ຜູ້ຕິດເຊື້ອໂຄວິດ ຫຼວງພະບາງຍອດສູງສຸດມື້ນີ້ 215 ຄົນ, ເສຍຊີວິດຄົນທໍາອິດໃນແຂວງ 1 ກໍລະນີ ຈາກຍອດຕິດເຊື້ອທັງໝົດ 651 ຄົນ

436

ຍອດຜູ້ຕິດເຊື້ອມື້ນີ້ 14 ຕຸລາ 2021 ສູງອີກແລ້ວພົບຜູ້ຕິດເຊື້ອທັງໝົດ 651 ຄົນ, 3 ແຂວງຕົ້ນໆຍອດສູງກວ່າໝູ່ ຫຼວງພະບາງ 215 ຄົນ, ນະຄອນຫຼວງ 185, ຄໍາມ່ວນ 148 ຄົນ

ທ່ານ ນາງ ດຣ. ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນທີ 14 ຕຸລາ 2021 ວ່າ ຜົນກວດມື້ວານ 13 ຕຸລາ 2021 ຈາກຜົນກວດວິເຄາະທັງໝົດ 6855 ຕົວຢ່າງ, ພົບຜູ້ຕິດເຊື້ອໃໝ່ສູງເຖິງ 651 ຄົນ, ເສຍຊີວິດເພິ່ມ 1 ຄົນ(ແຂວງຫຼວງພະບາງ ເປັນກໍລະນີທໍາອິດ), ນໍາເຂົ້າ 7 ຄົນ ຈາກແຂວງສະຫວັນນະເຂດ 5 ຄົນ, ສາລະວັນ 2 ຄົນ

ຕິດເຊື້ອພາຍໃນ 644 ຄົນ ຫຼວງພະລາງ 215 ຄົນ, ນະຄອນຫຼວງວຽງຈັນ 185 ຄົນ, ຄໍາມ່ວນ 148 ຄົນ, ສະຫວັັນນະເຂດ 35 ຄົນ, ບໍ່ແກ້ວ 25 ຄົນ, ແຂວງວຽງຈັນ 22 ຄົນ, ຈໍາປາສັກ 11 ຄົນ, ຫຼວງນໍ້າທາ 2 ແລະ ບໍລິຄໍາໄຊ 1 ຄົນ