ລົດໄຟ ” ຂະບວນລ້ານຊ້າງ “ ຈະມາຮອດລາວມື້ອື່ນນີ້

552

ດັ່ງທີ່ ທີມຂ່າວເສດຖະກິດການຄ້າຂອງພວກເຮົາ ຫາກໍ່ນໍາສະເໜີຂ່າວກ່ຽວກັບຊື່ຂະບວນລົດໄຟໂດຍສານສາຍດ່ວນ (ຂະບວນທຳອິດ) ຂອງລາວ ໄປວ່າງ 2-3 ວັນຜ່ານມາ ເຊິ່ງແມ່ນຂະບວນລົດໄຟປະຖົມມະລຶກ ທີ່ຈະແລ່ນຈາກ ສປ ຈີນມາຍັງ ສປປ ລາວເຮົາໃນວັນທີ 15 ຕຸລາ 2021 ນີ້.

ຊະບວນລົດໄຟຄັ້ງປະຫວັດສາດຈະເຄື່ອນມາສູ່ປະເທດເຮົາຈາກ ສປ ຈີນຜ່ານແຂວງຫຼວງນ້ຳທາມາສູ່ນະຄອນຫຼວງວຽງຈັນ ເຮົາມານັບຖອຍຫຼັງພ້ອມໆກັນຍັງເວລາອີກບໍ່ພຽງເທົ່າໃດຊົ່ວໂມງເທົ່ານັ້ນ ທຸກຄົນກໍ່ຈະໄດ້ເຫັນໂສມໜ້າຂອງຂະບວນລົດໄຟລ້ານຊ້າງແລ້ວ ແຕ່ກ່ອນທີ່ທຸກຄົນຈະໄດ້ເຫັນຮູບໂສມຂອງລົດໄຟນັ້ນ ພວກເຮົາມາຮູ້ຈັກຂໍ້ມູນເລິກເຊິ່ງຂອງລົດໄຟຂະບວນນີ້ນໍາກັນກ່ອນ.

ຂໍ້ມູນຈາກ ບໍລິສັດທາງລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ຂະບວນລົດ ໄຟ EMU ມີທັງໝົດ 7 ຕູ້ 2 ຊັ້ນ 720 ບອ່ນນັ່ງ, ໂດຍບ່ອນນັ່ງຊັ້ນ 1 ລວມມີ 56 ບ່ອນນັ່ງ, ບ່ອນນັ່ງຊັ້ນ 2 ມີ 662 ບ່ອນນັ່ງ ແລະ ບ່ອນນັ່ງພິເສດສຳລັບຄົນພິການ 2 ບ່ອນນັ່ງ.

ດ້ານການອອກແບບຄະນະຊ່ຽວຊານອອກແບບໄດ້ນຳໃຊ້ສັນຍາລັກຂອງທຸງຊາດລາວເຮົາເປັນແຮງບັນດານໃຈໃນການອອກແບບ, ໂດຍທຸງຊາດລາວປະກອບມີ 3 ສີ ຄື: ສີແດງ, ສິຟ້າ ແລະ ສີຂາວ. ທັ້ງນີ້, ສີແດງນັ້ນໝາຍເຖິງເລືອດເນື້ອຂອງນັກຮົບປະຕິວັດລາວ, ສ່ວນສີຟ້າຫມາຍເຖິງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ແລະ ສີຂາວຫມາຍເຖິງຄວາມສາມັກຄີຂອງຄົນລາວພາຍໃຕ້ການນຳພາຂອງພັກປະຊາຊົນປະຕິດລາວຄືດັ່ງດວງເດືອນ.

ລົດໄຟລາວຂະບວນທຳອິດທີ່ຈະເຄື່ອນມາສູ່ປະເທດເຮົາໃນວັນທີ 15 ຕຸລານີ້ ທີມຂ່າວພວກເຮົາຈະພະຍາຍາມນຳເອົາບັນຍາກາດມາຝາກທ່ານຜູ້ຊົມເທົ່າທີ່ຈະເຮັດໄດ້ ຢ່າລືມຕິດຕາມຊ່ອງຂ່າວເສດຖະກິດ-ການຄ້າມື້ອື່ນນີ້ ພ້ອມໆກັນ.