ຮູ້ ແລ້ວ ບໍ່? ຫົວໃຈ ສະໝອງ ປອດ ສາມອະໄວຍະວະທີ່ເປັນພະຍາດຕໍ່ກັນໄດ້

134

ພະຍາດຫົວໃຈ ພະຍາດຫຼອດເລືອດສະໝອງ ແລະ ພະຍາດໃນລະບົບທາງເດີນຫາຍໃຈ ຫຼື ພະຍາດປອດ ມີຄວາມກ່ຽວຂ້ອງສຳພັນກັນມາໂດຍຕະຫຼອດ ອາດເຮັດໃຫ້ພົບພະຍາດໃນລະບົບເຫຼົ່ານີ້ໄດ້ຫຼາຍກວ່າໜຶ່ງລະບົບ ຫຼື ການມີພະຍາດເເກົ່າຢູ່ໃນລະບົບໜຶ່ງ ອາດເກີດພະຍາດຕາມມາໃນລະບົບອື່ນໆ ໄດ້.

ສະມາຄົມພະຍາດຫົວໃຈແຫ່ງສະຫະລັດອາເມລິກາ (American Heart Association: AHA) ລະບຸວ່າ ໃນປີ 2018 ຫາກມີຄົນເຈັບເປັນພະຍາດຫົວໃຈ 100 ຄົນ ຈະພົບຄົນທີ່ມີຄວາມສ່ຽງເປັນສະໂຕຣກໄດ້ເຖິງ 17 ຄົນ.

ການເບິ່ງແຍງຕົນເອງດ້ວຍການຄວບຄຸມປັດໄຈສ່ຽງທີ່ສາມາດຄວບຄຸມໄດ້ ແລະ ຄົ້ນຫາເຊີງລຸກທີ່ເກີດຂຶ້ນໃນໄລຍະທຳອິດ ໂດຍການພົບແພດຜູ້ຊ່ຽວຊານເພື່ອກວດຄັດກອງຈະຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດ ແລະ ພາວະແຊກຊ້ອນໃນລະບົບອື່ນໆ ທີ່ມີຄວາມສຳພັນກັນໄດ້.

["]

ຫົວໃຈ ສະໝອງ ແລະ ປອດ: 3 ອະໄວຍະວະທີ່ເຮັດວຽກສຳພັນກັນ

ພະຍາດຫົວໃຈ ພະຍາດຫຼອດເລືອດສະໝອງ ແລະ ພະຍາດໃນລະບົບທາງເດີນຫາຍໃຈ ຫຼື ພະ ຍາດປອດນັ້ນ ມີຄວາມກ່ຽວຂ້ອງສຳພັນກັນມາໂດຍຕະຫຼອດ ຈາກການລາຍງານຂອງອົງການອະນາໄມໂລກ (WHO) ໃນປີ 2019 ພົບວ່າ ສາເຫດການເສຍຊີວິດ 3 ອັນດັບທຳອິດ ໄດ້ແກ່: ພະຍາດຫົວໃຈຂາດເລືອດ, ພະຍາດຫຼອດເລືອດສະໝອງ ແລະ ພະຍາດທາງເດີນຫາຍໃຈອຸດຕັນຊ້ຳເຮື້ອ ຕາມລຳດັບ ໂດຍມີຄວາມສຳພັນຕໍ່ກັນດັ່ງນີ້.

