ຜູ້ນຳກຸ່ມ G20 ຈະຊ່ວຍອັຟການິສຖານໃຫ້ພົ້ນຈາກຫາຍະນະທາງເສດຖະກິດ

246

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 13 ຕຸ​ລາ 2021 ວ່າ ບັນ​ດາ​ຜູ້​ນຳ​ກຸ່ມ G20 ເຊິ່ງ​ເປັນ​ການ​ລວມ​ຕົວ​ກັນ​ຂອງ​ລັດ​ຖະ​ມົນ​ຕີ​ການ​ເງິນ ແລະ ຜູ້​ບໍ​ລິ​ຫານ​ທະ​ນາ​ຄານ​ກາງ​ຈາກ​ປະ​ເທດ​ທີ່​ມີ​​ເສດ​ຖະ​ກິດ​ຂະ​ໜາດ​ໃຫຍ່ 19 ປະ​ເທດ ແລະ ສະ​ຫະ​ພາບ​ເອີ​ຣົບ (ອີ​ຢູ) ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ຊ່ວຍ​ອັ​ຟ​ກາ​ນິ​ສ​ຖານ​ບໍ່​ໃຫ້​ປະ​ເຊີນ​ກັບ​ຫາ​ຍະ​ນະ​ທາງ​ເສດ​ຖະ​ກິດ.

ກອງ​ປະ​ຊຸມ​ຂອງກຸ່ມ​ຈີ 20 ​ຈັດ​ຂຶ້ນ​ແບບ​ທາງ​ໄກ ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງ ອິ​ຕາ​ລີ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຊ່ວຍ​ເຫຼືອ​ອັ​ຟ​ກາ​ນິ​ສ​ຖານ.

ທ່ານ ນາງ ແອັງ​ເກລາ ແມ​ເຄິ​ລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ ກ່າວ​ວ່າ: ​ຊາວ​ໂລກ​ບໍ່​ຄວນ​ປ່ອຍ​ໃຫ້​ອັ​ຟ​ກາ​ນິ​ສ​ຖານ​ຕ້ອງຫຼົ້ມ​ສະຫຼາຍ​ຈົນ​ນຳ​ໄປ​ສູ່​ຄວາມ​ວຸ້ນ​ວາຍ ເພາະ​ບໍ່​ມີ​ປະ​ເທດ​ໃດ​ຈະ​ໄດ້​ປະ​ໂຫຍດ​ຫຍັງ ຫາກ​ລະ​ບົບ​ການ​ເງິນ​ຂອງ​ອັ​ຟ​ກາ​ນິ​ສ​ຖານຫຼົ້ມ​ສະຫຼາຍ​ລົງ ພ້ອມ​​ຢືນ​ຢັນ​ວ່າ ເຢຍ​ລະ​ມັນ​ຈະ​ບໍ​ລິ​ຈາກ​ເງິນ 600 ລ້ານ​ເອີ​ໂຣ ໃຫ້​ແກ່​ອັ​ຟ​ກາ​ນິ​ສ​ຖານ. ແນວ​ໃດ​ກໍ​ຕາມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​ຮຽກ​ຮ້ອງ​ໃຫ້​ຕາ​ລີ​ບັນ​ເປີດ​ທາງ​ໃຫ້​ໜ່ວຍ​ງານ​ຂອງ ສ​ປ​ຊ ສາ​ມາດ​ສົ່ງ​ມອບ​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ຕ່າງໆ​ໃຫ້​ແກ່​ອັ​ຟ​ກາ​ນິ​ສ​ຖານ ແລະ ຢ້ຳ​ເຖິງ​ສິດ​ທິ​ຂອງ​ເດັກ ແລະ ຜູ້​ຍິງ.

ໃນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຂອງສະຫະລັດອາເມຣິກາ ກ່າວ​ວ່າ: ການ​ຊ່ວຍ​ເຫຼືອ​ໃດໆ​ຈະ​ສົ່ງ​ຜ່ານ​ໜ່ວຍ​ງານ​ຂອງ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແຕ່​ຈະ​ບໍ່​ມີ​ການ​ສົ່ງ​ມອບ​ເງິນ​ໃດໆ​​ໃຫ້​ຕາ​ລີ​ບັນ​ໂດຍ​ກົງ.

ທັງ​ນີ້ ຜູ້​ນຳ​ກຸ່ມ​ຈີ 20 ຍັງ​ໄດ້​ປຶກ​ສາ​ຫາ​ລື​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ອັ​ຟ​ກາ​ນິ​ສ​ຖານ ກາຍ​ເປັນ​ດິນ​ແດນ​ຂອງ​ກຸ່ມ​​ຕິດ​ອາ​ວຸດ, ກຸ່ມກໍ່​ການ​ຮ້າຍ​​ຕ່າງໆ ກໍ່​ຕັ້ງ​ຂຶ້ນ​ໃນ​ອັ​ຟ​ກາ​ນິ​ສ​ຖານ ລວມ​ທັງ​​ຄວາມ​ຈຳ​ເປັນຕ້ອງ​ເຮັດ​ໃຫ້​ຊາວ​ຕ່າງ​ປະ​ເທດ ແລະ ຊາວ​ອັ​ຟ​ກາ​ນິ​ສ​ຖານ​ເດີນ​ທາງ​ເຂົ້າ-ອອກ​ອັ​ຟ​ກາ​ນິ​ສ​ຖານ​ໄດ້​ຢ່າງ​ປອດ​ໄພ.