ສະພາຄອງເກຣສ ເຫັນດີເພີ່ມເພດານໜີ້ຂອງສະຫະລັດແລ້ວ

255

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 13 ຕຸ​ລາ 2021 ວ່າ ສະ​ພາ​ຄອງ​ເກ​ຣ​ສ ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ເພີ່ມ​ເພ​ດານ​ໜີ້​ຂອງ​ລັດ​ຖະ​ບານ​ເປັນ​ການ​ຊົ່ວ​ຄາວ ດ້ວຍ​ຄະ​ແນນ 219 ຕໍ່ 206 ຄະ​ແນນ ເຊິ່ງ​ຈະ​ເຮັດ​ໃຫ້​ສະ​ຫະ​ລັດ​ບໍ່​ຜິດ​ນັດ​ຊຳ​ລະ​ໜີ້​ໃນ​ເດືອນ​ນີ້.

ທັງ​ນີ້ ສະ​ພາ​ຄອງ​ເກ​ຣ​ສ​ໄດ້​ມີ​ມະ​ຕິ​ເພີ່ມ​ເພ​ດານ​ໜີ້​ຂຶ້ນ​ອີກ 480 ຕື້​ໂດ​ລາ​ສະ​ຫະ​ລັດ ​ເຮັດ​ໃຫ້​​ສະ​ຫະ​ລັດ​​ສາ​ມາດ​ມີ​ໜີ້ເພີ່ມ​ຂຶ້ນສູ່​ລະ​ດັບ 28,9 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ​ຈົນ​ເຖິງວັນ​ທີ 3 ທັນ​ວາ​ຈະ​ເຖິງ​ນີ້ ຈາກ​ປັດ​ຈຸ​ບັນ​ຢູ່​ທີ່​ລະ​ດັບ 28,4 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ. ໂດຍ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ເພື່ອ​ລົງ​ນາ​ມ​ປະ​ກາດ​ໃຊ້​ຢ່າງ​ເປັນ​ທາງ​ການ ກ່ອນ​ວັນ​ທີ 18 ຕຸ​ລາ 2021.

ກ່ອນ​ໜ້າ​ນີ້ ທ່ານ ນາງ ເຈ​ເນັດ ເຢ​ລ​ເລັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ​ອອກ​ມາ​ເຕືອນ​ວ່າ ຫາກ​ສະ​ພາ​ຄອງ​ເກ​ຣ​ສ​ບໍ່​ເພີ່ມ​ເພ​ດານ​ໜີ້ ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ ແລະ ເຮັດ​ໃຫ້​ສະ​ຫະ​ລັດ​ຜິດ​ນັດ​ຊຳ​ລະ​ໜີ້​ເປັນ​ຄັ້ງ​ປະ​ຫວັດ​ສາດ ເຊິ່ງ​ຈະ​ສົ່ງ​ຜົນ​ໃຫ້​ບາງ​ປະ​ເທດ​ອາດຫຼຸດ​ການ​ຖື​ຄອງ​ພັນ​ທະ​ບັດ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ ແລະ ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ຖື​ຄອງ​ສະ​ກຸນ​ເງິນ​ໂດ​ລາ​ສະ​ຫະ​ລັດຫຼຸດ​ລົງ​ນຳ​ອີກ.

ທັງ​ນີ້ ເພ​ດານ​ໜີ້​ຄື​ຈຳ​ນວນ​ເງິນ​ທັງ​ໝົດ​ທີ່​ລັດ​ຖະ​ບານ​ສະ​ຫະ​ລັດ​ສາ​ມາດ​ກູ້​ຢືມ ເພື່ອ​ເຮັດ​ໃຫ້​ລັດຖະ​ບານ​ສາ​ມາດ​ຊຳ​ລະ​ໜີ້​ໄດ້​ຕາມ​ກົດ​ໝາຍ ລວມ​ທັງ​ການ​ໃຊ້​ຈ່າຍ​ອື່ນໆ​ຂອງ​ລັດ​ຖະ​ບານ.