ພະຍາດຫົວໃຈກັບພະຍາດຫຼອດເລືອດສະໝອງ

ໂດຍພະຍາດທັງສອງນີ້ອາດເກີດຂຶ້ນໄດ້ໃນເວລາໄລ່ເລ່ຍກັນ ເນື່ອງຈາກປັດໄຈສ່ຽງຂອງການເກີດພະຍາດທັງສອງລະບົບມີຄວາມຄ້າຍຄືກັນຫຼາຍ ປັດໄຈສ່ຽງດັ່ງກ່າວໄດ້ແກ່: ພະຍາດຄວາມດັນເລືອດສູງ, ພະຍາດເບົາຫວານ, ພາວະໄຂມັນໃນເລືອດສູງ, ການສູບຢາ, ພະຍາດຕຸ້ຍ ການບໍ່ອອກກຳລັງກາຍ ການດື່ມແອວກໍຮໍເປັນປະຈຳ ໂດຍປັດໄຈດັ່ງກ່າວກະຕຸ້ນ ຫຼື ເອື້ອຕໍ່ການເກີດຄາບໄຂມັນທີ່ໄປເກາະດ້ານໃນຜະໜັງຫຼອດເລືອດຫົວໃຈ, ຫຼອດເລືອດຢູ່ຄໍ, ຫຼອດເລືອດໃນສະໝອງ ເມື່ອຄາບໄຂມັນສະສົມຫຼາຍຂຶ້ນ ເຮັດໃຫ້ເກີດການອຸດຕັນຂອງຫຼອດເລືອດຫົວໃຈ ຫຼື ຫຼອດເລືອດສະໝອງກະທັນຫັນ ເກີດພາວະຫົວໃຈຂາດເລືອດກະທັນຫັນໄດ້ ຫຼື ໃນສ່ວນຂອງການສະສົມຂອງຄາບໄຂມັນຢູ່ຫຼອດເລືອດສ່ວນຕົ້ນຄໍ ຖ້າມີການຫຼຸດລອກຂອງຄາບໄຂມັນໄປຍັງຫຼອດເລືອດສະໝອງກໍເຮັດໃຫ້ເກີດສະໝອງຂາດເລືອດໄດ້ເຊັ່ນກັນ ອີກທັງປັດໄຈສ່ຽງດັ່ງກ່າວ ເຮັດໃຫ້ເກີດພາວະຫຼອດເລືອດບອບບາງບໍ່ແຂງແຮງ ເກີດພາວະຫຼອດເລືອດໂປ່ງໃນສະໝອງ ຫຼື ໃນຊ່ອງທ້ອງ ສົ່ງຜົນໃຫ້ເກີດພາວະຫຼອດເລືອດແຕກ ຫຼື ຈີກຂາດ ນຳໄປສູ່ພາວະເລືອດອອກໃນສະໝອງ ຫຼື ຊ່ອງທ້ອງ ເຊິ່ງເຮັດໃຫ້ເກີດຄວາມສ່ຽງສູງຕໍ່່ການເສຍຊີວິດ.

ໃນຂະນະດຽວກັນ ການເກີດຫົວໃຈຂາດເລືອດກະທັນຫັນ/ຫົວໃຈເຕັ້ນຜິດຈັງຫວະ ເຮັດໃຫ້ເລືອດໝູນວົນຕົກຄ້າງຢູ່ໃນຫົວໃຈຫ້ອງເທິງ ເກີດເກັດເລືອດໃນຫ້ອງຫົວໃຈ ແລະ ເກີດການຫຼຸດລອຍໄປອັດຕັນຫຼອດເລືອດໃນສະໝອງໄດ້ ໂດຍພາວະຫົວໃຈເຕັ້ນຜິດຈັງຫວະເປັນຄວາມສ່ຽງຂອງການເກີດພະຍາດຫຼອດເລືອດສະໝອງທີ່ສູງສຸດ ແລະ ອາດສູງຫຼາຍກວ່າ 5 ເທົ່າ ຫາກຜູ້ປ່ວຍມີພະຍາດອື່ນໆ ຮ່ວມນຳ. ທັງນີ້ ຍັງມີລາຍງານພົບວ່າ ພະຍາດຫຼອດເລືອດຫົວໃຈ ຫຼື ຫົວໃຈຂາດເລືອດນັ້ນ ເປັນສາເຫດຂອງການເສຍຊີວິດເປັນອັນດັບ 2 ຮອງຈາກພະຍາດມະເຮັງ ແລະ ໃນລາຍງານຂອງສະມາຄົມພະຍາດຫົວໃຈແຫ່ງສະ ຫະລັດອາເມລິກາ (American Heart Association: AHA) ລະບຸວ່າ ໃນປີ 2018 ມີລາຍງານວ່າ ຫາກມີຄົນເຈັບເປັນພະຍາດຫົວໃຈ 100 ຄົນ ຈະພົບຄົນທີ່ມີຄວາມສ່ຽງເປັນສະໂຕຣກ ໄດ້ເຖິງ 17 ຄົນ ຈິ່ງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງຄວບຄຸມສະພາວະຕ່າງໆ ຢ່າງເໝາະສົມໃຫ້ຢູ່ໃນລະດັບທີ່ປົກກະຕິ ແລະ ຄວນເຝົ້າລະວັງພະຍາດນີ້ແຕ່ເນີ່ນໆ.

