ແຜນຍຸດທະສາດຂອງຝຣັ່ງ ເນັ້ນ ກະຕຸ້ນການລົງທຶນສີຂຽວ

284

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 13 ຕຸ​ລາ 2021 ວ່າ ປະ​ທາ​ນາ​ທິ​ບໍ​ດີ ​ເອັມມາ​ນູ​ເອ​ລ ມາ​ຄ​ຣົງ ຂອງ​ຝ​ຣັ່ງ ໄດ້​ຖະ​ແຫຼງ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ຝ​ຣັ່ງ ຫຼື “ຝ​ຣັ່ງ 2030” ໂດຍ​ມີ​ເນື້ອ​ໃນ​ສຳ​ຄັນ​ຄື: ອຸດ​ສາ​ຫະ​ກຳ​ໃນ​ຝ​ຣັ່ງ​ຕ້ອງ​ປອດ​ກາກບອນ ແລະ ການ​ຍົກ​ລະ​ດັບ​ນະ​ວັດ​ຕະ​ກຳ​ໃນ​ການ​ຜະ​ລິດ ຕັ້ງ​ແຕ່​ການ​ຜະ​ລິດ​ລົດ ຈົນ​ຮອດ​ການ​ຜະ​ລິດ​ຢາ ແລະ ການ​ພັດ​ທະ​ນາ​ເຊ​ມີ​ຄອນ​ດັກ​ເຕີ (ຊິບ).

ທັງ​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຝ​ຣັ່ງ​ໄດ້​ກຳ​ນົດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ຕ່ຳ​ທີ່​ສຸດ​ເທົ່​າ​ທີ່​ເຮັດ​ໄດ້ ໃນ​ປີ 2030 ໂດຍ​ການ​ສ້າງ​ເຕົາ​ປະ​ຕິ​ກອນ​ຂະ​ໜາດ​ນ້ອຍ ແລະ ການ​ສ້າງ​ໂຮງ​ງານ​ຂະ​ໜາດ​ໃຫຍ່​ເພື່ອ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ “ໄຮ​ໂດ​ຣ​ເຈນ ສີ​ຂຽວ” ເຊິ່ງ​ເປັນເຊື້ອ​ເພີງ​ທາງ​ເລືອກ​ທີ່​ເກີດ​ຈາກ​ການ​ໝູນ​ວຽນ​ພະ​ລັງ​ງານ​ແສງ​ອາ​ທິດ (ແສງ​ຕາ​ເວັນ) ແລະ ພະ​ລັງ​ງານ​ລົມ.

ໃນ​ຂະ​ນະ​ດຽວ​ກັນ​ຜູ້​ນຳ​ຝ​ຣັ່ງ​ໄດ້​ປະ​ກາດ​ຈະ​ຈັດ​ສັນ​ງົບ​ປະ​ມານ 30 ຕື້​ເອີ​ໂຣ ເຊິ່ງ​ເປັນ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ພາກ​ລັດ ເຖິງ​ແມ່ນ​ວ່າ ງົບ​ປະ​ມານ​ສ່ວນ​ໜຶ່ງ​ລວມ​ຢູ່​ໃນ​ແຜນ​ລາຍ​ຈ່າຍ​ງົບ​ປະ​ມານ​ປະ​ຈຳ​ປີ​ຂອງ​ປີ 2021 ຢູ່​ແລ້ວ. ແນ​ວ​ໃດ​ກໍ​ຕາມ ງົບ​ປະ​ມານ​ສ່ວນ​ນີ້ ບໍ່​ກ່ຽວ​ກັບ​ແຜນ​ກະ​ຕຸ້ນ​ເສດ​ຖະ​ກິດ​ໃນ​ວົງ​ເງິນ 10 ຕື້​ເອີ​ໂຣ ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.