 2030 ແລະ ທັງເປັນໄລຍະຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ. ພິເສດໄລຍະນີ້, ປະຊາຊົນລາວບັນດາເຜົ່າ ພວມສຸມໃສ່ການຜະລິດສະບຽງອາຫານ ທີ່ມີໂພຊະນາການດີ ແລະ ມີຄວາມປອດໄພຢ່າງເປັນຂະບວນຟົດຟື້ນ ເພື່ອຮັບໃຊ້ໃຫ້ສັງຄົມຢ່າງພຽງພໍ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ຈະໄດ້ຈັດງານສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 41 ປີ ພາຍໃຕ້ຄໍາຂວັນວ່າ: “ການກະທຳຂອງພວກເຮົາຄືອະນາຄົດຂອງພວກເຮົາ. ການຜະລິດທີ່ດີກວ່າ, ໂພຊະນາການທີ່ດີກວ່າ, ສະພາບແວດລ້ອມທີ່ດີກວ່າ ແລະ ຊີວິດທີ່ດີກວ່າເກົ່າ”, ສະເຫຼີມສະຫຼອງວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 29 ປີ ພາຍໃຕ້ຄໍາຂວັນວ່າ: “ສ້າງອະນາຄົດຮ່ວມກັນ: ຢຸດຕິຄວາມທຸກຍາກທີ່ຊຳເຮື້ອ ດ້ວຍການເຄົາລົບທຸກຄົນ ແລະ ຜືນແຜ່ນດິນຂອງພວກເຮົາ”, ຊຶ່ງພິທີໂຮມຊຸມນຸມໃນຄັ້ງນີ້ ຈະມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ອົງການທຽບເທົ່າແຕ່ສູນກາງຮອດທ້ອງຖິ່ນ, ທູດ ແລະ ຕາງໜ້າອົງການຈັດຕັ້ງສາກົນ ຢູ່ ສປປ ລາວ. ພິທີສະເຫຼີມສະຫຼອງ ຈະໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ຕຸລາ 2021 ທີ່ກະຊວງກະສິກໍາ ແລະ ປ່າໄມ້ ໂດຍການນໍາໃຊ້ລະບົບອອນລາຍ.