ພະຍາດປອດກັບພະຍາດຫົວໃຈ

ການສູບຢາເປັນສາເຫດຫຼັກຂອງການເກີດພະຍາດປອດ ທີ່ພົບປະຈຳ ໄດ້ແກ່ ພະຍາດມະເຮັງປອດ ແລະ ພະຍາດປອດອຸດຕັນຊ້ຳເຮື້ອ (Chronic Obstructive Pulmonary Disease-COPD) ເຊັ່ນ: ຖົງລົມໂປ່ງຟອງ (Emphysema) ເຊິ່ງມີສ່ວນເຮັດໃຫ້ຫົວໃຈຕ້ອງເຮັດວຽກໜັກຫຼາຍຂຶ້ນ ເນື່ອງຈາກ ແຮງຕ້ານໃນປອດສູງກວ່າປົກກະຕິຄວາມດັນຂອງຫຼອດເລືອດທີ່ໄຫຼກັບເຂົ້າຫົວໃຈເພີ່ມຂຶ້ນ ມີສ່ວນເຮັດໃຫ້ຫົວໃຈຕ້ອງເຮັດວຽກໜັກຂຶ້ນ ຈຶ່ງເພີ່ມຄວາມສ່ຽງທີ່ຈະເຮັດໃຫ້ເກີດພະຍາດຫົວໃຈເຕັ້ນຜິດຈັງຫວະຫຼາຍຂຶ້ນໄດ້ ອີກທັງພະຍາດຖົງລົມໂປ່ງຟອງຍັງສາມາດເພີ່ມຄວາມດັນເລືອດຂອງຫຼອດເລືອດປອດ ເຊິ່ງສາມາດເຮັດໃຫ້ເກີດພາວະຫົວໃຈຫ້ອງຂວາຫຼົ້ມເຫຼວໄດ້ ພາວະນີ້ເປັນພາວະທີ່ອັນຕະລາຍເຮັດໃຫ້ຜູ້ປ່ວຍເມື່ອຍຫຼາຍ ແລະ ເສຍຊີວິດໄປໃນທີ່ສຸດ ທັງນີ້ ຍັງມີລາຍງານພົບວ່າ ໃນຄົນທີ່ເປັນພະຍາດ COPD 100 ຄົນ ຈະມີຄົນທີ່ເສຍຊີວິດຈາກພະຍາດຫົວໃຈຫຼາຍເຖິງ 25-33 ຄົນ ເຊິ່ງຖືວ່າເປັນຈຳນວນທີ່ຫຼາຍ ນອກຈາກນັ້ນແລ້ວ ຜູ້ທີ່ເປັນເກັດເລືອດອຸດຕັນໃນປອດ ຫາກເກີດໃນພາວະກະທັນຫັນ ສາມາດເຮັດໃຫ້ຫົວໃຈຢຸດເຕັ້ນ ຫຼື ເຮັດໃຫ້ຫົວໃຈດ້ານຂວາຫຼົ້ມເຫຼວກະທັນຫັນໄດ້ ຫຼື ໃນກໍລະນີຊ້ຳເຮື້ອ ກໍສາມາດເຮັດໃຫ້ເກີດພາວະຄວາມດັນເລືອດໃນປອດສູງໄດ້.

ໃນທາງກັບກັນ ພະຍາດຫົວໃຈຊະນິດຕ່າງໆ ກໍສົ່ງຜົນຕໍ່ປອດນຳເຊັ່ນກັນ: ພະຍາດກ້າມຊີ້ນຫົວໃຈຂາດເລືອດຈາກຫຼອດເລືອດຫົວໃຈຕີບ, ລີ້ນຫົວໃຈຕີບ ຫຼື ຮົ່ວຫຼາຍ ຈົນບີບເລືອດອອກຈາກຫົວໃຈບໍ່ໄດ້ດີ ພະຍາດຫົວໃຈເຫຼົ່ານີ້ເຮັດໃຫ້ຫົວໃຈເຮັດວຽກໄດ້ບໍ່ປົກກະຕິ ເຊິ່ງອາດສົ່ງຜົນໃຫ້ເລືອດຄ້າງຢູ່ຫົວໃຈ ແລະ ລົ້ນກັບໄປຢູ່ປອດ ໄປຢູ່ໃນຖົງລົມຂອງປອດ ສົ່ງຜົນໃຫ້ເກີດນ້ຳຖ້ວມປອດໄດ້ໃນທີ່ສຸດ ປອດບໍ່ສາມາດແລກປ່ຽນອອກຊິເຈນໄດ້ ຜູ້ປ່ວຍຈະມີອາການຫາຍໃຈຫອບເມື່ອຍຈົນນອນບໍ່ໄດ້ ຫຼື ຕ້ອງຕື່ນຂຶ້ນມາຫາຍໃຈຫຼັງຈາກຫຼັບໄປແລ້ວ ເຊິ່ງພາວະນີ້ເປັນອັນຕະລາຍເຖິງຊີວິດໄດ້ ຖ້າຮັກສາບໍ່ຖືກຕ້ອງ ແລະ ທ່ວງທັນ ທັງນີ້ ຖ້າຫາກພົບພະຍາດປອດເຫຼົ່ານີ້ກັບພະຍາດຫົວໃຈຮ່ວມກັນຈະສົ່ງຜົນໃຫ້ຜູ້ປ່ວຍມີອັດຕາການຕາຍຫຼາຍຂຶ້ນໄດ້.

ພະຍາດປອດກັບພະຍາດຫຼອດເລືອດສະໝອງ

ທັງສອງພະຍາດນີ້ມີຄວາມສ່ຽງຂອງການເກີດພະຍາດຮ່ວມກັນ ຄືການສູບຢາ ຈຶ່ງມີໂອກາດທີ່ຈະພົບພະຍາດຂອງທັງສອງລະບົບເຊັ່ນດຽວກັນໃນຄົນກຸ່ມນີ້.

ໃນສ່ວນຂອງພະຍາດປອດກໍເປັນສາເຫດໜຶ່ງທີ່ເກີດພະຍາດຫຼອດເລືອດສະໝອງໄດ້ ເຊັ່ນ: ການເກີດພະຍາດເກັດເລືອດອັດຕັນໃນປອດ (Pulmonary Embolism) ຮ່ວມກັບພາວະຜະໜັງກັ້ນຫົວໃຈຮົ່ວ ອາດມີການຫຼຸດຂອງເກັດເລືອດໃນປອດ ຜ່ານທາງຫຼອດເລືອດດຳຈາກປອດໄປຍັງສະໝອງ ເຮັດໃຫ້ເກີດອາການຫຼອດເລືອດສະໝອງອັດຕັນໄດ້ ຫຼື ເກັດເລືອດນັ້ນອາດເກີດຈາກພາວະເລືອດໜຽວ ເຮັດໃຫ້ເກີດເກັດເລືອດໃນຫຼອດເລືອດຫຼາຍຕຳແໜ່ງຂອງຮ່າງກາຍ ຕຳແໜ່ງທີ່ພົບໄດ້ປະຈຳ ຄື ຫຼອດເລືອດປອດ, ຫຼອດເລືອດຢູ່ຂາ ແລະ ຫຼອດເລືອດສະໝອງ ອີກທັງພະຍາດມະເຮັງຫຼາຍຊະນິດ ລວມເຖິງມະເຮັງປອດກໍເປັນປັດໄຈສ່ຽງຂອງການເກີດເກັດເລືອດນຳ.

ໃນທາງກົງກັນຂ້າມຜູ້ປ່ວຍທີ່ເກີດພະຍາດຫຼອດເລືອດສະໝອງ ແລະ ມີຄວາມພິການ ເຮັດໃຫ້ມີການເຄື່ອນໄຫວຮ່າງກາຍໄດ້ໜ້ອຍລົງ ກໍອາດເກີດເກັດເລືອດໃນຫຼອດເລືອດຢູ່ຂາ ແລະ ຫາກມີການຫຼຸດຂອງເກັດເລືອດຈາກຂາໄປສູ່ປອດ ກໍສົ່ງຜົນໃຫ້ເກີດພາວະຫຼອດເລືອດດຳອັດຕັນຢູ່ປອດຕາມມາໄດ້.

ຈະຮູ້ໄດ້ແນວໃດວ່າມີຄວາມສ່ຽງຕໍ່ພະຍາດເຫຼົ່ານີ້?

ຫາກມີຄວາມສ່ຽງດັ່ງກ່າວຂ້າງຕົ້ນ ໄດ້ແກ່: ມີຄວາມດັນເລືອດສູງ, ມີໄຂມັນໃນເລືອດສູງ, ເປັນພະຍາດເບົາຫວານ, ມີນ້ຳໜັກຕົວເກີນເກນມາດຕະຖານ, ສູບຢາ ແລະ ດື່ມເຄື່ອງດື່ມແອວກໍຮໍເປັນປະຈຳ, ມີພາວະຄຽດຢູ່ຕະຫຼອດ ລວມເຖິງມີອາຍຸຫຼາຍກວ່າ 50 ປີ ແລະ ມີປະຫວັດຄົນໃນຄອບຄົວໂດຍສະເພາະພີ່ນ້ອງສາຍກົງປ່ວຍເປັນພະຍາດດັ່ງກ່າວ ກໍອາດມີຄວາມສ່ຽງທີ່ຈະເປັນພະຍາດຫົວໃຈ ພະຍາດຫຼອດເລືອດສະໝອງ ແລະ ພະຍາດປອດໄດ້ ໃນບາງເທື່ອເຮົາອາດພົບພະຍາດເຫຼົ່ານີ້ໄດ້ໃນຄົນເຈັບທີ່ອາຍຸນ້ອຍ ໂດຍສະເພາະໃນຜູ້ທີ່ມີປັດໄຈສ່ຽງຮ່ວມກັນຫຼາຍຂໍ້ ເຖິງແມ່ນວ່າຜູ້ປ່ວຍກໍລະນີນັ້ນຈະອອກກຳລັງກາຍຢ່າງໜັກ ກໍຍັງສາມາດພົບພະຍາດເຫຼົ່ານີ້ໄດ້.

ດັ່ງນັ້ນ ຈະເຫັນໄດ້ວ່າທັງ 3 ລະບົບ ຫຼື ອະໄວຍະວະນີ້ ມີຄວາມສ່ຽງກ່ຽວຂ້ອງສຳພັນກັນຢ່າງຕໍ່ເນື່ອງ ຫາກມີຄວາມສ່ຽງຂອງພະຍາດໃດພະຍາດໜຶ່ງແລ້ວ ກໍອາດເພີ່ມຄວາມສ່ຽງຂອງການເກີດພະຍາດຂອງອີກ 2 ລະບົບທີ່ເຫຼືອໄດ້ເຊັ່ນກັນ ທັງນີ້ ສາມາດຮັບການກວດຄັດກອງພະຍາດກ່ອນມີອາການປ່ວຍໄດ້ຕັ້ງແຕ່ເນີນໆ ໄດ້ເຊັ່ນ:

– ການກວດ CT calcium scoring ຫຼື ການກວດຄາບຫີນປູນໃນຫຼອດເລືອດຫົວໃຈດ້ວຍເຄື່ອງເອັກສະເລຄອມພິວເຕີ ເພື່ອຄັດກອງພະຍາດທາງລະບົບຫົວໃຈ ແລະ ຫຼອດເລືອດ

– ການກວດ Carotid Duplex Ultrasounds ຫຼື ການກວດຫຼອດເລືອດຢູ່ຄໍ ເພື່ອຄັດກອງພະຍາດທາງສະໝອງ ແລະ ລະບົບປະສາດ

– ການກວດ CT chest screening Low Dose ຫຼື ການກວດເອັກສະເລຄອມພິວເຕີຢູ່ປອດແບບໃຊ້ປະລິມານລັງສີຕ່ຳ ເພື່ອຄັດກອງພະຍາດທາງເດີນຫາຍໃຈ

ທັງນີ້ສາມາດເບິ່ງແຍງດ້ວຍການຄວບຄຸມປັດໄຈສ່ຽງທີ່ສາມາດຄວບຄຸມໄດ້ ເຊັ່ນ: ຄວາມດັນ, ນ້ຳ ຕານ ແລະ ໄຂມັນໃນເລືອດ ການສູບຢາ, ການຫຼຸດນ້ຳໜັກ ເປັນຕົ້ນ ແລະ ຄົ້ນຫາພະຍາດເຊີງລຸກທີ່ເກີດຂຶ້ນໃນໄລຍະທຳອິດ ໂດນການພົບແພດຜູ້ຊ່ຽງຊານເພື່ອກວດຄັດກອງ ແລະ ຫຼຸດຄວາມສ່ຽງຂອງການເກີດພະຍາດ ແລະ ຫຼຸດຄວາມຮຸນແຮງ ຖ້າຫາກເກີດພະຍາດ ຫຼື ພາວະແຊກຊ້ອນທີ່ອາດສົ່ງຜົນຕໍ່ໃນລະບົບອື່ນໆທີ່ມີຄວາມສຳພັນກັນ.